Saturday, October 19, 2024
Homeຂ່າວຕ່າງປະເທດສປ ຈີນ ບັງຄັບໃຊ້ກົດໝາຍຄຸ້ມຄອງສັດປ່າສະບັບແກ້ໄຂ

ສປ ຈີນ ບັງຄັບໃຊ້ກົດໝາຍຄຸ້ມຄອງສັດປ່າສະບັບແກ້ໄຂ

ສຳນັກ​ຂ່າວ ຊິນ​ຮວາ ຂອງ ສປ ຈີນ,​ວັນ​ທີ4​ ພືດ​ສະພາ​ນີ້, ກົດໝາຍ ສະບັບ​ ແກ້​ໄຂ ​ໄດ້​ປັບປຸງ ​ມາດ​ຕະການ ​ຄວບ​ຄຸມ ປະຊາກອນ ​ສັດປ່າ ຢ່າງ​ລະອຽດ ກຳນົດ ​ໃຫ້​ມີ​ການ​ສ້າງ ​ສະຖານທີ່ ​ກັກ​ກັນ ​ແລະ ສິ່ງ​ອຳນວຍ ​ຄວາມ​ສະດວກ ດ້ານ​ປ້ອງ​ກັນ ລວມທັງ ການ​ຕິດ​ປ້າຍ ​ແຈ້ງ​ເຕືອນ​ ຄວາມ​ປອດ​ໄພ ​ເນື່ອງ​ຈາກ ສັດປ່າ ​ໄດ້​ເຂົ້າມາ​ ທຳ ລາຍ ​ຊັບ​ສິນ ​ແລະ ​ເປັນ​ອັນຕະລາຍ​ ຕໍ່​ປະຊາຊົນ ລວມທັງ​ ຜົນ​ຜະລິດ​ ທາງ​ກະສິກຳ ​ແລະ ການ​ລ້ຽງສັດ ໄດ້ຮັບຜົນກະທົບ. ຂະນະ​ດຽວ​ກັນ ກົດໝາຍ ​ໄດ້​ເພີ່ມ ຂອບ​ເຂດ ການ​ມອບ​ເງິນ​ ທົດ​ແທນ​ ລະດັບ​ຊາດ ສຳລັບ ​ຄວາມ​ເສຍ​ຫາຍ ທີ່​ເກີດ​ຈາກ ​ສັດປ່າ ​ໂດ​ຍກວມ​ເອົາ ກຸ່ມ​ສັດປ່າ ທາງບົກ ​ເຮັດ​ໃຫ້​ເກີດ ຄວາມ​​ເສຍ​ຫາຍ ຮຸນ​ແຮງ ​ເພີ່ມ​ຂຶ້ນ​ ຫລາຍ​ກວ່າ​ເກົ່າ ກວມ​ເອົາ ກຸ່ມ​ສັດປ່າ ທີ່ຢູ່​ພາຍ​ໃຕ້ ​ການ​ຄຸ້ມ​ຄອງ ​ຂອງ​ພາກ​ລັດ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments