Saturday, September 21, 2024
Homeທ່ອງທ່ຽວຖໍ້າເຈົ້າອານຸວົງ

ຖໍ້າເຈົ້າອານຸວົງ

ຖໍ້າເຈົ້າອານຸວົງ ຕັ້ງຢູ່ບ້ານພູຫົວຊ້າງ ຫ່າງຈາກເທດສະບານເມືອງອະນຸວົງ ໄປທາງທິດເ​ໜືອປະມານ 4 ກິໂລແມັດ ເປັນຖ້ຳທີ່ເກີດຈາກທໍາມະຊາດ ບໍລິເວນອ້ອມຮອບຖໍ້ານັ້ນ ຢັ່ງຢາຍໄປດ້ວຍສາຍພູນ້ອຍໃຫຍ່ ມີສາຍນ້ຳຈ້າ​ໄຫຼຜ່ານບໍລິເວນ​ໜ້າປາກຖ້ຳ ກ່ອນຈະເຂົ້າເຖິງ​ຖ້ຳ ​ຊຶ່ງມີ 2 ​ຖ້ຳ​ຢູ່ໃກ້ຄຽງກັນ ຖໍ້າທີ 1 ປາກຖ້ຳສູງ 7 ແມັດ, ກວ້າງ 4 ແມັດ, ເລິກ 30 ແມັດ ແລະ ຖ້ຳທີ 2 ປາກຖ້ຳ​ມີຄວາມສູງ 3,5 ແມັດ ກວ້າງປະມານ 5 ແມັດ ແລະ ເລິກເຂົ້າໄປ 300 ແມັດ ຖໍ້າແຫ່ງນີ້ໄດ້ມີປະຫວັດເລົ່າຂານກັນວ່າ ເຈົ້າອານຸວົງ ໃຊ້ເປັນບ່ອນຫຼົບ​ຫຼີກລີ້ສັດຕູໃນສະໄໝສະຫຍາມຮຸກຮານລາວຢູ່ເຂດຊຽງຂວາງ ຍ້ອນກໍາລັງຂອງຝ່າຍສັດຕູມີຫຼາຍກວ່າ ພະອົງຈຶ່ງໄດ້ຍ້າຍທັບມາຕັ້ງຫຼັກຢູ່ແຄມນ້ຳແຫ່ງນີ້ ແລ້ວຕັ້ງຊື່ວ່າເມືອງຈັ້ງ​ນ້ຳ ​ຫຼື ນໍ້າ​ຈ້າໃນປັດຈຸບັນ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments