Sunday, October 20, 2024
Homeຂ່າວພາຍໃນມອບ-ຮັບເຄື່ອງໂທລະໂຄ່ງກະຈາຍສຽງວິທະຍຸໃຫ້ແກ່ໂຮງຮຽນເຫຼົ່າຮົບພະລາທິການກອງທັບ ຢູ່ແຂວງໄຊສົມບູນ

ມອບ-ຮັບເຄື່ອງໂທລະໂຄ່ງກະຈາຍສຽງວິທະຍຸໃຫ້ແກ່ໂຮງຮຽນເຫຼົ່າຮົບພະລາທິການກອງທັບ ຢູ່ແຂວງໄຊສົມບູນ

ໃນວັນທີ 6 ພຶດສະພາ 2023 ນີ້ ກົມໃຫຍ່ພະລາທິການກອງທັບ ໄດ້ມອບເຄື່ອງໂທລະໂຄ່ງກະຈາຍສຽງວິທະຍຸ 1 ຊຸດ ໃຫ້ແກ່ໂຮງຮຽນເຫຼົ່າຮົບພະລາທິການກອງທັບ ຢູ່ແຂວງໄຊສົມບູນ ເພື່ອຮັບໃຊ້ເຂົ້າໃນວຽກງານໂຄສະນາຂະບວນການ, ເຊິ່ງຕາງໜ້າໃຫ້ກົມໃຫຍ່ພະລາທິການ, ກ່າວມອບໂດຍສະຫາຍພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ໄດ້ໃຫ້ກຽດກ່າວຮັບໂດຍ ສະຫາຍ ພັນໂທ ບຸນທະນົງໄຊ ວໍລະສານ ຫົວໜ້າການທະຫານໂຮງຮຽນເຫຼົ່າຮົບພະລາທິການກອງທັບ ເຊິ່ງພິທີມອບຮັບດັ່ງກ່າວໂດຍມີຄະນະນໍາຫ້ອງການກົມໃຫຍ່ພະລາທິການ, ພະນັກງານວິຊາການຈາກກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະພັກ-ຄະນະບັນຊາໂຮງຮຽນ, ພະແນກການ ແລະ 3 ອົງການຈັດຕັ້ງມະຊົນຂອງໂຮງຮຽນເຂົ້າຮ່ວມ.

ເຊິ່ງຈຸດປະສົງ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານໂຄສະນາຂະບວນການຂ່າວສານສື່ມວນຊົນຕ່າງໆ ຂອງກອງທັບປະຊາຊົນລາວ, ທັງພາຍໃນ ແລະ ຕ່າງປະເທດ , ເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ, ນັກຮົບຢູ່ພາຍໃນໂຮງຮຽນ, ອົງການຈັດຕັ້ງບ້ານອ້ອມຂ້າງ ແລະ ພໍ່ແມ່ປະຊາຊົນ ໄດ້ຮັບຟັງຂ່າວສານສາລະໜ້າຮູ້ທີ່ດີເປັນປະຈໍາວັນ ເພື່ອຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ແນວທາງແຜນນະໂຍບາຍປ່ຽນແປງໃໝ່ຂອງພັກ-ລັດ ແລະ ຂອງກອງທັບໃນແຕ່ລະໄລຍະ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments