Sunday, October 20, 2024
Homeຂ່າວພາຍໃນບໍ່ຄຳ-ທອງ ເຊໂປນ ມອບອາກອນກຳໄລໃຫ້ລັດຖະບານລາວ

ບໍ່ຄຳ-ທອງ ເຊໂປນ ມອບອາກອນກຳໄລໃຫ້ລັດຖະບານລາວ

ເມື່ອບໍ່ດົນມານີ້, ບໍລິສັດ ຊືເຟິງ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ນຳໂດຍ ທ່ານ ໂບ ກາວ ປະທານ (ລຊມລ) ພ້ອມຄະນະໄດ້ມອບອາກອນກຳໄລຈຳນວນ 14.682.267,86 ໂດລາ. ຈາກການຂາຍຜົນຜະລິດຄຳ ແລະ ທອງ ໃນສົກປີ 2022. ກ່າວຮັບໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ພ້ອມດ້ວຍພະນັກງານສອງຝ່າຍເຂົ້າຮ່ວມ ນອກຈາກອາກອນກຳໄລ ດັ່ງກ່າວແລ້ວ ທາງບໍລິສັດ ກໍຍັງໄດ້ຈ່າຍຄ່າພາສີຊັບພະຍາກອນແຮ່ທາດ, ຄ່າສໍປະທານ, ເງິນປັນຜົນ ແລະ ພັນທະທາງດ້ານການເງິນອື່ນໆທີ່ກ່ຽວຂ້ອງ ຊຶ່ງເມື່ອລວມເຂົ້າກັນແລ້ວ ລັດຖະບານແມ່ນໄດ້ລາຍຮັບ ລວມຍອດທັງໝົດ ໃນສົກປີ 2022 ເປັນ 50 ລ້ານໂດລາ ຈາກ ລຊມລ. ການປະກອບສ່ວນເຫຼົ່ານີ້ ຈະສືບຕໍ່ສະໜັບສະໜູນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ທ່ານ ໂບ ກາວ ປະທານ (ລຊມລ) ໄດ້ກ່າວວ່າ: ພວກເຮົາມີຄວາມພາກພູມໃຈ ທີ່ໄດ້ປະກອບສ່ວນທາງດ້ານການເງິນ ໃຫ້ແກ່ລັດຖະບານ ໃນເວລາທີ່ຫຼາຍພາກສ່ວນໃນທົ່ວໂລກພົບພໍ້ກັບຄວາມຫຍຸ້ງຍາກທາງດ້ານການເງິນ. ສຳລັບການດຳເນີນງານຂອງໂຄງການບໍ່ຄຳ-ທອງເຊໂປນ ໃນປີ 2022 ຊຶ່ງສາມາດຜະລິດຄຳໄດ້ ກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ. ໃນປີດຽວກັນນີ້, ລຊມລ ໄດ້ເປີດບໍ່ແຮ່ໃຕ້ດິນ ທີ່ທັນສະໄໝແຫ່ງທຳອິດ ຂອງ ສປປ ລາວ ຢູ່ບໍ່ຄຳ-ທອງ ເຊໂປນ ອັນໄດ້ເປັນແບບຢ່າງ ແລະ ບັນທັດຖານໃຫ້ແກ່ໂຄງການບໍ່ແຮ່ອື່ນໆ ກໍຄື ການຂະຫຍາຍອາຍຸການບໍ່ແຮ່ຄຳ-ທອງ ເຊໂປນ ໄປເຖິງປີ 2033. ນັບແຕ່ປີ 2016 ເປັນຕົ້ນມາ, ລຊມລ ໄດ້ເປັນບໍລິສັດບໍ່ແຮ່ໜຶ່ງດຽວຢູ່ໃນ ສປປ ລາວ ທີ່ໄດ້ຮັບກຽດຕິສັກໃນຂັ້ນ A+ ທີ່ເປັນລະດັບສູງສຸດຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການເປັນແບບຢ່າງທີ່ນຳໜ້າໃຫ້ແກ່ໂຄງການອື່ນໆ.

ຕັ້ງແຕ່ດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງໃນປີ 2003, ລຊມລ ໄດ້ປະກອບສ່ວນລາຍຮັບໂດຍກົງຫຼາຍກວ່າ 1,7 ຕື້ໂດລາ ໃຫ້ແກ່ ສປປ ລາວ ໂດຍຜ່ານການຈ່າຍພາສີ-ອາກອນ, ຄ່າພາສີຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ. ນອກຈາກນັ້ນ ຍັງໄດ້ສ້າງຜົນປະໂຫຍດທາງອ້ອມຫຼາຍຮ້ອຍລ້ານໂດລາ ດ້ວຍການສ້າງວຽກເຮັດງານທຳ, ຜ່ານການຝຶກອົບຮົມຕ່າງໆ, ການພັດທະນາຊຸມຊົນ ແລະ ການຈ່າຍເງິນໃຫ້ແກ່ ຄູ່ຮ່ວມທຸລະກິດ ແລະ ຜູ້ສະໜອງທ້ອງຖິ່ນ. ລຊມລ ໄດ້ລົງທຶນປະມານ 50 ລ້ານໂດລາ ໃສ່ການພັດທະນາໂຄງລ່າງພື້ນຖານແຫ່ງຊາດ ແລະ ທ້ອງຖິ່ນ, 56 ລ້ານໂດລາ ໃສ່ການເກັບກູ້ລະເບີດບໍ່ທັນແຕກ ແລະ ຫຼາຍລ້ານໂດລາ ເຂົ້າໃນການອະນຸລັກ ມໍລະດົກທາງດ້ານວັດທະນະທຳ ແລະ ແຜນງານອື່ນໆ.

ຂ່າວ: ບໍ່ຄຳ-ທອງເຊໂປນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments