Sunday, September 22, 2024
Homeຂ່າວຕ່າງປະເທດສປຈີນ-ຫວຽດນາມ ປ່ອຍປາ-ກຸ້ງລົງອ່າວເປ່ຍປູ້ 100 ລ້ານໂຕ

ສປຈີນ-ຫວຽດນາມ ປ່ອຍປາ-ກຸ້ງລົງອ່າວເປ່ຍປູ້ 100 ລ້ານໂຕ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 7 ພືດສະພາ, ໜ່ວຍງານກະສິກຳ ຂອງຈີນ ແລະ ຫວຽດນາມ ຮ່ວມມືກັນປ່ອຍປາ ແລະ ກຸ້ງລົງສູ່ນ່ານນໍ້າອ່າວເປ່ຍປູ້ ປະມານ 100 ລ້ານໂຕ. ທັງສອງຝ່າຍໄດ້ເຄື່ອນໄຫວປະຕິບັດການດັ່ງກ່າວ ໃນເມືອງຝາງເສິງກ່າງ ເຂດປົກຄອງຕົນເອງ ກວາງຊີຈ້ວງ ທາງພາກໃຕ້ຂອງຈີນ ເພື່ອຟື້ນຟູຊັບພະຍາກອນການປະມົງໃນອ່າວເປ່ຍປູ້ ໂດຍສັດນໍ້າທີ່ປ່ອຍລົງໄດ້ແບ່ງອອກເປັນ 8 ຊະນິດ. ທ່ານ ໝ່າໂຢ່ວສຽງ ຜູ້ຊ່ວຍ ລັດຖະມົນຕີກະຊວງກະສິກຳ ແລະ ກິດຈະການຊົນນະບົດ ຂອງຈີນ ເປີດເຜີຍວ່າ: ການຮ່ວມມື ດ້ານການປະມົງ ລະຫວ່າງ ຈີນ-ຫວຽດນາມ ໄດ້ມີປະຫວັດສາດ ມາແຕ່ດົນນານ ແລະ ຄວາມຮ່ວມມື ເຊິ່ງທາງບວກ ລະຫວ່າງ ສອງປະເທດ ໃນຂົງເຂດນີ້ ແລະ ອື່ນໆ ເພື່ອນໍາອົາຜົນປະໂຫຍດມາສູ່ປະຊາຊົນ ລະຫວ່າງ ສອງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments