Saturday, October 19, 2024
Homeຂ່າວຕ່າງປະເທດອັງກິດ ຈັດພິທີຂຶ້ນຄອງລາຊະບັງລັງ ຢ່າງຍິງໃຫຍ່

ອັງກິດ ຈັດພິທີຂຶ້ນຄອງລາຊະບັງລັງ ຢ່າງຍິງໃຫຍ່

ຕາມ​ຂາວ​ຈາກລອນ​ດອນ, ອັງກິດຈັດ​ພິທີ​ຂຶ້ນ​ຄອງ​ລາຊະ​ບັງ​ລັງ ຂອງ​ເຈົ້າຊີວິດອັງກິດ Charles III ​ໃນວັນ​ທີ 6 ​ພຶດສະພາ​ນີ້ ຢ່າງ​ຍິງ​ໃຫຍ່ ຢູ່ມະຫາວິຫານ​ເວສມິນ​ເຕີ (Westminster)​ ໃຈ​ກາງນະຄອນຫລວງລອນ​ດອນ ​ໂດຍ​ມີ​ ພະ​ບໍລົມ​ ວົງສາ​ ນຸວົງ ອັງກິດ ​​ແລະ ອຽກລັງ​ເໜືອ ພ້ອມ​ດ້ວຍຜູ້ນຳ​ຂັ້ນສູງຈາກ​ຫລາຍ​ປະ​ເທດທົ່ວ​ໂລກເຂົ້າຮ່ວມ ຊຶ່ງ​ເປັນ​ພິທີລາຊະວົງ​ໃນ​ອັງກິດຄັ້ງທຳ​ອິດ ​ໃນ​ຮອບ 70 ປີ ຫລັງ​ຈາກຂຶ້ນ​ຄອງບັນລັງເມື່ອ​ພະ​ລາ​ຊີ​ນີອີ​ລີ​ຊາ​ເບັດ 2 (Elizabeth II) ໄດ້​ສິ້ນ​ສຸດ​ລົງ ​ໃນ​ເດືອນ​ກັນ​ຍາ 2022. ​ໂບດ​ຕ່າງໆ​ ໄດ້​ຕີ​ລະ​ຄັງດັງ​ຂຶ້ນທົ່ວ​ປະ​ເທດ ​ເພື່ອ​ສະ​ເຫລີມ​ສະ​ຫລອງ​ພິ​ທີ​ສຳຄັນ​ທາງ​ສາສະໜາ ​ແລະ ຕັ້ງຈິດ ອະທິຖານ ແລະ ຂໍພອນອັນ​ດີ​ເລີດຕາມ​ຮີດຄອງ​ປະ​ເພນີບູຮານທີ່​ປະຕິບັດ​ມາ​ເປັນເວລາ 1.000 ກວ່າ​ປີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments