Sunday, October 20, 2024
Homeຂ່າວການເມືອງ69 ປີ ໄຊຊະນະບັ້ນຮົບດຽນບຽນຝູ້ (ເນື່ອງໃນໂອກາດວັນໄຊຊະນະດຽນບຽນຝູ້ຄົບຮອບ 69 ປີ, 7/5/1954-7/5/2023)

69 ປີ ໄຊຊະນະບັ້ນຮົບດຽນບຽນຝູ້ (ເນື່ອງໃນໂອກາດວັນໄຊຊະນະດຽນບຽນຝູ້ຄົບຮອບ 69 ປີ, 7/5/1954-7/5/2023)

ປີ 1953 ການຕໍ່ສູ້ຂອງປະຊາຊົນສາມປະເທດອິນດູຈີນຕ້ານພວກລ່າເມືອງຂຶ້ນຝຣັ່ງ ໄດ້ກ້າວເຂົ້າສູ່ປີທີ 8, ກໍາລັງປະຕິວັດ ຍິ່ງຕີກໍຍິ່ງເຂັ້ມແຂງ ແລະ ຍິ່ງຍາດເອົາທ່າເປັນເຈົ້າການ, ກໍາລັງປະກອບອາວຸດໄດ້ເຕີບໃຫຍ່ທາງດ້ານຈໍານວນ ແລະ ຄຸນນະພາບ. ຄວາມສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງ 3 ຊາດອິນດູຈີນ ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ບັນດາໄຊຊະນະອັນຍິ່ງໃຫຍ່ ທົ່ວສະໜາມຮົບໃນສາມປະເທດອິນດູຈີນ ລາວ – ຫວຽດນາມ ແລະ ກຳປູເຈຍ ໄດ້ບັງຄັບໃຫ້ພວກສັດຕູຕົກຢູ່ໃນທ່າຮັບຈົນຕາແຈ ແລະ ນັບມື້ນັບອ່ອນເພຍ. ສໍາລັບຢູ່ຫວຽດນາມ ແມ່ນໄລຍະທີ່ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນແບບເກົ່າ ດ້ວຍຄວາມຕັດສິນໃຈທີ່ວ່າ; “ຍອມເສຍສະຫຼະຊີວິດ ເພື່ອປະເທດຊາດ”. ບັນດາກໍາລັງປະກອບອາວຸດຂອງຫວຽດນາມ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ໃນທຸກສະໜາມຮົບ ໂດຍເລີ່ມຈາກບັ້ນຮົບດັບສູນກໍາລັງຂອງສັດຕູ 2 ໝື່ນຄົນ ທີ່ບຸກເຂົ້າເຂດທີ່ໝັ້ນຫວຽດບັກ (1947) ກ້າວໄປເຖິງໄຊຊະນະບັ້ນຮົບຊາຍແດນ (1950), ບັນຮົບຮວ່າບິ່ງ (1951), ບັ້ນຮົບຮ່ວາບິງ (1952) ແລະ ບັ້ນຮົບພາກເໜືອລາວ (1953). ໄຊຊະນະດັ່ງກ່າວໄດ້ສ້າງທ່າ ແລະ ກໍາລັງແຮງອັນໃໝ່ ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວທາງດ້ານຈໍານວນ ແລະ ຄຸນນະພາບຂອງກອງທັບ ແລະ ປະຊາຊົນຫວຽດນາມ ເປັນເຈົ້າການໃນການບຸກໂຈມຕີສັດຕູຢູ່ທຸກໆສະໜາມຮົບ ເຮັດໃຫ້ສັດຕູຕົກຢູ່ໃນທ່າຮັບ.

ໃນໄລຍະດຽວກັນ, ພວກລ່າເມືອງຂຶ້ນຝຣັ່ງຖືກປະລາໄຊທາງດ້ານການທະຫານ, ປະສົບກັບວິກິດການດ້ານການເມືອງ ແລະ ເສດຖະກິດຢ່າງໜັກໜ່ວງ. ພວກເຂົາ ໄດ້ທຸ່ມເທກ້ອນທຶນ ອັນມະຫາສານໃຫ້ແກ່ສົງຄາມຮຸກຮານ 3.000 ຕື້ຝຣັ່ງ, ປ່ຽນຜູ້ສໍາເລັດຣາຊະການສູງສຸດ 5 ຂໍ້, ປ່ຽນຜູ້ບັນຊາການທະຫານສູງສຸດຢູ່ອິນດູຈີນ 7 ເທື່ອ, ປ່ຽນລັດຖະບານຝຣັ່ງເຖິງ 19 ຊຸດ, ແຕ່ກໍບໍ່ສາມາດເຮັດໃຫ້ສະພາບການໃນອິນດູຈີນ ຫັນປ່ຽນໄປໃນທາງທີ່ເປັນຜົນດີໃຫ້ພວກເຂົາໄດ້. ສະພາບທະຫານຝຣັ່ງ ນັບມື້ນັບສັບສົນ, ຕົກຢູ່ໃນທ່າຮັບກ່ຽວກັບການນໍາໃຊ້ກໍາລັງລະຫວ່າງການເຕົ້າໂຮມ ແລະ ແຈກຢາຍກໍາລັງ. ການບຸກໂຈມຕີກັບການຈັ່ງທ່າຢູ່ໃນເຂດຄວບຄຸມຊົ່ວຄາວຂອງພວກເຂົາ. ຂາດກໍາລັງເຄື່ອນທີ່ຍຸດທະສາດທີ່ເຂັ້ມແຂງ.

ຫຼັງຈາກຖືກປະລາໄຊຢ່າງໜັກໜ່ວງຢູ່ສົງຄາມເກົາຫຼີ (1953) ຈັກກະພັດອາເມຣິກາ ຍິ່ງແຊກແຊງເລິກເຂົ້າໃນອິນດູຈີນ, ພວກເຂົາຮີບຮ້ອນເອົາອໍານາດການປົກຄອງຫຸ່ນ, ກອງທະຫານຫຸ່ນ, ຊອກຫາວິທີປັດເຂ່ຍຝຣັ່ງ ເພື່ອກໍາເອົາສິດບັນຊາສົງຄາມຮຸກຮານອິນດູຈີນໂດຍກົງ ແລະ ປະຕິບັດລັດທິລ່າເມືອງຂຶ້ນແບບ ໃໝ່ ຢູ່ອິນດູຈີນ. ເດືອນ 5/1953 ລັດຖະບານຝຣັ່ງ ໄດ້ແຕ່ງຕັ້ງນາຍພົນ ນາວາ ມາເປັນຜູ້ບັນຊາການທະຫານສູງສຸດຂອງຝຣັ່ງຢູ່ອິນດູຈີນ. ເດືອນ 7/1953 ຝຣັ່ງ ແລະ ອາເມຣິກາ ພ້ອມກັນສ້າງແຜນການ ໜຶ່ງຂຶ້ນເອີ້ນວ່າ: “ແຜນການນາວາ”. ແຜນການນີ້ ແມ່ນຍຸດທະສາດໃຫຍ່ ຊຶ່ງພວກເຂົາເຊື່ອວ່າ: ພາຍໃນ 18 ເດືອນ ຈະສາມາດຍາດເອົາທ່າເປັນເຈົ້າການໄດ້ ແລະ ຈະບັນລຸອັນທີ່ເອີ້ນວ່າ; “ສ້າງບັນດາເງື່ອນໄຂດ້ານການທະຫານ ເພື່ອເປັນພື້ນຖານໃຫ້ແກ່ວິທີການແກ້ໄຂທາງການເມືອງຢ່າງມີກຽດ”.

ແຜນຍຸດທະສາດປົດປ່ອຍດຽນບຽນຝູ້ຂອງພັກກອມມູນິດຫວຽດນາມ.

ດຽນບຽນຝູ້ຕັ້ງຢູ່ແຂວງດຽນບຽນ ທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ມີຊາຍແດນຕິດຈອດກັບລາວ. ດຽນບຽນຝູ້ ແມ່ນພື້ນທີ່ຍຸດທະສາດທີ່ສໍາຄັນ ຊຶ່ງເຊື່ອມຕໍ່ກັນ ລະຫວ່າງ ພາກເໜືອຫວຽດນາມ, ພາກໃຕ້ຂອງຈີນ ແລະ ພາກຕາເວັນອອກສ່ຽງເໜືອຂອງລາວ.

ເດືອນ 7/1953 ສັດຕູ ໄດ້ປະຕິບັດ “ແຜນການນາວາ” ເພື່ອຈະຫວັງປິດລ້ອມດິນແດນທັງໝົດຂອງຫວຽດນາມ ແລະ ດັບສູນກໍາລັງຫຼວງຂອງກອງທັບປະຊາຊົນຫວຽດນາມ ເພື່ອກ້າວໄປເຖິງການຫັນປ່ຽນຫວຽດນາມ ໃຫ້ກາຍເປັນຖານທີ່ໝັ້ນທາງການທະຫານຂອງພວກລ່າເມືອງຂຶ້ນຢ່າງຖາວອນ.

ເດືອນ 9/1953, ກົມການເມືອງສູນກາງພັກກອມມູນິດຫວຽດນາມ ໄດ້ເປີດກອງປະຊຸມ ເພື່ອຕີລາຄາສະພາບການຢູ່ສະໜາມຮົບອິນດູຈີນ, ໄຈ້ແຍກໃຫ້ເຫັນເຖິງກົນອຸບາຍຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ອາເມຣິກາ; ຊອກຫາຂໍ້ຂັດແຍ່ງ ແລະ ຈຸດອ່ອນທີ່ບໍ່ສາມາດແກ້ໄຂຢູ່ໃນແຜນການຂອງນາຍພົນ ນາວາ. ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງເປີດບັ້ນຮົບຍຸດທະສາດໃນລະດູບານໃໝ່ ປີ 1953-1954. ພ້ອມນັ້ນກໍວາງແຜນນະໂຍບາຍເປີດການບຸກໂຈມຕີສັດຕູໃນສະໜາມຮົບການຕ່າງປະເທດ ເພື່ອສ້າງເງື່ອນໄຂໃຫ້ແກ່ບັ້ນຮົບດຽນບຽນຝູ້, ກອງບັນຊາການສູງສຸດໄດ້ອອກຄຳສັ່ງໃຫ້ເປີດບັ້ນຮົບບຸກໂຈມຕີຢ່າງແຂງແຮງໃນທົ່ວສະໜາມຮົບອິນດູຈີນດ້ວຍ 5 ບາດຄ້ອນຍຸດທະສາດຄື: ວັນທີ 10/12/1953 ກອງທັບຫວຽດນາມ ໄດ້ເປີດບັ້ນຮົບບຸກໂຈມຕີເຂົ້າເທດສະບານຕາແສງລາຍເຈົາ, ການສູ້ຮົບແກ່ຍາວ 12 ວັນ-ຄືນ ຈຶ່ງປົດປ່ອຍລາຍເຈົາໄດ້. ໃນທ້າຍເດືອນ 12/1953 ໂດຍສົມທົບກັບທະຫານຫວຽດນາມ ກອງທັບລາວອິດສະຫຼະ ໄດ້ເປີດບັ້ນຮົບບຸກໂຈມຕີເຂົ້າພາກກາງຂອງລາວ. ໃນທ້າຍເດືອນ 12 ປີ 1955 ກອງທັບລາວອິດສະຫຼະ ສົມທົບກັບກອງທະຫານອາສາສະໝັກຫວຽດນາມ ໄດ້ບຸກລົງພາກໃຕ້ຂອງລາວ, ປົດປ່ອຍຕົວເມືອງອັດຕະປື, ສ່ວນໜຶ່ງຂອງແຂວງສາລະວັນ, ດົງບໍລະເວນ, ເວີນໄຊ ຊຽງປອງ. ກອງທັບປະຊາຊົນຫວຽດນາມ ເປີດບັ້ນຮົບໄຕຫງວຽນ ຊຶ່ງແກ່ຍາວ 12 ວັນ-ຄືນ ຈຶ່ງປົດປ່ອຍ ເທດສະບານຕາແສງກອນຕຸມໄດ້. ໃນທ້າຍເດືອນ 1/1954 ກອງທະຫານ ລາວ-ຫວຽດນາມ ໄດ້ເປີດບັ້ນຮົບບຸກໂຈມຕີແນວປ້ອງກັນຂອງສັດຕູຢູ່ລ້ອງນໍ້າອູກ້າວສູ່ ແຂວງຫຼວງພະບາງ ແລະ ໂຈມຕີຂຶ້ນພາກເໜືອຂອງລາວ, ປົດປ່ອຍແຂວງຜົ້ງສາລີ.

ການບຸກໂຈມຕີດ້ວຍ 5 ບາດຄ້ອນຍຸດທະສາດລ້ວນແຕ່ໄດ້ຮັບໄຊຊະນະ ແລະ ເປັນການທັບມ້າງກົນອຸບາຍຂອງນາວາ, ສ້າງເງື່ອນໄຂໃຫ້ກອງທັບຫວຽດນາມເປີດບັ້ນຮົບດຽນບຽນຝູ້.

ວັນທີ 6/12/1953 ກົມການເມືອງສູນກາງພັກຫວຽດນາມ ໄດ້ເປີດກອງປະຊຸມ ແລະ ມີມະຕິຕົກລົງເປີດບັ້ນຮົບດຽນບຽນຝູ້ ໃນລະດູບານໃໝ່ 1953-1954. ກົມການເມືອງໄດ້ກໍານົດວ່າ: “ດຽນບຽນຝູ້ແມ່ນກຸ່ມ ຖານທີ່ໝັ້ນທີ່ເຂັ້ມແຂງ ແຕ່ມັນກໍມີຈຸດບົກຜ່ອງພື້ນຖານຄືມັນຖືກໂດດດ່ຽວ” ກົມການເມືອງໄດ້ແຕ່ງຕັ້ງໃຫ້ທ່ານ ພົນເອກ ຫວໍ ຫງວຽນ ຢາບ ລັດຖະມົນຕີວ່າການກະຊວງປ້ອງກັນຊາດ ເປັນເລຂາຄະນະພັກດ້ານຮົບ ແລະ ເປັນຜູ້ບັນຊາການທະຫານສູງສຸດ, ລັດຖະບານ ໄດ້ຕົກລົງສ້າງຕັ້ງສະພາສະໜອງເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ແກ່ແນວໜ້າໂດຍແມ່ນ ທ່ານ ຟາມວັນດົງ.

ປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ກຽມພ້ອມເພື່ອສະໜາມຮົບ ໂດຍປະຕິບັດຕາມຄໍາຂວັນທີ່ວ່າ: “ທຸກສິ່ງທຸກຢ່າງ ເພື່ອແນວໜ້າ, ທຸກສິ່ງຢ່າງ ເພື່ອຕີເອົາໄຊຊະນະ”.

ພາຍຫຼັງທີ່ໄດ້ກະກຽມມາໄລຍະໜຶ່ງ, ເຖິງເວລາ 17 ໂມງ ຂອງວັນທີ 17/3/1954 ກອງທັບ ແລະ ປະຊາຊົນຫວຽດນາມ ກໍໄດ້ລັ່ນສຽງປືນບຸກໂຈມຕີສັດຕູ ໃນຂະນະທີ່ພວກເຂົາພວມເຜີຕົວ. ການບຸກໂຈມຕິດຽນບຽນຝູ້ເປັນເວລາ 55 ວັນ-ຄືນ, ໄດ້ແບ່ງອອກເປັນ 3 ຄັ້ງໃຫຍ່ຄື: ການບຸກໂຈມຕີ ຄັ້ງທີ 1 ເລີ່ມແຕ່ວັນທີ 13-17/3/1954 ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ດັບສູນ 2 ກຸ່ມຖານທີ່ໝັ້ນຢູ່ໃນລາວ ແລະ ດົກເລິບຢ່າງຮາບຄາບ, ບັງຄັບໃຫ້ສັດຕູອອກມາຍອມຈໍານົນຢູ່ຈຸດບ້ານແກ້ວ, ທໍາລາຍສິ່ງກີດກັ້ນ, ເປີດທາງໄປສູ່ທິດເໜືອຂອງຖານທັບສັດຕູ. ການບຸກໂຈມຕີ ຄັ້ງທີ 2 ເລີ່ມແຕ່ວັນທີ 30/3 ຮອດທ້າຍເດືອນ 4/1954, ຮັດແຄບວົງປິດລ້ອມ ເພື່ອແບ່ງແຍກສັດຕູອອກ ແລ້ວບຸກໂຈມຕີຢ່າງລຽນຕິດ, ຢຶດໄດ້ກຸ່ມຖານທີ່ໝັ້ນສ່ວນໃຫຍ່ ລຽບຕາມຈຸດສູງທາງທິດຕາເວັນອອກ, ບັ້ນຮົບບຸກໂຈມຕີຂອງກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ເຮັດໃຫ້ສັດຕູຕົກຢູ່ທ່າຫວາດຫວັ່ນຢ້ານກົວ. ດຽນບຽນຝູ້ ໃນເວລານັ້ນ ແມ່ນໄດ້ກາຍເປັນຂຸມນາລົກຝັງທະຫານສັດຕູ. ໃນວັນທີ 19/4/1954 ກົມການເມືອງໄດ້ເປີດກອງປະຊຸມ ເພື່ອຕີລາຄາໝາກຜົນໃນການບຸກໂຈມຕີ 2 ຄັ້ງ ແລະ ໄດ້ຢັ້ງຢືນວ່າ: ທົ່ວພັກ ທົ່ວປວງຊົນ ຈະນໍາເອົາທຸກກໍາລັງສະໜອງຊ່ວຍໜູນໃຫ້ແກ່ບັ້ນຮົບດຽນບຽນຝູ້ ແລະ ຈະເຮັດສໍາເລັດຕາມຄວາມຮຽກຮ້ອງຕ້ອງການ ເພື່ອຍາດເອົາໄຊຊະນະໃນບັ້ນຮົບນີ້ໃຫ້ໄດ້ຢ່າງແນ່ນອນ. ການບຸກໂຈມຕີ ຄັ້ງທີ 3 ໃນວັນທີ 1/5/1954 ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ບຸກໂຈມຕີເຂົ້າດັບສູນເຮືອນຮັງສຸດທ້າຍຂອງສັດຕູ ຢູ່ໃນດຽນບຽນຝູ້. ວັນທີ 7/5/1954 ນາຍພົນ ນາວາ ພ້ອມກັບເສນາທິການທະຫານທັງໝົດ ໄດ້ອອກມາຍອມຈໍານົນ. ບັ້ນຮົບດຽນບຽນຝູ້ຍາດໄດ້ໄຊຊະນະອັນຍິ່ງໃຫຍ່, ດັບສູນ ແລະ ຈັບເປັນສະເລີຍເສິກ 16.200 ຄົນ, ຍິງເຮືອບິນຕົກ 62 ລໍາ, ຢຶດ ແລະ ທໍາລາຍອາວຸດຍຸດໂທປະກອນພາຫະນະສົງຄາມຂອງສັດຕູໄດ້ທັງໝົດ.

ໄຊຊະນະບັ້ນຮົບດຽນບຽນຝູ້ແມ່ນຈຸດສູງສຸດ, ແມ່ນການທົດສອບກໍາລັງແຮງຮອບດ້ານ, ດຸເດືອດຂ້ຽວຂາດທີ່ສຸດ ໃນພາລະກິດຕໍ່ສູ້ກູ້ຊາດ ລະຫວ່າງ ກອງທັບປະຊາຊົນຫວຽດນາມ ກັບພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນຂອງຈັກກະພັດອາເມຣິກາ. ໄຊຊະນະບັ້ນຮົບດຽນບຽນຝູ້ໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າ ຖືກພັງທະລາຍເປັນເທື່ອທໍາອິດຢູ່ໃນໂລກ, ບັງຄັບໃຫ້ພວກວາງແຜນຍຸດທະສາດຂອງລັດທິລ່າເມືອງຂຶ້ນ ຕ້ອງໄດ້ຫັນທິດໄປສູ່ການປະຕິບັດລັດທິລ່າເມືອງແບບໃໝ່.

ໄຊຊະນະດຽນບຽນຝູ້ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກຂອງປະຊາຊົນຫວຽດນາມ ທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະ ຫວັດສາດຂອງຊາດ ແລະ ຂອງໂລກ ໃນສະຕະວັດທີ 20 ຊຶ່ງໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທໍາມີຄວາມສະຫວ່າງສະໄຫວຂຶ້ນຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ກໍາລັງທະຫານຍັງອ່ອນນ້ອຍ ພາຫະນະອຸປະກອນຍັງມີໜ້ອຍ ແຕ່ມີຄວາມສາມັກຄີຢ່າງແໜ້ນແຟ້ນ, ມີການຊີ້ນໍາ-ນໍາພາຂອງພັກ ແລະ ປະທານ ໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່, ຮູ້ໝູນໃຊ້ກໍາລັງປະກອບອາວຸດທົ່ວປວງຊົນ ເພື່ອເຮັດສົງຄາມປະຊາຊົນ, ສາມາດຕີເອົາໄຊຊະນະກັບສັດຕູຜູ້ທີ່ມາຮຸກຮານທີ່ມີພື້ນຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄໝກວ່າຫຼາຍເທົ່າ.

ໄຊຊະນະດຽນບຽນຝູ້ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ຮ່ວມສໍາພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍຕົນເອງ. ໄຊຊະນະດັ່ງກ່າວ ໄດ້ດັບມອດເຈດຈໍານົງ ແລະ ການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານຝຣັ່ງ ຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກໍາປູເຈຍ. ພາກເໜືອຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ກາຍເປັນຖານທີ່ໝັ້ນຂອງການປະຕິວັດທີ່ເຂັ້ມແຂງ ທັງເປັນແນວຫຼັງທີ່ແໜ້ນແກ່ນໃຫ້ແກ່ການດໍາເນີນການຕໍ່ສູ້ຕ້ານຈັກກະພັດອາເມຣິກາຢູ່ພາກໃຕ້ຫວຽດນາມ.

ໄຊຊະນະດຽນບຽນຟູ້ ແລະ ໄຊຊະນະໃນການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນຝຣັ່ງຂອງປະຊາຊົນຫວຽດນາມ, ລາວ ແລະ ກໍາປູເຈຍ ແມ່ນເປັນເທື່ອທໍາອິດທີ່ໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າຖືກພັງທະລາຍລົງຢູ່ໃນໂລກ. ໄຊຊະນະດຽນບຽນຝູ້ ເປັນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ ໃນພາລະກິດສ້າງສາພັດທະນາປະເທດຊາດຊົ່ວກາລະນານ, ມານະຈິດຂອງດຽນບຽນຝູ້ ຍັງໃສແຈ້ງ, ຍັງເປັນກຳລັງແຮງປຸກລະດົມອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ໃນພາລະກິດປ່ຽນແປງໃໝ່ ປະຕິບັດຈຸດໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ, ປະຊາທີປະໄຕ, ສີວິໄລ”.

– ສຳລັບປະເທດລາວໄຊຊະນະດຽນບຽນຝູ້ ໄດ້ມີຄວາມສໍາຄັນໃນການສາມັກຄີພິເສດ, ຫວຽດນາມ, ຮ່ວມສຳພັນສູ້ຮົບ ລະຫວ່າງ ລາວ-ຫວຽດນາມ, ເປັນໄຊຊະນະຕ້ານສັດຕູໂຕດຽວກັນ, ປະສານສົມທົບ ແລະ ອຸດໜູນຊຶ່ງກັນ ແລະ ກັນຕະຫຼອດມາ.

ໂດຍ: ສີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments