Saturday, October 19, 2024
Homeຂ່າວຕ່າງປະເທດຍີ່ປຸ່ນ ຫຼຸດລະດັບອັນຕະລາຍຂອງພະຍາດໂຄວິດ-19

ຍີ່ປຸ່ນ ຫຼຸດລະດັບອັນຕະລາຍຂອງພະຍາດໂຄວິດ-19

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 8 ພຶດສະພາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ປະກາດປັບຫຼຸດລະດັບຄວາມອັນຕະລາຍຂອງພະຍາດໂຄວິດ-19 ໂດຍຈັດໃຫ້ຢູ່ໃນປະເພດດຽວກັບໄຂ້ຫວັດໃຫຍ່ຕາມລະດູການ ແລະ ປະກາດຜ່ອນຄາຍກົດລະບຽບທາງການແພດລົງ ຖືວ່າເປັນການປ່ຽນແປງຄັ້ງສຳຄັນຫຼັງຈາກທີ່ລັດຖະບານໃຊ້ມາດຕະການເຂັ້ມງວດໃນການຮັບມືກັບພະຍາດໂຄວິດ-19 ຕະຫຼອດໄລຍະເວລາ 3 ປີຜ່ານມາ.

ທັງນີ້, ລັດຖະບານຍີ່ປຸ່ນໄດ້ຈັດປະເພດໃຫ້ພະຍາດໂຄວິດ-19 ຢູ່ໃນລະດັບ 5 (Class 5) ຊຶ່ງໝາຍຄວາມວ່າ ການກຳນົດມາດຕະການປ້ອງກັນພະຍາດໂຄວິດ-19 ຈະຂຶ້ນຢູ່ກັບບຸກຄົນ ແລະ ທຸລະກິດຕ່າງໆ. ຂ່າວລະບຸວ່າ: ລັດຖະບານຍີ່ປຸ່ນໄດ້ຍົກເລີກການປະຕິບັດສ່ວນຫຼາຍແລ້ວເຊັ່ນ ການແຍກປ່ຽວເປັນເວລາ 7 ວັນ ສຳລັບຜູ້ທີ່ມີຜົນກວດເຊື້ອພະຍາດໂຄວິດ-19 ເປັນບວກ ແລະ ການແຍກປ່ຽວ 5 ວັນສຳລັບຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19. ນອກຈາກນີ້, ພົນລະເມືອງຍີ່ປຸ່ນຈະຕ້ອງເສຍຄ່າປິ່ນປົວສຳລັບການເບິ່ງແຍງຜູ້ປ່ວຍນອກ ທີ່ກ່ຽວຂ້ອງກັບພະຍາດໂຄວິດ-19 ແລະ ການປິ່ວປົວໃນໂຮງໝໍ ຊຶ່ງຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ຈະໄດ້ຮັບການປິ່ນປົວໃນໂຮງໝໍທົ່ວໄປແທນທີ່ຈະເປັນສະຖານທີ່ບໍລິການທີ່ກຳນົດໄວ້. ທັງນີ້, ພະຍາດໂຄວິດ-19 ຖືກຈັດໃຫ້ເປັນໄພຂົ່ມຂູ່ດ້ານສາທາລະນະສຸກພິເສດໃນປີ 2020 ຊຶ່ງທຽບເທົ່າ ຫຼື ເຂັ້ມງວດກວ່າລະດັບ 2 (Class 2) ທີ່ຄວບຄຸມໂຣກລະບາດຕ່າງໆເຊັ່ນ: ວັນນະໂຣກ ແລະ ພະຍາດທາງເດີນຫາຍໃຈຮຸນແຮງ.

ການຈັດປະເພດພະຍາດໂຄວິດ-19 ໃໝ່ໃນຄັ້ງນີ້ເຮັດໃຫ້ລັດຖະບານຍີ່ປຸ່ນບໍ່ຈຳເປັນຕ້ອງໃຫ້ຄຳແນະນຳການປິ່ນປົວໃນໂຮງໝໍໃຫ້ແກ່ຜູ້ປ່ວຍພະຍາດໂຄວິດ-19 ຫຼື ປະກາດພາວະສຸກເສີນອີກຕໍ່ໄປ ເຖິງຢ່າງໃດກໍຕາມ, ເຈົ້າເມືອງໃນເມືອງຕ່າງໆຂອງຍີ່ປຸ່ນສາມາດຮຽກຮ້ອງໃຫ້ທຸລະກິດຕ່າງໆຫຼຸດເວລາ ຫຼື ພັກວຽກໄດ້ລວມເຖິງສັ່ງປັບໄໝສຳລັບຜູ້ທີ່ບໍ່ປະຕິບັດຕາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments