Sunday, October 20, 2024
Homeຂ່າວໜ້າໜຶ່ງກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 29

ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 29

ຄະນະຜູ້ແທນລະດັບສູງຂອງ ສປປ ລາວ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງໃນພາກພື້ນສືບຕໍ່ເພີ່ມທະວີການຮ່ວມມື ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານໃນພາກພື້ນ. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 29 ໄດ້ຈັດຂຶ້ນທີ່ ບາຫຼີ ປະເທດອິນໂດເນເຊຍ ໃນວັນທີ 8 ພຶດສະພາ 2023 ວ່າ: ການແກ້ໄຂບັນຫາຄວາມແຕກໂຕນ ແລະ ການຊອກຫາວິທີທາງແກ້ໄຂລຶບລ້າງຄວາມທຸກຍາກ ແລະ ຄວາມອຶດຫີວຂອງປະຊາຊົນ ແມ່ນວຽກງານທີ່ໜັກໜ່ວງຫຼາຍສຳລັບອົງການໃດໜຶ່ງ ຫຼື ພາກສ່ວນໃດໜຶ່ງ. ຮຽກຮ້ອງໃຫ້ບັນດາອົງການຕ່າງໆຈາກພາກພື້ນ ແລະ ສາກົນ ລວມທັງພາກສ່ວນຕ່າງໆທີ່ກ່ຽວຂ້ອງຮ່ວມກັນເພື່ອສືບຕໍ່ພັດທະນາ ແລະ ຍົກລະດັບ ວຽກງານດັ່ງກ່າວໃຫ້ດີຂຶ້ນ ຊຶ່ງຕ້ອງໄດ້ລົງທຶນທາງດ້ານງົບປະມານ ແລະ ການພັດທະນາຂີດຄວາມສາມາດຂອງບຸກຄະລະກອນ ເພື່ອຈະສາມາດນຳມາສົ່ງເສີມເຂົ້າໃນວຽກງານດັ່ງກ່າວໃຫ້ດີຂຶ້ນ ໃນການແກ້ໄຂບັນຫາຄວາມທຸກຍາກ ແລະ ຄວາມໝັ້ນຄົງທາງດ້ານອາຫານໃນພາກພື້ນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວຕື່ມອີກວ່າ: ສປປ ລາວ ກໍເປັນໜຶ່ງໃນປະເທດທີ່ຈັດຢູ່ໃນປະເທດທີ່ດ້ອຍພັດທະນາ ຊຶ່ງລັດຖະບານກໍໄດ້ຕັ້ງເປົ້າໝາຍໃຫ້ປະເທດຊາດສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ສຳເລັດ ພາຍໃນປີ 2026. ໂດຍອີງໃສ່ວາລະການພັດທະນາແບບຍືນຍົງ ປີ 2030 ແລະ ການຈັດຕັ້ງປະຕິບັດແຜນງານບັນດາປະເທດທີ່ດ້ອຍພັດທະນາ ແລະ ບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ ທີ່ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຍຸດທະສາດການພັດທະນາແບບສີຂຽວ ຊຶ່ງໄດ້ກຳນົດເຂົ້າໃນແຜນບຸລິມະສິດເພື່ອການພັດທະນາແບບຍືນຍົງ. ສປປ ລາວ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືກັນຢ່າງໃກ້ຊິດກັບອິນໂດເນເຊຍ ແລະ ບັນດາປະເທດສະມາຊິກອາຊຽນ. ເພື່ອຮັບປະກັນວຽກງານບຸລິມະສິດອາຊຽນໃນປີ 2023 ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ ຊຶ່ງຈະນຳຜົນປະໂຫຍດມາສູ່ພາກພຶ້ືນຂອງພວກເຮົາ ແລະ ເປັນພື້ນຖານໃຫ້ແກ່ ສປປ ລາວ ໃນການຮັບໜ້າທີ່ການເປັນປະທານອາຊຽນໃນປີ 2024 ແລະ ໄດ້ຍົກໃຫ້ຄວາມສຳຄັນຂອງການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອທີ່ຈະສືບຕໍ່ພັດທະນາສັງຄົມໃຫ້ມີຄວາມກ້າວໜ້າ ແລະ ສາມາດຜ່ານພົ້ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ສິ່ງທ້າທາຍມາຈາກການແຂ່ງຂັນຂອງມະຫາອຳນາດ, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ລາຄາສິນຄ້າ, ອາຫານ ແລະ ພະລັງງານທີ່ກຳລັງເພີ່ມຂຶ້ນເລື້ອຍໆ.

ໃນກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 29, ຜູ້ນຳອາຊຽນ ໄດ້ເຫັນຄວາມສຳຄັນຂອງການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນໃນເຂດຊົນນະບົດ ເພື່ອສະໜັບສະໜູນການພັດທະນາແບບຍືນຍົງ ແລະ ລຶບລ້າງຄວາມທຸກຍາກໃນພາກພື້ນອາຊຽນ. ກອງປະຊຸມຍັງໄດ້ສະໜັບສະໜູນການສະເໜີສ້າງຕັ້ງເຄືອຂ່າຍໝູ່ບ້ານອາຊຽນ ເພື່ອເສີມຂະຫຍາຍການສ້າງເຄືອຂ່າຍ ບ້ານຕໍ່ບ້ານ ໃຫ້ທົ່ວອາຊຽນ. ກອງປະຊຸມໄດ້ເຫັນດີເພີ່ມທະວີການປົກປ້ອງປະຊາຊົນອາຊຽນ ແລະ ຄາດຫວັງວ່າ ຖະແຫຼງການອາຊຽນ ວ່າດ້ວຍ ການປົກປ້ອງຜູ້ອອກແຮງງານເຄື່ອນຍ້າຍ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ ໃນສະຖານະການສຸກເສີນ ແລະ ຖະແຫຼງການອາຊຽນ ວ່າດ້ວຍ ການຈັດຈ້າງ ແລະ ປົກປ້ອງແຮງງານເຄື່ອນຍ້າຍໃນເຮືອປະມົງ ຈະຖືກຮັບຮອງ ທີ່ ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 42.

ກອງປະຊຸມ ຍັງໄດ້ຮັບຮູ້ການສືບຕໍ່ພະຍາຍາມ ປະຕິບັດຄຳໝາຍໝັ້ນຂອງອາຊຽນ ເພື່ອແກ້ໄຂວຽກງານການປ່ຽນແປງດິນຟ້າອາກາດ ລວມທັງຜົນສຳເລັດໃນການສ້າງຕັ້ງໜ່ວຍງານຄວບຄຸມມົນລະພິດໝອກຄວັນຂ້າມຜ່ານຊາຍແດນ, ທີ່ເປັນການປະຕິບັດຕາມສັນຍາອາຊຽນ ວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ.

ຂ່າວ: ພະແນກຮ່ວມມືອາຊຽນ, ກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງ ຖວທ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments