Saturday, October 19, 2024
Homeຂ່າວໜ້າໜຶ່ງສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໂອ້ລົມໃຫ້ທິດຊີ້ນໍາວຽກການເມືອງ-ແນວຄິດທົ່ວແຂວງໄຊສົມບູນ

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໂອ້ລົມໃຫ້ທິດຊີ້ນໍາວຽກການເມືອງ-ແນວຄິດທົ່ວແຂວງໄຊສົມບູນ

ໃນໂອກາດເຂົ້າຮ່ວມກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງໄຊສົມບູນ ຄັ້ງທີ I ແລະ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃນລະຫວ່າງວັນທີ 8-9 ພຶດສະພາ 2023 ນີ້, ໂດຍພາຍໃຕການເປັນປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະ ຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ ແລະ ໃຫ້ກຽດເຂົ້າຮ່ວມໂອ້ລົມ ຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ຊຶ່ງມີພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ .

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຕີລາຄາ ແລະ ປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມ ເປັນຕົ້ນ ສະພາບແນວຄິດຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຕໍ່ການປະກອບສ່ວນພັດທະນາ ແຂວງໄຊສົມບູນ ແລະ ການພັດທະນາ ເສດຖະກິດ-ສັງຄົມຂອງເມືອງ ພາຍຫຫຼັງທີ່ແຂວງໄດ້ຮັບການສ້າງຕັ້ງຂຶ້ນ, ການຈັດຕັ້ງປະຕິບັດວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ແນໃສ່ແກ້ໄຂແນວຄິດຄອງເດີມ, ການກໍ່ສ້າງພັກ-ພະນັກງານ, ການເຕົ້າໂຮມຄວາມສາມັກຄີ, ການປະຕິບັດບົດບາດຍິງ-ຊາຍ, ການໃຊ້ສິດປ່ອນບັດເລືອກຕັ້ງ, ການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ວຽກງານຄຸ້ມຄອງພົນລະເມືອງ, ການເຜີຍແຜ່ກົດໝາຍ ກ່ຽວກັບການສ້າງຄອບຄົວແບບຢ່າງ ປະຕິບັດກົດໝາຍ, ການຈັດຕັ້ງປະຕິບັດການຮຽນ-ການສອນ, ການປ້ອງກັນພະຍາດຕ່າງໆ ແລະ ການຜະລິດກະສິກຳເປັນສິນຄ້າ ເພື່ອຮັບປະກັນໃຫ້ບັນດາສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດຊາວໜຸ່ມ-ໄວໜຸ່ມ, ນັກຮຽນ ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງໄຊສົມບູນ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ພ້ອມກັນຕັ້ງໜ້າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊສົມບູນ ໃຫ້ມີຄວາມຈະເລີນຂຶ້ນເລື້ອຍໆ.

ໃນໂອກາດດັ່ງກ່າວ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍເນັ້ນໃຫ້ແຕ່ລະພາກສ່ວນ ຈົ່ງເອົາໃຈໃສ່ສືບຕໍ່ສຶກສາຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເປັນປົກກະຕິ; ສືບຕໍ່ຍົກສູງຄຸນນະພາບ ແລະ ປະສິດທິຜົນ ທາງດ້ານແນວຄິດທິດສະດີ, ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ; ຄົ້ນຄວ້າ ແລະ ກຳແໜ້ນທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ຍົກສູງຄຸນນະພາບໃນການກໍ່ສ້າງທຸກຊັ້ນຄົນ ໃຫ້ມີສະຕິຕື່ນຕົວ; ຢຶດໝັ້ນອຸດົມການຂອງພັກ, ປັບປຸງວຽກງານໂຄສະນາອົບຮົມໃຫ້ມີຄຸນນະພາບ, ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ບັນລຸຜົນສໍາເລັດ.

ຂ່າວ-ພາບ: ພາພອນ ນະວົງໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments