Sunday, September 22, 2024
Homeຂ່າວພາຍໃນເຈົ້າໜ້າທີ່ປ່າໄມ້ ສຳເລັດການຮຽນຮູ້ເຕັກນິກ ການຄຸ້ມຄອງ ແລະ ຊ່ວຍເຫລືອສັດປ່າ

ເຈົ້າໜ້າທີ່ປ່າໄມ້ ສຳເລັດການຮຽນຮູ້ເຕັກນິກ ການຄຸ້ມຄອງ ແລະ ຊ່ວຍເຫລືອສັດປ່າ

ເຈົ້າໜ້າທີ່ປ່າໄມ້ ຈາກແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ແຂວງບໍລິຄຳໄຊ ແລະ ຜູ້ຕາງໜ້າຈາກ ຂະແໜງການທີ່ກ່ຽວຂ້ອງ ສຳເລັດຊຸດຝຶກອົບຮົມຫົວຂໍ້ “ເຕັກນິກ ການຊ່ວຍເຫລືອສັດປ່າ ແລະ ວຽກງານການ ບັງຄັບໃຊ້ກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ’’ ໃນວັນທີ 10 ພຶດສະພາ 2023 ຢູ່ມູນນິທິອະນຸລັກສັດປ່າລາວ ເມືອງທຸລະຄົມ ແຂວງວຽງຈັນ ໂດຍໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບເຕັກນິກການຄຸ້ມຄອງ, ການ ກອບກູ້-ຊ່ວຍເຫລືອສັດປ່າ, ການປ່ອຍສັດປ່າສູ່ທຳມະຊາດ, ການຈັບສັດປ່າທີ່ຖືກວິທີ, ການການບົວລະບັດເບິ່ງ ແຍງສັດປ່າ ແລະ ວິທີການປ້ອງກັນການຕິດເຊື້ອຈາກສັດສູ່ຄົນ, ພ້ອມທັງ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຂໍ້ບັນຍັດ ກົດໝາຍ ໃນການກະທໍາຜິດທາງອາຍາກ່ຽວກັບສັດປ່າ ແລະ ການບັງຄັບໃຊ້ກົດໝາຍ ຕໍ່ຜູ້ລະເມີດທີ່ຄອບຄອງສັດ ປ່າຜິດກົດໝາຍ. ພ້ອມກັນນີ້, ຜູ້ເຂົ້າຮ່ວມ ຍັງໄດ້ເລາະເບິ່ງສັດປ່າປະເພດຕ່າງໆ ຢູ່ພາຍໃນມູນນິທິອະນຸລັກສັດປ່າ ລາວ ແລະ ໄດ້ຝຶກຈັບສັດປ່າຕົວຈິງ ຕື່ມອີກ.

ທ່ານ ວິທະຍາ ໂຄດພິທູນ ຮອງຫົວໜ້າພະແນກກວດກາສັດນ້ຳ, ສັດປ່າ ແລະ ເຄື່ອງປ່າຂອງດົງ ກ່າວວ່າ: ຊຸດຝຶກອົບຮົມກ່ຽວກັບ ເຕັກນິກການຊ່ວຍເຫລືອສັດປ່າ ແລະ ວຽກງານການບັງຄັບໃຊ້ກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ໄດ້ເລີ່ມຈັດຕັ້ງປະຕິບັດ ມາແຕ່ປີ 2021 ເປັນຕົ້ນມາ ໂດຍການຮ່ວມມືກັນ ລະຫວ່າງ ກົມກວດ ກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກັບ ມູນນິທິອະນຸລັກສັດປ່າລາວ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ກັບບັນດາເຈົ້າໜ້າທີ່ປ່າໄມ້ ແລະ ຂະແໜງການທີ່ກ່ຽວຂ້ອງ ຈາກບັນດາແຂວງ ເປົ້າໝາຍ ກ່ຽວກັບການຄຸ້ມຄອງ ແລະ ຊ່ວຍເຫລືອສັດປາ ທີ່ກວດກູ້ ຫລື ຢຶດມາໄດ້ ເພື່ອນຳມາເບິ່ງແຍງ ແລະ ປ່ອຍຄືນສູ່ທຳມະຊາດ. ຜ່ານການຈັດຊຸດຝຶກອົບໃນໄລຍະຜ່ານມາ, ເຫັນວ່າໄດ້ຮັບຜົນສຳເລັດ ເປັນຢ່າງດີຕະຫລອດ ມາ, ເຮັດໃຫ້ເຈົ້າໜ້າທີ່ປ່າໄມ້ ມີຄວາມເຂັ້ມແຂງ, ຮູ້ເຕັກນິກວິທີການຕ່າງໆ ໃນການຊ່ວຍເຫລືອສັດປ່າ, ຄຸ້ມຄອງສັດ ປ່າ ແລະ ອື່ນໆ.

ສຳລັບແຜນການໃນຕໍ່ໜ້າ, ກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຈະສືບຕໍ່ຮ່ວມມືກັບຄູ່ຮ່ວມ ງານຈັດຊຸດຝຶກອົບຮົມດັ່ງກ່າວ, ໃຫ້ເຈົ້າໜ້າທີ່ປ່າໄມ້ ຈາກແຂວງພາກໃຕ້ ແລະ ບັນດາແຂວງເປົ້າໝາຍ ໃນຂອບເຂດ ທົ່ວປະເທດ ຕື່ມອີກ, ເພື່ອສ້າງຄວາມເຂັ້ມແຂງ ໃຫ້ກັບບັນດາເຈົ້າໜ້າທີ່ປ່າໄມ້ ໃນຂອບເຂດທົ່ວປະເທດ ແນໃສ່ອະ ນຸລັກຮັກສາສັດປ່າປະເພດຕ່າງໆ ໂດຍສະເພາະສັດປ່າປະເພດຫວງຫ້າມ ໃຫ້ອຸດົມສົມບູນ, ບໍ່ໃຫ້ສູນພັນ ແລະ ຄົງຢູ່ຄູ່ປ່າໄມ້ ຢູ່ ສປປ ລາວ ຕະຫລອດໄປ.

ຊຸກຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບ ມາດຕະຖານດ້ານສະຫວັດດີການ ສັດປ່າ, ຂັ້ນຕອນການກູ້ໄພ, ການບຳບັດຟື້ນຟູ ແລະ ປ່ອຍສັດປ່າ, ການໃຫ້ອາຫານສັດປ່າ ແຕ່ລະຊະນິດ, ການບົວ ລະບັດເບິ່ງແຍງສັດປ່າ, ການປະຖົມພະຍາບານເບື້ອງຕົ້ນ ສຳລັບສາຍພັນສັດປ່າທີ່ຖືກຄ້າຂາຍທົ່ວໄປ, ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ວິທີການຮັກສາຄວາມປອດໄພ, ພ້ອມທັງໄດ້ຮັບຮູ້ຊະນິດພັນ ສັດປ່າຕ່າງຖິ່ນ ແລະ ການອະນຸລັກ, ການກະທຳຜິດທາງອາຍາ ກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ(ສັດປ່າ) ແລະ ການລົງໂທດທາງກົດໝາຍ, ມູມມອງຂອງກົດໝາຍໃນການກະທຳຜິດ ຕໍ່ສັດປ່າ ປະເພດຫວງ ຫ້າມ (ການມີໄວ້ໃນຄອບຄອງທີ່ຜິດກົດໝາຍ), ສິ່ງທີ່ຕ້ອງປະຕິບັດ ເມື່ອພົບເຫັນເຫດການ ການກະທຳຜິດທາງ ອາຍາ ກ່ຽວກັບສັດປ່າ, ການສືບສວນ-ສອບສວນ ແລະ ດຳເນີນຄະດີ ອາຊະຍາກໍາສັດປ່າ.

ໂອກາດນີ້, ທ່ານ ເອນດີ່ ຜູ້ປະສານງານດ້ານການລ້ຽງດູສັດ ແລະ ເສີມສ້າງເຄື່ອງຂອງຫລິ້ນໃຫ້ສັດ ໄດ້ ຕາງໜ້າໃຫ້ມູນນິທິອະນຸລັກສັດປ່າລາວ ມອບໃບຢັ້ງຢືນ ໃຫ້ກບັນດາສຳມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມ, ພ້ອມ ທັງ ມອບອຸປະກອນຈັບສັດປ່າ ແລະ ອຸປະກອນຮັກສາຄວາມປອດໄພ ເປັນຕົ້ນ ກົງເຫລັກໃສ່ສັດປ່າ, ຖົງມືຈັບສັດ ແລະ ອື່ນໆ ໃຫ້ກັບບັນດາກອງກວດກາປ່າໄມ້ຂອງບັນດາແຂວງ ທີ່ເຂົ້າຮ່ວມຝຶກອົບຮົມ ຕື່ມອີກ ເພື່ອນຳໄປໝູນໃຊ້ ເຂົ້າໃນວຽກງານຕົວຈິງ ກໍຄື ການຊ່ວຍເຫລືອສັດປ່າທີ່ຖືກຄຸກຄາມ ຢູ່ບັນດາແຂວງ ແລະ ອື່ນໆ.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments