Monday, September 23, 2024
Homeທຸລະກິດມອບ-ຮັບລາງວັນ ລາຍການເງິນຝາກປຸບລຸ້ນປັບຮັບໂຕໂຍຕ້າ ຣີໂວ້ ປີ 2022

ມອບ-ຮັບລາງວັນ ລາຍການເງິນຝາກປຸບລຸ້ນປັບຮັບໂຕໂຍຕ້າ ຣີໂວ້ ປີ 2022

ພິທີມອບລາງວັນໃຫ້ກັບລູກຄ້າຜູ້ໂຊກດີ ທີ່ໄດ້ຮັບລາງວັນ ໃນລາຍການຝາກເງິນປຸບລຸ້ນປັບ ຮັບ ໂຕໂຍຕ້າ ຣີໂວ້ ປີ 2022 ຈາກ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ (ທລວ) ໄດ້ຈັດຂຶ້ນໃນວັນທີ 11 ພຶດສະພາ ນີ້ ທີ່ ສຳນັກງານໃຫຍ່ ທລວ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມມີ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ, ທ່ານ ນາງ ສາຍມະນີທອງ ພົມບົວທອງ ຫົວໜ້າພະແນກການກໍ່ສ້າງຕັ້ງກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ, ທ່ານ ຫງວຽນ ດຶກ ຫວູ ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ. ພ້ອມດ້ວຍບັນດາທ່ານລູກຄ້າຜູ້ໂຊກດີ ແລະ ພະນັກງານ ຫຼັກແຫຼ່ງ ຂອງ ທລວ ເຂົ້າຮ່ວມ.

ທ່ານ ສົມຊາຍ ຍົດສະຫວັນ ຮອງຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ ໄດ້ກ່າວວ່າ: ການຝາກເງິນປຸບລຸ້ນປັບ ຮັບ ໂຕໂຍຕ້າ ຣີໂວ້ 2022 ແມ່ນໄດ້ຈັດຂຶ້ນ ເລີ່ມແຕ່ວັນທີ 22/6/2022 ຫາ ວັນທີ 31/3/2023 ຊຶ່ງພວກເຮົາໄດ້ຈັດພິທີໝູນລາງວັນຂຶ້ນໃນວັນທີ 27/4/2023 ທີ່ຜ່ານມາ ເພື່ອຄົ້ນຫາລູກຄ້າຜູ້ໂຊກດີ ຊຶ່ງລວມລາງວັນທັງໝົດມີດັ່ງນີ້: ລາງວັນທີ 5: ລົດຖີບໄຟຟ້າ ມີ 10 ລາງວັນ; ລາງວັນທີ 4: ຈັກຊັກເຄື່ອງ 12 Kg ຈຳນວນ 5 ລາງວັນ; ລາງວັນທີ 3: ໂທລະສັບ ໄອໂຟນ 14Pro ມີ 3 ລາງວັນ; ລາງວັນທີ 2: ລົດຈັກເວັບ 100s ມີ 2 ລາງວັນ ແລະ ລາງວັນ ທີ 1: ລົດໃຫຍ່ ໂຕໂຍຕ້າ ຣີໂວ້ ມີ 1 ລາງວັນ.

ໃນປັດຈຸບັນນີ້ ພວກເຮົາກໍໄດ້ ຜູ້ໂຊກດີເປັນທີ່ຮຽບຮ້ອຍແລ້ວ ແລະ ໄດ້ທຳການມອບລາງວັນໃຫ້ແກ່ຜູ້ໂຊກດີທັງໝົດທີ່ຢູ່ນະຄອນຫຼວງວຽງຈັນ ລວມທັງໝົດ ມີ 14 ທ່ານ, ສ່ວນຜູ້ໂຊກດີທີ່ຢູ່ຕ່າງແຂວງແມ່ນທາງສາຂາ ທລວ ຈະເປັນຕົວແທນມອບລາງວັນໃຫ້ແກ່ຜູ້ໂຊກດີ ແລະ ສຳລັບຜູ້ໂຊກດີທີ່ໄດ້ຮັບ ລາງວັນທີ 1 ລົດໃຫຍ່ ໂຕໂຍຕ້າ ຣີໂວ້ ແມ່ນ ທ່ານ ສີໂຫ ສຸພັນທອນ ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໃນໂອກາດນີ້ ທ່ານ ພູທອນ ແກ້ວດວງມະນີ, ທ່ານ ນາງ ສາຍມະນີທອງ ພົມບົວທອງ, ທ່ານ ຫງວຽນ ດຶກ ຫວູ ແລະ ທ່ານ ສົມຊາຍ ຍົດສະຫວັນ ກໍໄດ້ໃຫ້ກຽດຂຶ້ນມອບລາງວັນໃຫ້ຜູ້ໂຊກດີ ຕາມລຳດັບ.

(ຂ່າວ-ພາບ: ບຸນຕອມ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments