ເນື່ອງໃນໂອກາດລະນຶກວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 62 ປີ (25/4/1961-25/4/2023) ແລະ ໃນໂອກາດປີ 2023 ເປັນປີຄົບຮອບ 10 ປີ ຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ສະຖານບັນການຕ່າງປະເທດ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບສະຖານທູດສປ ຈີນ ປະຈໍາ ສປປ ລາວ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈໍາລາວ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: ຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊະຕາກໍາລາວ-ຈີນ ຂຶ້ນໃນວັນທີ 6 ເມສາ 2023 ທີ່ນະຄອນຫລວງວຽງຈັນ.
ທ່ານ ພອນວິໄລ ບຸດດາລາ ຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ມີຄຳເຫັນຕໍ່ສາມຂໍ້ລິເລີ່່ມໃຫຍ່ທົ່ວໂລກທີ່ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ສະເໜີອອກສູ່ຊາວໂລກວ່າ: ສປ ຈີນ ພາຍໃຕ້ການນໍາຂອງປະທານ ສີ ຈິ້ນຜິງ ໄດ້ຮັບການສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ ເຊິ່ງບໍ່ພຽງແຕ່ເປັນຜົນສໍາເລັດໃຫຍ່ຫລວງຕໍ່ປະຊາຊົນຈີນເທົ່ານັ້ນ, ແຕ່ຍັງເປັນຜົນສໍາເລັດການສ້າງສາພັດທະນາທີ່ເຫັນປະຈັກຕາຕໍ່ຊາວໂລກ, ອັນເຮັດໃຫ້ຖານະບົດບາດຂອງ ສປ ຈີນ ສູງເດັ່ນຂຶ້ນຢູ່ໃນໂລກ ແລະ ຄວາມຄິດຂໍ້ລິເລີ່ມທີ່ ສປ ຈີນ ສະເໜີອອກກໍມີຄວາມໝາຍສໍາຄັນ ແລະ ໄດ້ຮັບການຕອບຮັບເປັນຢ່າງດີ. ພິເສດໃນໄລຍະປີ 2021-2023 ນີ້, ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ສະເໜີສາມຂໍ້ລິເລີ່່ມໃຫຍ່ທົ່ວໂລກອອກຄື: ຂໍ້ລິເລີ່ມການພັດທະນາທົ່ວໂລກ (ປີ 2021); ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ (ປີ 2022) ແລະ ຂໍລິເລີ່ມ ຄວາມສີວິໄລທົ່ວໂລກ (ປີ 2023) ເຊິ່ງສາມຂໍ້ລິເລີ່ມໃຫຍ່ດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງໝາກຜົນການຄົ້ນຄວ້າວິໄຈ ຄວາມຄິດທີ່ເປັນລະບົບຈາກທິດສະດີ ແລະ ພຶດຕິກໍາແບບຖືກກັບຄວາມເປັນຈິງ ແລະ ຖືກກັບເວລາທີ່ທົ່ວໂລກພວມຕ້ອງການແກ້ໄຂບັນຫາລວມຮ່ວມກັນ. ການສະເໜີສາມຂໍ້ລິເລີ່ມໃຫຍ່ທົ່ວໂລກຂອງ ສປ ຈີນ ຍັງເປັນການສະເໜີຜະລິດພັນຮ່ວມກັນໃຫ້ແກ່ໂລກ ເພື່ອພາລະກິດຮັບມືກັບສິ່ງທ້າທ້າຍຂົ່ມຂູ່ຄວາມໝັ້ນຄົງສາກົນ ແລະ ຄວາມກ້າວໜ້າທົ່ວໂລກທີ່ມີລັກສະນະສ້າງສັນ, ເປັນຈິງ ແລະ ຍືນຍົງ, ແນໃສ່ສ້າງສັນຕິພາບ, ຄວາມກ້າວໜ້າ ແລະ ການພັດທະນາ ເຊິ່ງເປັນຂໍ້ລິເລີ່ມສໍາຄັນທີ່ກ່ຽວພັນກັບການກໍານົດຊະຕາກໍາຂອງມວນມະນຸດໂລກ.
ສຳລັບຂໍ້ລິເລີ່ມການພັດທະນາທົ່ວໂລກ ແມ່ນຖືສໍາຄັນການສ້າງສາພັດທະນາເສດຖະກິດ-ສັງຄົມ, ຖືເອົາປະຊາຊົນເປັນສູນກາງ, ທຸກຝ່າຍມີຜົນປະໂຫຍດຮ່ວມກັນ, ພ້ອມນັ້ນກໍຍັງມີລັກສະນະເອື້ອເຟື້ອຫລອມລວມເຂົ້າກັນເປັນເອກະລັກພັດທະນາ ຢູ່ບົນພື້ນຖານອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ແລະ ຕາມເສັ້ນທາງທີ່ປະເທດຕົນເອງເລືອກເອົາ, ເນັ້ນຄວາມຕ້ອງການພັດທະນາຂອງປະເທດກໍາລັງພັດທະນາ, ແກ້ໄຂບັນຫາການພັດທະນາ ແລະ ຄວາມຫຍຸ້ງຍາກຂາດເຂີນພາຍໃນປະເທດ ແລະ ບັນຫາບໍ່ສະເໝີພາບ.
ສ່ວນຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກແມ່ນເນັ້ນໃຫ້ມີສ່ວນຮ່ວມກັນ, ກວມລວມ, ຮ່ວມມື ແລະ ມີຄວາມໝັ້ນຄົງທີ່ຍືນຍົງ ບົນພື້ນຖານນັບຖືອໍານາດອະທິປະໄຕແຫ່ງຊາດຂອງກັນ ແລະ ເຄົາລົບຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ, ບໍ່ແຊກແຊງວຽກງານພາຍໃນຂອງກັນ. ທຸກປະເທດມີສິດເລືອກທາງເດີນ, ເລືອກຮູບການ ຫລື ວິທີການພັດທະນາຂອງຕົນ ແລະ ເລືອກລະບອບການປົກຄອງຂອງຕົນ. ເປົ້າໝາຍລວມຂອງຂໍ້ລິເລີ່ມນີ້ ແມ່ນເພື່ອເພີ່ມທະວີຄວາມຮູ້ສຶກປອດໄພຂອງປະຊາຊົນ, ຊຸກຍູ້ການພັດທະນາມວນມະນຸດຢ່າງຮອບດ້ານ ແລະ ແກ້ໄຂບັນຫາດ້ວຍວິທີທາງສັນຕິ.
ຂະນະທີ່ຂໍ້ລິເລີ່ມຄວາມສີວິໄລທົ່ວໂລກ ແມ່ນຖືຄວາມສໍາຄັນຕໍ່ຄວາມຫລາກຫລາຍຂອງອະລິຍະທໍາຂອງໂລກ, ບໍ່ເອົາທັດສະນະຄະຕິ ຫລື ຄ່ານິຍົມຂອງຕົນໄປບັງຄັບຜູ້ອື່ນ, ເຄົາລົບລັກສະນະຫລາຍຮູບຫລາຍແບບທີ່ແຕກຕ່າງກັນ ທາງດ້ານຄວາມສີວິໄລ ໂດຍໃຫ້ທຸກຄວາມສີວິໄລມີໂອກາດໄດ້ພັດທະນານໍາກັນ, ຖືກກັບຄວາມຕ້ອງການຂອງສັງຄົມໂລກໃນປັດຈຸບັນ ທີ່ຕ້ອງການຢາກຢູ່ຮ່ວມກັນຢ່າງສັນຕິ.
ຄວາມສໍາຄັນຂອງສາມຂໍ້ລິເລີ່ມໃຫຍ່ທົ່ວໂລກ ແມ່ນເພີ່ມແຮງຊຸກຍູ້ ແລະ ຕໍ່ເຕີມເສີມສ້າງໃຫ້ແກ່ກັນ ແລະ ກັນ ໝາຍວ່າມີຄວາມໝັ້ນຄົງ ກໍຍິ່ງມີຄວາມສະດວກໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຄວາມສີວິໄລ. ສິ່ງທີ່ສໍາຄັນແມ່ນມີຄວາມໝັ້ນຄົງຮ່ວມກັນ, ມີການພັດທະນາຈະເລີນຮຸ່ງເຮືອງຮ່ວມກັນ ແລະ ມີຄວາມສີວິໄລຮ່ວມກັນຄຽງຄູ່ກັບການແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆ ດ້ວຍທາງສັນຕິວິທີຜ່ານການພົບປະເຈລະຈາກັນ ເພື່ອຫາທາງອອກຮ່ວມກັນເຊິ່ງທັງໝົດນັ້ນຄືແກ່ນສານຂອງສາມຂໍ້ລິເລີ່ມໃຫຍ່ທົ່ວໂລກ.
ສາມຂໍ້ລິເລີ່ມໃຫຍ່ທົ່ວໂລກ ແມ່ນມີຄວາມໝາຍສໍາຄັນຕໍ່ ສປປ ລາວ ເຊິ່ງມັນສອດຄ່ອງກັບແນວທາງນະໂຍບາຍການຕ່າງປະເທດອັນຖືກຕ້ອງເປັນທໍາຂອງ ສປປ ລາວ ຄື: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື. ສປປ ລາວ ທີ່ເຄີຍຜ່ານສົງຄາມມາຫລາຍສິບປີແມ່ນບໍ່ຢາກເຫັນສົງຄາມອີກແລ້ວ, ປາຖະໜາຢ່າງແຮງກ້າຢາກເຫັນສັນຕິພາບເກີດຂຶ້ນຢູ່ໃນໂລກ. ເມື່ອໂລກມີສັນຕິພາບ ຈຶ່ງຈະມີສະພາບແວດລ້ອມອ້ອມຂ້າງທີ່ດີ ແລະ ຈະມີເວລາສຸມໃສ່ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນຮັ່ງມີຜາສຸກ ແລະ ມີຄວາມສີວິໄລຢ່າງຍືນຍົງ.
ສະຫລຸບລວມສາມຂໍ້ລິເລີ່ມໃຫຍ່ທົ່ວໂລກ ທັງແມ່ນຜະລິດພັນຮວມກັນ ທັງແມ່ນເພື່ອຫລຸດຜ່ອນການປະທະກັນ, ສະໜອງວິທີການແກ້ໄຂບັນຫາທີ່ມີປະສິດທິພາບໃຫ້ແກ່ໂລກ, ພ້ອມທັງຊຸກຍູ້ການສ້າງປະຊາຄົມຮ່ວມຊະຕາກໍາມວນມະນຸດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງຮ່ວມກັນ. ສະນັ້ນ ຈຶ່ງເຫັນວ່າ ສປ ຈີນ ສະໜີສາມຂໍ້ລິເລີ່ມໃຫຍ່ທົ່ວໂລກອອກມາຖືກຍາມຖືກເວລາ ແລະ ຄວນຄົ້ນຄວ້ານໍາໃຊ້ເພື່ອສ້າງຜົນປະໂຫຍດໃຫ້ແກ່ໂລກກໍຄືແກ່ບັນດາປະເທດ ແລະ ແກ່ ສປປ ລາວ.
ຂ່າວ: ກະຊວງການຕ່າງປະເທດ