Monday, September 23, 2024
Homeຂ່າວຕ່າງປະເທດສິງກະໂປ ວາງແຜນອອກກົດໝາຍຄວບຄຸມການຕໍ່ສູ້ອາດຊະຍາກຳອອນລາຍ

ສິງກະໂປ ວາງແຜນອອກກົດໝາຍຄວບຄຸມການຕໍ່ສູ້ອາດຊະຍາກຳອອນລາຍ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ລັດຖະບານສິງກະໂປໄດ້ສະເໜີຮ່າງກົດໝາຍໃໝ່ຕໍ່ລັດຖະສະພາ ຊຶ່ງຈະອະນຸຍາດໃຫ້ທາງການສາມາດລຶບແອັບພິເຄເຊິນ (Application) ຕ່າງໆໄດ້ ເພື່ອຊ່ວຍໃຫ້ຕໍາຫຼວດມີອຳນາດຄວບຄຸມຫຼາຍຂຶ້ນໃນການຕໍ່ສູ້ກັບອາດຊະຍາກຳ ແລະ ການຫຼອກລວງ ທາງອອນລາຍ.

ຮ່າງກົດໝາຍໃໝ່ທີ່ເອີ້ນວ່າ ກົດໝາຍວ່າດ້ວຍອັນຕະລາຍທາງອາຍາອອນລາຍ ອາດຈະກຳນົດໃຫ້ແອັບພິເຄເຊິນ ສະໂຕ (Application Store) ລຶບແອັບພິເຄເຊິນ ອອກຈາກການບໍລິການໃນສິງກະໂປລວມທັງຮຽກຮ້ອງໃຫ້ຜູ້ບໍລິການອອນລາຍປິດໃຊ້ງານຕາມທີ່ລະບຸໄວ້ໃນກົດໝາຍໃໝ່. ກະຊວງກິດຈະການພາຍໃນສິງກະໂປກ່າວໃນຖະແຫຼງການວ່າ ຄຳສັ່ງດັ່ງກ່າວອາດຈະລວມເຖິງກໍລະນີທີ່ເກີດເຫດອັນຄວນສົງໄສ ມີການດຳເນີນກິດຈະກຳອອນລາຍ ເພື່ອກໍ່ອາດຊະຍາກຳພ້ອມທັງກ່າວຕື່ມວ່າ ຈຳເປັນຕ້ອງມີແນວທາງຢ່າງຕັ້ງໜ້າ ເພື່ອຕໍ່ສູ້ກັບຂະໜາດ ແລະ ຄວາມໄວຂອງອາດຊະຍາກອນ. ໂດຍອີງຕາມຂໍ້ມູນທາງການຂອງສິງກະໂປລາຍງານ ພົບວ່າມີການຫຼອກລວງ ແລະ ອາດຊະຍາກຳທາງໄຊເບີທັງໝົດ 33.669 ຄະດີ ເມື່ອປີຜ່ານມາ ເພີ່ມຂຶ້ນ 25,2% ຈາກປີ 2021 ອີກທັງທາງການຍັງຊີ້ໃຫ້ເຫັນວ່າ ໃນເດືອນເມສາ 2022 ຜ່ານມາ ມີຜູ້ຕ້ອງສົງໄສຄະດີຢາເສບຕິດຫຼາຍກວ່າ 30 ຄົນ ຖືກຈັບໃນການປະຕິບັດການຂອງຕໍາຫຼວດ ໂດຍມຸ່ງເປົ້າໝາຍໄປຍັງທຸລະກຳທີ່ດຳເນີນການຜ່ານ ແອັບພິເຄເຊິນ ທີ່ໃຊ້ລະຫັດ.

ນອກຈາກນີ້, ທາງການສິງກະໂປຍັງກ່າວຕື່ມວ່າ ຮ່າງກົດໝາຍທີ່ສະເໜີ ຄືສ່ວນຕໍ່ໄປໃນກົດໝາຍທີ່ຈະເຮັດໃຫ້ຊຸມຊົນອອນລາຍຂອງປະເທດປອດໄພຍິ່ງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments