Sunday, September 22, 2024
Homeຂ່າວພາຍໃນທຸກຄົນຍັງຈຳເປັນຕ້ອງສັກວັກຊິນເຂັມກະຕຸ້ນໃນທຸກໆປີ

ທຸກຄົນຍັງຈຳເປັນຕ້ອງສັກວັກຊິນເຂັມກະຕຸ້ນໃນທຸກໆປີ

ທຸກໆວັກຊິນມີສິ່ງໜຶ່ງທີ່ຄ້າຍຄືກັນຄື: ພູມຄຸ້ມກັນທີ່ຮ່າງກາຍສ້າງຂຶ້ນມາພາຍຫຼັງສັກວັກຊິນຈະຫຼຸດໄປຕາມວັນເວລາ. ບາງຊະນິດວັກຊິນຕ້ອງໄດ້ສັກຫຼາຍໆຄັ້ງ, ບາງຄັ້ງເພິ່ນເອີ້ນວ່າ: ເຂັມກະຕຸ້ນ, ເນື່ອງຈາກມີການປ່ຽນແປງສາຍພັນຂອງພະຍາດເຊັ່ນ: ພະຍາດໄຂ້ຫວັດຕາມລະດູການ, ພະຍາດໂຄວິດ-19. ສະນັ້ນ, ທຸກໆຄົນຕ້ອງສັກວັກຊິນເຂັມກະຕຸ້ນໃນທຸກໆ ປີ.

ທ່ານ ບັນດິດ ຊຸມພົນພັກດີ ແພດຊ່ຽວຊານຂັ້ນ 2 ພະຍາດຊຶມເຊື້ອເດັກ ຫົວໜ້າສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ກ່ຽວກັບຜົນດີຂອງການສັກວັກຊິນປ້ອງກັນໂຄວິດ-19 ເຂັມກະຕຸ້ນວ່າ: ສໍາລັບວັກຊິນປ້ອງກັນພະຍາດໂຄວິດ-19 ຈາກຜົນການຄົ້ນຄວ້າສະແດງໃຫ້ເຫັນວ່າ: ພາຍຫຼັງສັກວັກຊິນປ້ອງກັນໂຄວິດ-19 ເຂັມທີ 2 ໄດ້ 3-4 ເດືອນ ຈະເຮັດໃຫ້ມີພູມຄຸ້ມກັນຕໍ່າລົງໂດຍສະເພາະຜູ້ສູງອາຍຸແຕ່ຍັງສາມາດປ້ອງກັນພະຍາດ ທີ່ຮຸນແຮງໄດ້ຢູ່, ຖ້າໄດ້ຮັບສັກວັກຊິນປ້ອງກັນໂຄວິດ-19 ເຂັມ 3 ຈະຫຼຸດຜ່ອນອັດຕາການເຈັບເປັນໄດ້ເຄິ່ງໜຶ່ງ, ເມື່ອຮອດ 4 ເດືອນພາຍຫຼັງເຂັມທີ 3 ພູມຄຸ້ມກັນກໍຈະຫຼຸດລົງອີກ.

ໃນນັ້ນ, ເຂັມທີ 4 ສາມາດປ້ອງກັນພະຍາດໄດ້ເພີ່ມຂຶ້ນເມື່ອທຽບກັບຜູ້ທີ່ບໍ່ໄດ້ສັກເຂັມກະຕຸ້ນ (ຜູ້ທີ່ບໍ່ໄດ້ສັກວັກຊິນປ້ອງກັນໂຄວິດ-19 ເຂັມກະຕຸ້ນ). ສໍາລັບຜູ້ທີ່ສັກວັກຊິນປ້ອງກັນພະຍາດດັ່ງກ່າວ, ຖ້າຕິດເຊື້ອຈະມີພູມຄຸ້ມກັນສູງບໍ່ວ່າຈະຕິດເຊື້ອກ່ອນແລ້ວຈຶ່ງສັກວັກຊິນ ຫຼື ສັກວັກຊິນແລ້ວຈຶ່ງຕິດເຊື້ອພາຍຫຼັງກໍມີພູມຄຸ້ມກັນສູງເທົ່າທຽມກັນ. ມາຮອດປັດຈຸບັນມີຫຼາຍປະເທດຈະນຳເອົາວັກຊິນປ້ອງກັນພະຍາດໂຄວິດ-19 ມາບັນຈຸເຂົ້າໃນຕາຕະລາງສັກຢາກັນພະຍາດແຫ່ງຊາດ ຫຼື ສັກຢາຮອບປົກກະຕິໂດຍສັກປີລະຄັ້ງ ທີ່ຄ້າຍຄືກັນກັບວັກຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່. ສະນັ້ນ, ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຂັມກະຕຸ້ນຈຶ່ງມີຄວາມຈຳເປັນ ແລະ ມີປະໂຫຍດຫຼາຍໂດຍສະເພາະກຸ່ມເປົ້າໝາຍທີ່ເປັນກຸ່ມສ່ຽງເຊັ່ນ: ແມ່ຍິງຖືພາ, ຜູ້ທີ່ມີພະຍາດປະຈຳຕົວ, ຜູ້ສູງອາຍຸ, ບຸກຄົນທີ່ເຮັດວຽກໃນສະຖານທີ່ມີຄວາມແອອັດຄື: ໂຮງໝໍ, ໂຮງຮຽນ, ສະຖານທີ່ມີການບໍລິການຕ່າງໆທີ່ມີຄົນຈຳນວນຫຼາຍ.

ທ່ານ ບັນດິດ ຊຸມພົນພັກດີ ຍັງຮຽກຮ້ອງໃຫ້ທຸກຄົນໃນສັງຄົມກໍຄືປະຊາຊົນລາວ ແລະ ຊາວຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ຈົ່ງພ້ອມໃຈກັນຮີບຮ້ອນໄປສັກວັກຊິນປ້ອງກັນພະຍາດໂຄວິດ-19 ຕາມວັນເວລາລັດຖະການ ແລະ ສະຖານທີ່ໃຫ້ບໍລິການຕ່າງໆເຊັ່ນ: ໂຮງໝໍເມືອງ, ໂຮງໝໍແຂວງ, ໂຮງໝໍສູນກາງ, ສຸກສາລາໃກ້ບ້ານທ່ານ ແລະ ສະຖານທີ່ອື່ນໆ ທີ່ໄດ້ກໍານົດໄວ້. ຖ້າຫາກວ່າທຸກຄົນໄດ້ສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຂັມກະຕຸ້ນຫຼາຍເທົ່າໃດ ຍິ່ງເຮັດໃຫ້ມີພູມຄຸ້ມກັນສູງຂຶ້ນເທົ່ານັ້ນ, ບໍ່ເຈັບເປັນຮຸນແຮງ ແລະ ສາມາດຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້.

ໂດຍ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments