Monday, September 23, 2024
Homeຂ່າວກິລາສະນຸກເກີລາວໄດ້ເຂົ້າຊີງຫລຽນຄຳອີກ 1 ລາຍການ

ສະນຸກເກີລາວໄດ້ເຂົ້າຊີງຫລຽນຄຳອີກ 1 ລາຍການ

ນັກກິລາສະນຸກເກີທີມໍາດລາວ ໄດ້ເຂົ້າຊິງຫລຽນຄຳອີກ 1 ລາຍການ ໃນຊີເກມ ຄັ້ງທີ 32 ທີ່ກຳປູເຈຍ ຈາກປະເພດຄູ່ຊາຍ ສະນຸກເກີ 6 ແດງ ເຊີ່ງປະກອບດ້ວຍ ສິດທິເດດ ສັກບ່ຽງ ແລະ ສຸລິຍາ ມີນາລາວົງ ຮອບ 8 ຄູ່ສຸດທ້າຍ ຊະ ນະ ອິນໂດເນເຊຍ 4-2 ເຟຣມ ແລະ ຮອບຮອງຊະນະເລີດ ຊະນະເຈົ້າພາບ ກຳປູເຈຍ 4-0 ເຟຣມ.

ສໍາລັບຮອບຊິງຊະນະເລີດ ຫລື ຊິງຫລຽນຄຳ ຈະພົບກັບ ໄທ ທີ່ເອົາຊະນະ ມາເລເຊຍ 4-2 ເຟຣມ, ເຊີ່ງນັກສະ ນຸກເກີທີມໍາດໄທຊຸດນີ້ ນຳໂດຍ ຕ໋ອງ ສິດສ່ອຍ ຫລື ເຈມ ວັດທະນາ ຜູ່ໂອບອ້ອມ ທີ່ເຄີຍເປັນນັກສະນຸກເກີລະກັບໂລກມາແລ້ວ ແລະ ຄຣິດສະນຸດ ເລີດສັດທະຍາທອນ

ຮອບຊິງຈະແຂ່ງຂັນວັນທີ 11 ພຶດສະພານີ້ ເວລາ 14:00 ຊົມຖ່າຍທອດສົດໄດ້ທາງເຟດບຸກເພຈ: Cambodia Billiard Sports Federation

ກ່ອນໜ້ານີ້ ນັກກິລາສະນຸກເກີທີມຊາດລາວ ໄດ້ມາແລ້ວ 1 ຫລຽນເງິນ ຈາກ ສິດທິເດດ ສັກບ່ຽງ ສະນຸກເກີ 6 ແດງ ປະເພດຊາຍດ່ຽວ.

Photo: @TaLo Phouthabandit

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments