Sunday, September 22, 2024
Homeສຶກສາສສກ ມອບ-ຮັບ ໜ້າທີ່ຜູ້ບໍລິຫານຂັ້ນຫົວໜ້າກົມ ແລະ ຜູ້ອຳນວຍການສະຖາບັນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ສສກ ມອບ-ຮັບ ໜ້າທີ່ຜູ້ບໍລິຫານຂັ້ນຫົວໜ້າກົມ ແລະ ຜູ້ອຳນວຍການສະຖາບັນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີມອບ-ຮັບໜ້າທີ່ຜູ້ບໍລິຫານຂັ້ນຫົວໜ້າກົມ, ຜູ້ອຳນວຍການສະຖາບັນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງມອບໃບຍ້ອງຍໍໃຫ້ພະນັກງານ ອອກພັກການ-ຮັບອູດໜູນບໍານານ ໃນວັນທີ 10 ພຶດສະພາ 2023 ທີ່ກະຊວງສຶກສາທິການ ແລະ ກິລາ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຄະນະລັດຖະມົນຕີ, ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ, ສຳນັກພິມສຶກສາ ຕະຫຼອດຮອດພະນັກງານ ວິຊາການທີ່ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ຈຳນວນ 6 ທ່ານ ຄື: ທ່ານ ວົງພະຈັນ ວິໄລຫອມ ຫົວໜ້າກົມກິດຈະການນັກສຶກສາ, ທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ຮສ ຫຼຸຍ ວັນນະມະຫາໄຊ ຜູ້ອຳນວຍການສະຖາບັນພັດທະນາການສຶກສາ, ທ່ານ ນາງ ວຽງແກ້ວ ພົມມະຈັກ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ, ທ່ານ ນາງ ດາລາ ຄ່ຽມທຳມະຄຸນ ຜູ້ອໍານວຍການສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ທ່ານ ທິບພະຄອງ ວັນສີລາລົມ ຫົວໜ້າພະແນກກວດກາ ກົມການເງິນ. ນອກຈາກນີ້, ກໍໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ຈໍານວນ 3 ທ່ານ ຄື: ແຕ່ງຕັ້ງ ທ່ານ ຮສ.ປອ ອານຸລົມ ວິໄລພອນ ເປັນຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ປອ ໄກຍະສອນ ນະວະມານ ເປັນຜູ້ອໍານວຍການສະຖາບັນພັດທະນາການບໍລິຫານການສຶກສາ ແລະ ທ່ານ ນາງ ທອງມີ ດວນສັກດາ ເປັນຮັກສາການຫົວໜ້າກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ.

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະນັກງານພະນັກງານອອກພັກການ-ຮັບອຸດໜູນບຳນານ ໄດ້ອຸດທິດເຫື່ອແຮງ, ສະຕິປັນຍາເຂົ້າໃນວຽກງານຂະແໜງການສຶກສາ ແລະ ກິລາພາຍໃນກະຊວງ ຈົນມີຜົນສຳເລັດໃນຄວາມຮັບຜິດຊອບຂອງຕົນ, ໄດ້ປະກອບສ່ວນພັດທະນາທາງດ້ານວິຊາສະເພາະ ແລະ ວິຊາການ, ຊຶ່ງເຫັນວ່າໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ຮຸ່ນສືບທອດ, ໄດ້ສ້າງມູນເຊື້ອມໍລະດົກທີ່ດີ ແລະ ພັດທະນາວຽກງານໃນຂະແໜງການສຶກສາ ແລະ ກິລາຂອງພວກເຮົາໃຫ້ນັບມື້ພັດທະນາຂຶ້ນ, ຊຶ່ງພະນັກງານທີ່ອອກພັກການ-ຮັບອຸດໜູນບຳນານໃນຄັ້ງນີ້ ບໍ່ໄດ້ໝາຍຄວາມວ່າຈະບໍ່ໄດ້ພົວພັນຮ່ວມມືວຽກງານກັບກະຊວງສຶກສາທິການ ແລະ ກິລາອີກ ພວກເຮົາຍັງຄົງມີການປະສານງານ, ສືບຕໍ່ໃຫ້ການສະໜັບສະໜູນໃຫ້ຄຳແນະນຳທີ່ດີແກ່ຜູ້ທີ່ສືບທອດ ແລະ ດຳເນີນຂະຫຍາຍວຽກງານຕໍ່ໄປໃຫ້ໄດ້ຮັບໝາກຜົນຢ່າງສູງສຸດ.

ສ່ວນຜູ້ທີ່ມາຮັບໜ້າທີ່ໃໝ່ ກໍຂໍໃຫ້ພ້ອມກັນສືບຕໍ່ຮັກສາມູນເຊື້ອອັນດີ, ເສີມຂະຫຍາຍທາດແທ້ທີ່ພະນັກງານອອກພັກການ-ຮັບອຸດໜູນບໍານານໄດ້ສ້າງໄວ້, ປັບປຸງແກ້ໄຂຂອດທີ່ຍັງຄົງຄ້າງ, ສ້ງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ພ້ອມກັນສືບຕໍ່ພັດທະນາວຽກງານພາຍໃນກົມກອງ ແລະ ຂະແໜງການຂອງຕົນໃຫ້ນັບມື້ພັດທະນາຂຶ້ນເລື້ອຍໆ ສາມາດຫຍັບເຂົ້າໃກ້ກັບພາກພື້ນເທືຶ່ອລະກ້າວ ແລະ ເຊື່ອໝັ້ນຢ່າງຍິ່ງວ່າຜູ້ທີ່ມາຮັບໜ້າໃໝ່ ຈະພ້ອມກັນບຸກບືນ ແລະ ມີຄວາມຮັບຜິດຊອບສູງຕໍ່ການຜັນຂະຫຍາຍວຽກງານເຮັດໃຫ້ມີຜົນສຳເລັດ.

ພ້ອມກັນນີ້, ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ໃໝ່ ພ້ອມທັງຍ້ອງຍໍໃຫ້ແກ່ພະນັກງານທີ່ອອກພັກການ-ຮັບອຸດໜູນບໍານານ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການພັດທະນາາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຕະຫຼອດໄລຍະຜ່ານມາ.

ຂ່າວໂດຍ: ບົວລະພາ ອິນສີມະນີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments