Tuesday, September 24, 2024
Homeຂ່າວຕ່າງປະເທດງານເທດສະການສິລະປະວັດທະນະທໍາດອກໄມ້ສີມ່ວງ

ງານເທດສະການສິລະປະວັດທະນະທໍາດອກໄມ້ສີມ່ວງ

ງານເທດສະການສິລະປະວັດທະນະທໍາ ດອກໄມ້ສີມ່ວງ (Jacaranda) ນະຄອນຄຸນໝິງ ຄັ້ງທີ 5 ແລະ ເທດສະການບໍລິໂພກ, ເທດສະການວັດທະນະທໍາ-ກິລາ ຂອງຄົນງານເມືອງລະດູບານໃໝ່ໄດ້ຈັດຂຶ້ນທີ່ນະຄອນຄຸນໝິງ ສປ ຈີນ ເມື່ອບໍ່ດົນມານີ້.

ໃນພິທີເປີດງານດັ່ງກ່າວ, ໄດ້ເຜີຍແຜ່ພາບ ຕົວນໍາໂຊກ ຂອງດອກໄມ້ສີມ່ວງ ຊຶ່ງເປັນພາບ IP ທີ່ມີຊື່ວ່າ “ຫຼານຢີງຢີງ” ດຶງດູດຊາວເມືອງຈໍານວນຫຼວງຫຼາຍມາຊົມ. ນອກຈາກນີ້ ຍັງມີການສະແດງ ອໍແກນໄຟຟ້າ, ການສະແດງໄວໂອລິນ, ການຮ້ອງເພງປະສານສຽງເປັນຕົ້ນ ຊຶ່ງໄດ້ເຮັດໃຫ້ບັນຍາກາດຂອງງານ ມີຄວາມຄຶກຄື້ນມ່ວນຊື່ນທີ່ສຸດ.

ງານເທດສະການສິລະປະ ແລະ ກິດຈະກໍາທີ່ກ່ຽວຂ້ອງຈະດໍາເນີນໄປຮອດກາງເດືອນມິຖຸນາ. ໃນໄລຍະເວລາດັ່ງກ່າວ ຊາວເມືອງ ແລະ ນັກທ່ອງທ່ຽວສາມາດມາເລາະຕະຫຼາດ, ຟັງສຽງດົນດີ, ຊິມອາຫານອັນແຊບຊ້ອຍ, ຂີ່ລົດເມທ່ຽວຊົມດອກໄມ້ສີມ່ວງຢ່າງສໍາລານໃຈ, ພ້ອມທັງເຂົ້າຮ່ວມເທດສະການກາບກອນ, ງານປະກວດຮູບຖ່າຍຕ່າງໆທີ່ຢູ່ໃຕ້ຮົ່ມຕົ້ນດອກໄມ້ສີມ່ວງ, ເພື່ອມາເພີດເພີນກັບລະດູຮ້ອນ ຂອງຕົວເມືອງລະດູບານໃໝ່ (ຄຸນໝິງ) ທີ່ແຕກຕ່າງກັນໃນມະຫາສະໝຸດສີມ່ວງ.

ຂ່າວ: ໜັງສືພິມລາຍວັນຢຸນນານ ນັກຂ່າວ: ວາງຈິງຈົງ ຮູບພາບ: ຈືຈິວເຟິ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments