Sunday, September 22, 2024
Homeຂ່າວຕ່າງປະເທດດັດຊະນີລາຄາອາຫານປັບຕົວເພີ່ມຂຶ້ນ ຫຼັງຈາກເສດຖະກິດໂລກຟື້ນຕົວ

ດັດຊະນີລາຄາອາຫານປັບຕົວເພີ່ມຂຶ້ນ ຫຼັງຈາກເສດຖະກິດໂລກຟື້ນຕົວ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ ດັດຊະນີລາຄາອາຫານໂລກໃນເດືອນເມສາຜ່ານມາ ປັບຕົວເພີ່ມຂຶ້ນຈາກເດືອນມີນາ ເປັນຄັ້ງທຳອິດໃນຮອບ 1 ປີ ເນື່ອງຈາກເສດຖະກິດໂລກຟື້ນຕົວເຮັດໃຫ້ຄວາມຕ້ອງການບໍລິໂພກອາຫານເພີ່ມຂຶ້ນ.

FAO ລະບຸວ່າ ດັດຊະນີລາຄາອາຫານໂລກປັບຕົວເພີ່ມຂຶ້ນໃນເດືອນເມສາຜ່ານມາ ເປັນຄັ້ງທຳອິດໃນຮອບ 1 ປີ ແຕ່ເພີ່ມຂຶ້ນພຽງ 20% ຈາກສະຖິຕິສູງສຸດເມື່ອເດືອນມີນາ 2022. FAO ກ່າວວ່າ ດັດຊະນີລາຄາອາຫານໂລກເພີ່ມຂຶ້ນໃນເດືອນເມສາ ສະທ້ອນເຖິງລາຄານ້ຳຕານ, ຊີ້ນ ແລະ ເຂົ້າ ເພີ່ມສູງຂຶ້ນທົດແທນດັດຊະນີລາຄາທັນຍາພືດ, ນົມ ແລະ ນ້ຳມັນພືດທີ່ປັບຕົວຫຼຸດລົງ. ທ່ານ ແມັກຊິໂມ ໂຕເຣໂຣ ຫົວໜ້ານັກເສດຖະສາດຂອງ FAO ກ່າວວ່າ: ຂະນະທີ່ເສດຖະກິດໂລກມີການຟື້ນຕົວ ຄວາມຕ້ອງການອາຫານຈຶ່ງເພີ່ມຂຶ້ນເຮັດໃຫ້ເກີດແຮງກົດດັນຕໍ່ລາຄາອາຫານ.

ດັດຊະນີລາຄານ້ຳຕານປັບຕົວເພີ່ມຂຶ້ນຈາກເດືອນມີນາ 17,6% ຢູ່ທີ່ລະດັບສູງສຸດນັບຕັ້ງແຕ່ເດືອນທັນວາ 2011. FAO ຊີ້ໃຫ້ເຫັນວ່າ ການເພີ່ມຂຶ້ນຂອງດັດຊະນີລາຄານໍ້າຕານກ່ຽວຂ້ອງກັບຄວາມກັງວົນທີ່ວ່າ ການສະໜອງຈະຍັງຄົງຫຍຸ້ງຍາກຫຼາຍຂຶ້ນ ຫຼັງຈາກມີການປັບຫຼຸດການຄາດຄະເນການຜະລິດຂອງອິນເດຍ ແລະ ຈີນ ລວມເຖິງຜົນຜະລິດຈາກໄທ ແລະ ສະຫະພາບເອີຣົບທີ່ຕ່ຳກວ່າການຄາດຄະເນໄວ້ກ່ອນໜ້ານີ້. ທັງນີ້, ດັດຊະນີລາຄາຊີ້ນ ເພີ່ມຂຶ້ນ 1,3% ເມື່ອທຽບແບບລາຍເດືອນ, ດັດຊະນີລາຄານົມຫຼຸດລົງ 1,7%, ດັດຊະນີລາຄາຜັກຫຼຸດລົງ 1,3% ແລະ ດັດຊະນີລາຄາທັນຍາພືດຫຼຸດລົງ 1,7% ຊຶ່ງລາຄາທັນຍາພືດທັງໝົດໃນຕະຫຼາດໂລກຫຼຸດລົງຫຼາຍກວ່າລາຄາເຂົ້າທີ່ປັບຕົວເພີ່ມຂຶ້ນ.

FAO ລະບຸໃນບົດລາຍງານທີ່ກ່ຽວຂ້ອງກັບການສະໜອງ ແລະ ຄວາມຕ້ອງການທັນຍາພືດໂດຍຄາດວ່າ ຜົນຜະລິດເຂົ້າສາລີໂລກໃນປີ 2023 ຈະຢູ່ທີ່ 785 ລ້ານໂຕນ ຕ່ຳກວ່າລະດັບຜົນຜະລິດໃນປີ 2022 ແຕ່ກໍເປັນຜົນຜະລິດທີ່ຫຼາຍທີ່ສຸດເປັນອັນດັບສອງຂອງສະຖິຕິຜົນຜະລິດເຂົ້າສາລີ. ສ່ວນການບໍລິໂພກທັນຍາພືດຂອງໂລກໃນໄລຍະປີ 2022-2023 ຢູ່ທີ່ 2.780 ລ້ານໂຕນ ຫຼຸດລົງຈາກໄລຍະປີ 2021-2022 0,7% ແລະ ປະລິມານສະສົມທັນຍາພືດຂອງໂລກໃນໄລຍະທ້າຍລະດູການ 2022-2023 ຄາດວ່າ ຫຼຸດລົງ 0,2% ຈາກໄລຍະຕົ້ນລະດູການ ຊຶ່ງຢູ່ທີ່ລະດັບ 855 ລ້ານໂຕນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments