Saturday, October 19, 2024
Homeຂ່າວຕ່າງປະເທດສັນນິບາດອາຣັບເຫັນດີຟື້ນຟູສິດປະເທດສະມາຊິກຂອງຊີຣີ

ສັນນິບາດອາຣັບເຫັນດີຟື້ນຟູສິດປະເທດສະມາຊິກຂອງຊີຣີ

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 7 ພຶດສະພາ ຜ່ານມາ, ກອງປະຊຸມລັດຖະມົນຕີການຕ່າງປະເທດສັນນິບາດອາຣັບໄດ້ຮັບຮອງເອົາຮ່າງມະຕິ ເຫັນດີຟື້ນຟູສິດເປັນສະມາຊິກສັນນິບາດອາຣັບຂອງຊີຣີ.

ທ່ານ ອາຮເມດ ອາບູູ ເກດ ເລຂາທິການໃຫຍ່ສັນນິບາດອາຣັບກ່າວວ່າ: ການຟື້ນຟູສິດເປັນປະເທດສະມາຊິກສັນນິບາດອາຣັບຂອງຊີຣີບໍ່ໄດ້ໝາຍຄວາມວ່າປະເທດສະມາຊິກຕ່າງໆຕ້ອງຟື້ນຟູການພົວພັນທາງການທູດກັບຊີຣີ, ຈະຟື້ນຟູການພົວພັນ ຫຼື ບໍ່ ແມ່ນຂຶ້ນກັບຄວາມປາຖະໜາຂອງປະເທດ ຕ່າງໆ, ການແກ້ໄຂບັນຫາຊີຣີບໍ່ແມ່ນເລື່ອງງ່າຍ ແຕ່ສິ່ງນີ້ຄືຜົນປະໂຫຍດຮ່ວມຂອງປະເທດອາຣັບ ໂດຍຄາດວ່າ ປະເທດຕາເວັນຕົກຈຳນວນຫຼາຍຈະບໍ່ຍິນດີຕໍ່ຂໍ້ຕົກລົງ. ກ່ຽວກັບການຟື້ນຟູສິດປະເທດສະມາຊິກຂອງຊີຣີ ແຕ່່ສິ່ງນີ້ແມ່ນຂໍ້ຕົກລົງທີ່ເປັນເອກະລາດເປັນເຈົ້າຕົນເອງຂອງປະເທດອາຣັບທັງຫຼາຍ.

ຫຼັງຈາກເກີດວິກິດການຊີຣີໃນປີ 2011, ສັນນິບາດອາຣັບໄດ້ຢຸດຕິສິດເປັນປະເທດສະມາຊິກຂອງຊີຣີ. ຫຼາຍປີມໍ່ໆມານີ້, ຄຽງຄູ່ກັບສະຖານະການປ່ຽນແປງໄປ, ປະເທດອາຣັບນັບມື້ນັບຮຽກຮ້ອງໃຫ້ຟື້ນຟູການພົວພັນກັບຊີຣີຢ່າງເປັນປົກກະຕິເທື່ອລະກ້າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments