Monday, October 21, 2024
Homeຂ່າວຕ່າງປະເທດໄຂເວທີປຶກສາຫາລືການຄ້າ ສະຫະ ປະຊາຊາດ ຄັ້ງທີ3

ໄຂເວທີປຶກສາຫາລືການຄ້າ ສະຫະ ປະຊາຊາດ ຄັ້ງທີ3

ຕາມ​ຂ່າວ​ຈາກວິທະຍຸ​ສາກົນແຫ່ງ ສປ ຈີນ ​ເວທີປຶກສາຫາລືການຄ້າອົງການສະຫະປະຊາຊາດ (ສປຊ) ຄັ້ງທີ3 ຈັດຂຶ້ນໂດຍ ກອງປະຊຸມການຄ້າ ແລະ ການພັດທະນາສະຫະປະຊາຊາດ ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່ປະ​ເທດສະ​ວິດ ​ໂດຍ​ມີສັນຍາສະບັບໜຶ່ງຈະຊຸກຍູ້ການຄ້າ ລະຫວ່າງ ປະເທດພວມພັດທະນາໄດ້ກາຍເປັນຈຸດສຸມໃນກອງປະຊຸມຄັ້ງນີ້. ຫລັງ​ຈາກບຣາຊິນໄດ້ໃຫ້ ສັດຕະຍາບັນສັນຍາສະບັບດັ່ງກ່າວ, ຂໍພຽງແຕ່ມີປະເທດສະມາຊິກອີກປະເທດໜຶ່ງໃຫ້ສັດຕະຍາບັນ, ລະບົບໃຫ້ຄວາມ ສະດວກດ້ານການຄ້າທົ່ວໂລກ ຂອງປະເທດພວມພັດທະນາກໍຈະມີຜົນບັງຄັບໃຊ້ຢ່າງເປັນທາງການ. ພາຍຫລັງສັນຍາ ສະບັບນີ້ມີຜົນບັງຄັບໃຊ້ແລ້ວ ຈະຊຸກຍູ້ການຄ້າ ລະຫວ່າງປະເທດພວມພັດທະນາຕື່ມອີກ ເຊັ່ນ: ປະເທດພວມພັດທະນາ ຢູ່ພາກພື້ນອາເມລິກາລາຕີນ ຈຳນວນໜຶ່ງແມ່ນປະເທດຜະລິດທັນຍາຫານ, ແຕ່ມີປະເທດຈຳນວນໜຶ່ງຄືອິນເດຍ ເປັນຕົ້ນຊ້ຳພັດຕ້ອງການນຳເຂົ້າທັນຍາຫານ. ຖ້າວ່າພາສີ ລະຫວ່າງ ເຂົາເຈົ້າໄດ້ຮັບການຫລຸດຜ່ອນຈະສາມາດຊ່ວຍແກ້ໄຂວິກິດການດ້ານທັນຍາຫານໃນປັດຈຸບັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments