Saturday, October 19, 2024
Homeຂ່າວພາຍໃນຟຟລ ຈັດແຂ່ງຂັນສີມືແຮງງານ ປະຈໍາປີ 2023

ຟຟລ ຈັດແຂ່ງຂັນສີມືແຮງງານ ປະຈໍາປີ 2023

ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບັນດາບໍລິສັດ, ລັດວິສາຫະກິດ, ບັນດາສະຖາບັນການສຶກສາ ແລະ ບັນດາກົມກອງອ້ອມຂ້າງ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດງານແຂ່ງຂັນສີມືແຮງງານ ປະຈຳປີ 2023 ຂອງຂະແໜງພະລັງງານ ໃນວັນທີ 6 ພຶດສະພາ ນີ້ ທີ່ສໍານັກງານໃຫຍ່ ຟຟລ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ພບ, ມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການ ຟຟລ ໄດ້ໃຫ້ຮູ້ວ່າ: ການຈັດງານແຂ່ງຂັນຄັ້ງນີ້, ເພື່ອເປັນການສ້າງຂະບວນການຂໍ່ານັບຊົມເຊີຍ ວັນກໍາມະກອນສາກົນ 1 ພຶດສະພາ 2023 ຄົບຮອບ 137 ປີ ແລະ ເປັນການຮັດແໜ້ນຄວາມສາມັກຄີພາຍໃນ-ພາຍນອກ, ທັງເປັນການສົ່ງເສີມແນວຄວາມຄິດ ແລະ ການພັດທະນາທັກສະ, ຄວາມຮູ້, ຄວາມສາມາດ, ປະສົບການ ແລະ ບົດຮຽນຂອງພະນັກງານ ໃນຂະແໜງພະລັງງານ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງແບບມືອາຊີບ ແລະ ສາມາດນຳໄປປະຍຸກໃຊ້ໃນອະນາຄົດ ແລະ ສະແດງໃຫ້ເຫັນຫົວຄິດປະດິດສ້າງ, ແນວຄວາມຄິດໃນການພັດທະນາ ແລະ ການຄົ້ນຄິດສິ່ງປະດິດຕ່າງໆ ເພື່ອມາຮັບໃຊ້ໃນວຽກງານວິຊາສະເພາະຂອງຕົນ ແລະ ພັດທະນາຢ່າງຕໍ່ເນື່ອງ.

ໃນການແຂ່ງຂັນສີມືແຮງງານນີ້, ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນປັດຈຸບັນ ຊຶ່ງຄະນະກໍາມະການການແຂ່ງຂັນ ໄດ້ກໍານົດເອົາ 5 ຫົວຂໍ້ໃນການແຂ່ງຂັນຄື: ການຕິດຕັ້ງໝໍ້ນັບໄຟປະກອບ CT, VT: 22kV ມີ 16 ທີມເຂົ້າຮ່ວມ; ການປ່ຽນຖ່າຍດອກກັນໄຟ ພາກແຮງດັນ 22 kV ມີ 11 ທີມເຂົ້າຮ່ວມ; ການປ່ຽນຖ່າຍດອກກັນໄຟ ພາກແຮງດັນສູງ 115 kV ມີ 10 ທີມເຂົ້າຮ່ວມ; ການປ່ຽນຖ່າຍໝໍ້ແປງ 22/0.4 kV ມີ 9 ທີມເຂົ້າຮ່ວມ; ນະວັດຕະກຳໃໝ່ ຊຶ່ງຫົວຂໍ້ນີ້ເປັນການແຂ່ງຂັນປະດິດ ໂດຍສະເພາະຈະຕ້ອງເປັນນະວັດຕະກຳທັນສະໄໝ ໃຊ້ເຕັກໂນໂລຊີ, ດັດແປງເຕັກໂນໂລຊີ ດ້ວຍຫົວຄິດປະດິດສ້າງຂອງຕົນເອງ ຫລື ທິມງານ ໂດຍນໍາໃຊ້ຕົ້ນທຶນທີ່ຕໍ່າລົງ ແຕ່ໄດ້ການໃຊ້ງານຄືກັນກັບອຸປະກອນທີ່ຜະລິດຈາກໂຮງງານ ມີຄວາມແມ່ນຢໍາ, ຖືກຕ້ອງ, ປອດໄພ ແລະ ການປະດິດເຄື່ອງມືຮັບໃຊ້ວຽກງານຕ່າງໆ ໂດຍກວມເອົາເຄື່ອງມືປະດິດເອງ ເພື່ອເຮັດໃຫ້ການແກ້ວຽກງານວ່ອງໄວຂຶ້ນຮັບປະກັນຄວາມຖືກຕ້ອງຂອງລະບົບ ຫລື ແບບແຜນເຮັດວຽກໃຫ້ວ່ອງໄວ ມີຄວາມປອດໄພທີ່ສາມາດນຳໄປປະຍຸກໃຊ້ເປັນເຄື່ອງມືຊ່ວຍ ແກ້ໄຂວຽກງານຂອງ ຟຟລ ໃຫ້ວ່ອງໄວຂຶ້ນ ໂດຍການແຂ່ງຂັນຫົວຂໍ້ນີ້ມີ 9 ພາກສ່ວນເຂົາຮ່ວມ.

ສຳລັບຜູ້ທີ່ ໄດ້ອັນດັບທີ 1 ຂອງແຕ່ລະຫົວຂໍ້ ຈະໄດ້ຮັບຂັນລາງວັັນ, ຫລຽນລາງວັນມອບໃຫ້ທຸກຄົນໃນທີມ ແລະ ເງິນລາງວັນ 5.000.000 ກີບ, ຖ້າເປັນພະນັກງານ ຟຟລ ອາດຈະຖືກພິຈາລະນາເລື່ອນຕຳແໜ່ງງານໃນຕຳແໜ່ງບໍລິຫານທີ່ມີ ຫລື ອາດຈະພິຈາລະນາເປັນວິຊາການສະເພາະທາງ ໃນສາຍງານນັ້ນໆ ໂດຍບໍ່ໄດ້ຜ່ານການສອບເສັງ (ກໍລະນີເປັນພະນັກງານສັນຍາຈ້າງ ອາດຈະຖືກບັນຈຸເຂົ້າເປັນພະນັກງານຖາວອນຂອງໄຟຟ້າລາວ), ແຕ່ຖ້າເປັນນັກສຶກສາ-ນັກຮຽນຂອງສະຖາບັນ, ວິທະຍາໄລ, ໂຮງຮຽນນັ້ນໆ ແມ່ນອາດຈະຖືກພິຈາລະນາບັນຈຸ ເຂົ້າເປັນພະນັກງານໄຟຟ້າລາວ. ສ່ວນອັນດັບທີ 2 ແລະ 3 ໃນແຕ່ລະຫົວຂໍ້ແຂ່ງຂັນ ແມ່ນຈະໄດ້ຮັບຫລຽນລາງວັນໃຫ້ທຸກຄົນໃນທີມ ແລະ ເງິນລາງວັນ 3.000.000 ກີບ ແລະ 1.500.000 ກີບ ຕາມລຳດັບ.

ຂ່າວ-ພາບ: ວຽງສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments