Tuesday, October 22, 2024
Homeຂ່າວຕ່າງປະເທດຊາປາ ກາຍເປັນເມືອງ ສວຍງາມທີ່ສຸດໃນໂລກ

ຊາປາ ກາຍເປັນເມືອງ ສວຍງາມທີ່ສຸດໃນໂລກ

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ ເມື່ອ​ບໍ່​ດົນ​ມາ​ນີ້ວາລະສານທ່ອງທ່ຽວສາກົນ Conde Nast Traveler ໄດ້ຄັດເລືອກເອົາ 50 ເທດສະບານເມືອງນ້ອຍທີ່ສວຍງາມທີ່ສຸດໃນໂລກ ໃນນັ້ນມີເທດສະບານເມືອງຊາປາ (ແຂວງ ລາວກາຍ) ຂອງສສ ຫວຽດນາມ ​ໄດ້​ຮັບ​ເລືອກເປັນ​ເມືອງ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ​ ເນື່ອງ​ຈາກຊາປາ ແມ່ນເທດສະບານເມືອງຢູ່ເຂດພູ ດອຍ ທີ່ສະຫງົບງຽບນອນຢູ່ແຂວງລາວກາຍ, ທາງທິດຕາເວັນຕົກພາກເໜືອຂອງ ສສ ຫວຽດນາມ. ດິນແດນແຫ່ງນີ້ ໄດ້ເປັນທີ່ຮູ້ຈັກກັນດີດ້ວຍທັດສະນີຍະພາບຂອງພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ມີນາຂັ້ນໄດທີ່ກວ້າງໃຫຍ່ຈົນສຸດສາຍຕາ, ນ້ຳຕົກຕາດທີ່ງົດງາມດັ່ງໃນຝັນ ແລະ ເສັ້ນທາງຄົດງໍ. ບໍ່ພຽງແຕ່ເທົ່ານັ້ນ Conde Nast Traveler ຍັງເນັ້ນໜັກເຖິງຫລາຍສະຖານທີ່ທ່ອງທ່ຽວທີ່ສວຍງາມຢູ່ອ້ອມເທດສະບານເມືອງດັ່ງກ່າວພວມລໍຖ້າແຂກທ່ອງທ່ຽວມາຢ້ຽມຊົມອີກດ້ວຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments