Monday, September 23, 2024
Homeຂ່າວຕ່າງປະເທດນາຍົກຫວຽດນາມ ຍົກໃຫ້ເຫັນບັນດາການກຳນົດທິດພັດທະນາປະຊາຄົມອາຊຽນ

ນາຍົກຫວຽດນາມ ຍົກໃຫ້ເຫັນບັນດາການກຳນົດທິດພັດທະນາປະຊາຄົມອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ ລາບວນ ບາໂຈ ອິນໂດເນເຊຍ, ໃນວັນທີ 10 ພຶດສະພາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບການນຳບັນດາປະເທດເຂົ້າຮ່ວມການສົນທະນາກັບຜູ້ຕາງໜ້າສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA), ຊາວໜຸ່ມ, ສະພາໃຫ້ຄຳປຶກສາໃນການດຳເນີນທຸລະກິດ ອາຊຽນ (ABAC) ແລະ ກຸ່ມຮັບຜິດຊອບລະດັບສູງ (HLTF) ກ່ຽວກັບວິໄສທັດປະຊາຄົມອາຊຽນ ພາຍຫຼັງປີ 2025.

ຂ່າວລະບຸວ່າ: ໃນການພົບປະສົນທະນາກັບ ຜູ້ຕາງໜ້າ AIPA, ທ່ານ ຟ້າມມິງຈິງ ຍົກໃຫ້ເຫັນສາມຂໍ້ກຳນົດທິດເພື່ອເພີ່ມທະວີປະສິດທິຜົນໃນການສົມທົບກັນລະຫວ່າງອົງການນິຕິບັນຍັດ ແລະ ອົງການບໍລິຫານ, ລວມມີ: ໜຶ່ງ ເພີ່ມທະວີການສົມທົບກັນເພື່ອປະຕິບັດສຳເລັດລະບົບລະບຽບການ, ສ້າງລະບົບກົດໝາຍໃຫ້ກົມກຽວເພື່ອແກ້ໄຂບັນດາຮົ້ວກີດຂວາງ. ສອງ, ສຳຫຼວດກວດຄືນ, ເພີ່ມທະວີບັນດາກອບນິຕິກຳສ້າງຄວາມສະດວກໃຫ້ແກ່ການເຄື່ອນຍ້າຍແຮງງານພາຍໃນກຸ່ມ. ສາມ, AIPA ຄວນສືບຕໍ່ມີຄວາມສາມັກຄີກັນ, ສົມທົມກັນຢ່າງແໜ້ນແຟ້ນ ພ້ອມກັບອາຊຽນ ໃນການປະຕິບັດການປົກປ້ອງ, ຍົກສູງບັນດາຫຼັກການ ແລະ ຫຼັກໝັ້ນລວມຂອງອາຊຽນ.

ໃນການພົບປະສົນທະນາກັບຊາວໜຸ່ມ, ທ່ານ ຟ້າມມິງຈິງ ສົ່ງເສີມຊາວໜຸ່ມເຂົ້າຮ່ວມການແກ້ໄຂບັນດາບັນຫາສັງຄົມ, ນຳໜ້າໃນບັນດາການເຄື່ອນໄຫວອາສາສະໝັກ.

ໃນການແລກປ່ຽນກັບ ABAC, ທ່ານ ຟ້າມມິງຈິງ ໄດ້ຍົກອອກການກຳນົດທິດ 3 ຂໍ້ ພ້ອມກັນ ເພື່ອສ້າງບາດກ້າວກະໂດດຂັ້ນໃຫ້ແກ່ປະຊາຄົມເສດຖະກິດອາຊຽນ. ນັ້ນແມ່ນ, ພ້ອມກັນປະຕິບັດສຳເລັດລະບົບລະບຽບການ, ພ້ອມກັນພັດທະນາພື້ນຖານໂຄງລ່າງຍຸດທະສາດ ແລະ ພ້ອມກັນສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເປັນຕົ້ນແມ່ນການຫັນປ່ຽນສູ່ດີຈີຕອນ, ຫັນເປັນສີຂຽວ ແລະ ເຕັກໂນໂລຊີສູງ.

ໂດຍຢັ້ງຢືນຄວາມພະຍາຍາມຂອງ ກຸ່ມ HLTF, ທ່ານ ຟ້າມມິງຈິງ ຖືວ່າ: ກຸ່ມຕ້ອງມີຈິນຕະນາການບຸກທະລຸ, ດ້ວຍວິທີການສຳຜັດທີ່ມີຫົວຄິດປະດິດສ້າງ, ມີໄຫວພິບ. ຈາກນັ້ນ, ວາງອອກການກຳນົດທິດຍຸດທະສາດໃຫ້ແກ່ ອາຊຽນ ພັດທະນາຮອດປີ 2045.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments