Sunday, October 20, 2024
Homeຂ່າວພາຍໃນກະຊວງ ຕສ ຮ່ວມມືກັບຢູນິເທວ ຫັນເປັນດີຈີຕອນເພື່ອຍົກປະສິດທິພາບຂອງລັດ

ກະຊວງ ຕສ ຮ່ວມມືກັບຢູນິເທວ ຫັນເປັນດີຈີຕອນເພື່ອຍົກປະສິດທິພາບຂອງລັດ

ສູນບໍລິຫານລັດດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ກັບບໍລິສັດ ສະຕາໂທລະຄົມ ຈໍາກັດ (ຢູນິເທວ) ເພື່ອຮ່ວມມື ໃນການຈັດຕັ້ງຜັນຂະຫຍາຍ ການຫັນເປັນດີຈີຕອນຂອງສູນບໍລິຫານລັດດີຈີຕອນ ຊຶ່ງການລົງນາມຄັ້ງນີ້ ປະກອບມີ 6 ເນື້ອໃນທີ່ສໍາຄັນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ ຜ່ານມາ ທີ່ສຳນັກງານໃຫຍ່ ຢູນິເທວ ໂດຍການລົງນາມລະຫວ່າງ ທ່ານ ບຸນມີ ມາລາວົງ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ແລະ ທ່ານ ທະວີສັກ ມະໂນທໍາ ຫົວໜ້າສູນບໍລິຫານລັດດີຈີຕອນ ຊຶ່ງມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງ ຕສ ແລະ ທ່ານ ເຈີ່ນ ຈຸງ ຮືງ ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ພ້ອມດ້ວຍບັນດາທ່ານການນໍາຂັ້ນສູງຂອງສອງຝ່າຍ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ການລົງນາມໃນບົດບັນທຶກຄັ້ງນີ້, ສອງຝ່າຍຈະໄດ້ຮ່ວມມືກັນຄື: 1). ສຶກສາຄົ້ນຄວ້າ, ເກັບກໍາຂໍ້ມູນ, ວິເຄາະຕົວຊີ້ວັດການພັດທະນາບໍລິຫານ ແລະ ບໍລິການຂອງລັດ ຫຼື ເອີ້ນວ່າ Digital Government Index ເພື່ອຍົກສູງປະສິດທິພາບຂອງລັດ ຫັນເປັນທັນສະໄໝ, 2). ສຶກສາຄົ້ນຄວ້າ ມາດຕະຖານການເກັບກຳຂໍ້ມູນຂອງລັດໃນລະບົບ ຄຣາວ ພາຍໃນປະເທດ ພ້ອມທັງຄົ້ນຄວ້ານະໂຍບາຍ ແລະ ສະໜອງລະບົບ ຄຣາວ ໃຫ້ບໍລິການພາກລັດ ຫຼື ເອກະຊົນ (Cloud Policy), 3). ສຶກສາຄົ້ນຄວ້າ ແລະ ສະໜອງລະບົບຕິດຕາມ, ຄຸ້ມຄອງເອກະສານ ແລະ ການນໍາໃຊ້ລາຍເຊັນເອເລັກໂຕຣນິກໃນພາກລັດ (E-Offoce, E-Signature) ເພື່ອສົ່ງເສີມການບໍລິຫານ ແລະ ບໍລິການລັດ ໃຫ້ທັນສະໄໝ, 4). ພັດທະນາ ແລະ ປັບປຸງຟອນເພັດຊະລາດ ໃຫ້ໄດ້ມາດຕະຖານ ແລະ ສາມາດບັນຈຸເຂົ້າໃນທຸກລະບົບປະຕິບັດການ ແລະ ອຸປະກອນຄອມພິວເຕີ, ມືຖື ແລະ ເຄື່ອງເອເລັກໂຕຣນິກອື່ນ, 5). ພັດທະນາເນື້ອຫາ ແລະ ສົ່ງເສີມການນໍາໃຊ້ລະບົບ LMOOC ເພື່ອໃຫ້ພະນັກງານ-ລັດຖະກອນ, ສັງຄົມສາມາດນໍາໃຊ້ເພື່ອສຶກສາດີຈີຕອນ, 6). ເພີ່ມທະວີການຮ່ວມມື ເພື່ອຍົກລະດັບຄວາມຮູ້ຂອງພະນັກງານ-ລັດຖະກອນ ທາງດ້ານເຕັກໂນໂລຊີດີຈີຕອນເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ການພັດທະນາບຸກຄະລາກອນ, ການຈັດສໍາມະນາ, ຝຶກອົບຮົມ ແລະ ກອງປະຊຸມປຶກສາຫາລື.

ໃນພິທີ, ທ່ານ ທະວີສັກ ມະໂນທໍາ ກ່າວວ່າ: ລັດຖະບານລາວ ໃຫ້ຄວາມສຳຄັນຕໍ່ການຫັນເປັນດີຈີຕອນ ຊຶ່ງທ່ານ ທອງລຸນ ສີສຸລິດ ປະທານປະເທດ ກໍເຄີຍກ່າວໃນງານ Digital week 2022 ຜ່ານມາໂດຍໄດ້ເນັ້ນວ່າ ການຫັນເປັນດີຈີຕອນ ແມ່ນຄວາມຕ້ອງການຈໍາເປັນຢ່າງພາລະວິໄສໃນການພັດທະນາປະເທດເຮົາ ທັງເປັນວຽກສຳຄັນ ແລະ ຮີບດ່ວນ ຊຶ່ງຕ້ອງດຳເນີນໄປພ້ອມໆກັນໃຫ້ເປັນ 3 ເສົາຄໍ້າດີຈີຕອນ (ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ). ໃນປີ 2021 ຜ່ານມາ, ສູນບໍລິຫານລັດດີຈີຕອນ ແລະ ຢູນິເທວ ກໍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືໃນການສຶກສາ ແລະ ພັດທະນາວຽກງານລັດຖະບານດີຈີຕອນ, ປັບປຸງຟອນເພັດສະລາດ, ທົດລອງນໍາໃຊ້ລະບົບ ຄຣາວ ເຊີເວີຂອງຢູນິເທວ ຊຶ່ງການລົງນາມໃນຄັ້ງນີ້ ກໍແມ່ນຈະສືບຕໍ່ຮ່ວມມືສຶກສາຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ ເພື່ອຮອງຮັບການຫັນເປັນລັດຖະບານດີຈີຕອນຢ່າງສົມບູນແບບ.

ທ່ານ ບຸນມີ ມາລາວົງ ກ່າວວ່າ: ໃນຍຸກປະຕິວັດອຸດສາຫະກຳ 4.0 ນີ້, ຢູນິເທວ ໄດ້ກ້າວເຂົ້າສູ່ໄລຍະໃໝ່ຢ່າງເປັນທາງການ ແລະ ມີຄວາມພ້ອມທີ່ຈະກາຍເປັນບໍລິສັດ ເຕັກໂນໂລຊີ ແລະ ການສື່ສານ ທີ່ນໍາໜ້າໃນການປະຕິວັດ ຫັນເປັນດີຈີຕອນຂອງປະເທດ, ນໍາເອົາລະບົບດີຈີຕອນເຂົ້າສູ່ການດຳລົງຊີສິດຂອງປະຊາຊົນ. ຄຽງຄູ່ກັນນັ້ນ, ຢູນິເທວ ຈະພະຍາຍາມສູ້ຊົນ ຖືເອົາການພົວພັນຮ່ວມມືກັບລັດຖະບານເວົ້າລວມ, ເວົ້າສະເພາະ ກໍແມ່ນກະຊວງ ຕສ ເປັນວຽກງານອັນດັບ 1 ໃນການຈັດຕັ້ງຜັນຂະຫຍາຍການຫັນເປັນດິຈິຕອນ, ບໍລິຫານລັດແບບທັນສະໄໝ ເພື່ອເຮັດໃຫ້ປະເທດລາວຂອງພວກເຮົາ ກ້າວໜ້າທັນສະ ໄໝທຽບກັບພາກພື້ນ ແລະ ສາກົນ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບປອດໄພ, ປະເທດຊາດເຂັ້ມແຂງ, ປະຊາຊົນມີຄວາມສົມບູນພູນສຸກ.

(ຂ່າວ: ສຸກສະຫວັນ, ພາບ: ບຸນອູ້ມ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments