Sunday, October 20, 2024
Homeສາລະໜ້າຮູ້ວິ​ທີ​ແກ້​ເມົາຄ້າງ (hangover)

ວິ​ທີ​ແກ້​ເມົາຄ້າງ (hangover)

ຄົນໃດມັກດື່ມມາທາງນີ້ ບໍ່ວ່າຈະດື່ມຫນັກ ຫຼື ເບົາ? ຢ່າລືມວ່າມື້ຕໍ່ໄປຈະຕ້ອງເມົາຄ້າງໜັກແນ່ນອນ ມື້ນີ້ມີວິທີແກ້ອາການເມົາຄ້າງ (hangover) ມາແນະ​ນໍາ​ໃຫ້ທ່ານ.

1. ກິນເຂົ້າກ່ອນດື່ມເຫຼົ້າ

ກ່ອນທີ່ຈະດື່ມເຫຼົ້າ ທ່ານຄວນຊອກຫາອາຫານຮອງທ້ອງໄວ້ກ່ອນ ປະມານ 1 ຊົ່ວໂມງກ່ອນດື່ມ ຊື່ງອາຫານປະເພດທີ່ແນະນຳເປັນຕົ້ນເຂົ້າ, ນົມ, ໄຂ່ ຫຼື ອາຫານທີ່ມີຜັກກາດນາ ຫຼື ບຣັອກໂຄລີຫຼາຍ ຫຼື ກະລໍ່າປີ ເພາະຜັກກະລໍ່າປີມີກົດໂຟລິກ ທີ່ຈະຊ່ວຍສົ່ງອົກຊີເຈນໃຫ້ກັບສ່ວນຕ່າງໆ ຂອງຮ່າງກາຍ ແລະ ຊ່ວຍຟື້ນຟູຮ່າງກາຍທີ່ຖືກທຳລາຍຈາກເຫຼົ້າ.

2. ກິນອາຫານຫວ່າງ.

ໃນຂະນະທີ່ດື່ມ ຄວນກິນອາຫານຫວ່າງເຊັ່ນ: ຫມາກຖົ່ວ ຫຼື ອາ​ຫານ​ທາດ​ໂປຼ​ຕີນ​ ເພາະໂປຼຕິນຈະຊ່ວຍກັກເກັບສານພິດຈາກເຫຼົ້າທີ່ເຮົາດື່ມເຂົ້າໄປ ຈະຊ່ວຍໃຫ້ອາການເມົາຄ້າງເບົາບາງລົງ.

3. ດື່ມເຫຼົ້າປະສົມກັບນໍ້າ

ຖ້າເປັນປະເພດເຫຼົ້າ ຫຼື ເຫຼົ້າຂາວ ຫຼື ເຫຼົ້າທີ່ຕ້ອງປະສົມກັບເຄື່ອງດື່ມອື່ນໆ ໃຫ້ຫຼີກລ້ຽງການປະສົມກັບໂຄ້ກ ຫຼື ໂຊດາ ເພາະໂຊດາເຮັດໃຫ້ການດູດຊຶມຂອງແອລກໍຮໍໄປສະໝອງໄດ້ໄວຂຶ້ນ ເຮັດໃຫ້ທ່ານເມົາໄວຂຶ້ນ ທາງທີ່ດີຄວນປະສົມກັບນ້ຳ ກັບເຫຼົ້າ ແລະ ແນະນຳໃຫ້ເລືອກເຫຼົ້າທີ່ມີສີຈາງໆ ໄວ້ກ່ອນ ຖ້າບໍ່ຕິລົດຊາດ.

4. ກິນວິຕາມິນ B6

ໃຫ້ຊອກຫາວິຕາມິນບີ 6 ຕິດໂຕໄປມານຳ ກິນລະຫວ່າງຕອນດື່ມ ຈະຊ່ວຍໃຫ້ເຮົາບໍ່ເມົາເຫຼົ້າຫຼາຍ ຈົນເຖີງຂັ້ນຄວບຄຸມສະຕິຕົນເອງບໍ່ໄດ້ ແລະ ຍັງຊ່ວຍແກ້ອາການເມົາຄ້າງໃນຕອນເຊົ້າໄດ້ນຳອີກ.

5. ດື່ມຊາສະຫມຸນໄພຮ້ອນ.

ຫຼັງຈາກດື່ມເຫຼົ້າໃຫ້ ດື່ມຊາສະໝຸນໄພຮ້ອນໆ ເຊັ່ນ: ຊາດອກກຸຫຼາບ ຫຼື ຊາສະໝຸນໄພອື່ນໆ.

6. ກິນອາຫານຫວ່າງກ່ອນນອນ.

ຫຼັງຈາກດື່ມເຫຼົ້າຫຼາຍ ໃຫ້ທ່ານກິນອາຫານຫວ່າງກ່ອນນອນເຊັ່ນ: ເຂົ້າຈີ່ ກັບ jam ຫຼື ນໍ້າເຜິ້ງກິນກ່ອນນອນ.

7. ກິນວິຕາມິນໃນຕອນເຊົ້າ.

ຫຼັງຈາກຕື່ນນອນແລ້ວ ບໍ່ວ່າຈະເປັນເຄື່ອງດື່ມທີ່ມີວິຕາມິນຊີ ຫຼື ອື່ນໆ ແລະ ເຄື່ອງດື່ມທີ່ມີລົດຊາດສົ້ມ ເພື່ອເຮັດໃຫ້ຮ່າງກາຍຮູ້ສຶກສົດຊື່ນ ແລະ ຟື້ນຕົວຈາກການເມົາເຫຼົ້າ.

8. ດື່ມກາເຟດຳ 1 ຈອກ.

ເມື່ອມີອາການເມົາຄ້າງໃຫ້ດື່ມກາເຟ, ນໍ້າ, ບໍ່ວ່າຈະເປັນ espresso ຫຼື Americano ຮ້ອນ ຈະຊ່ວຍຟື້ນຕົວໄດ້ດີຫຼາຍ ເພາະຄາເຟອີນຊ່ວຍກະຕຸ້ນໃຫ້ຮ່າງກາຍຟື້ນຕົວຈາກອາການເມົາຄ້າງ ແລະ ຍັງເປັນຢາຂັບລົມ ເຮັດໃຫ້ເຫຼົ້າອອກຈາກຮ່າງກາຍ.

9. ດື່ມນ້ໍາ

ການດື່ມນ້ໍາຫຼັງຈາກຕື່ນນອນຈະເຮັດໃຫ້ພວກເຮົາຍ່ຽວ ແລະ ຈະຂັບໄລ່ເຫຼົ້າອອກຈາກຮ່າງກາຍໄດ້ເຊັ່ນກັນ.

ເປັນແນວໃດ? ວິທີແກ້ອາການເມົາຄ້າງ (Hangover) ໃຫ້ທົດລອງໃຊ້ເບີ່ງ ສຳລັບຖ້າໃຜມີອາການເມົາຄ້າງ ຕື່ນສວຍໆ ແລະ ​ອາບ​ນໍ້າ​ເຢັນໆ ຈະຮູ້ສຶກສົດຊື່ນ ແລະ ຫາແກງຮ້ອນໆ ມາກິນໃນຕອນເຊົ້າເພື່ອຟື້ນຟູຮ່າງກາຍໃຫ້ມີ​ແຮງ​ທີ່​ຈະ​ເຮັດ​ສິ່ງ​ອື່ນໆ ​ໃນ​ມື້​ຕໍ່​ໄປ​.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments