Sunday, October 20, 2024
Homeຂ່າວກິລາປະທານເທັນນິດລາວ ເນັ້ນນັກກິລາ ສູ້ສຸດຄວາມສາມາດ ສ້າງຜົນງານເຂົ້າຮອບເລິກໆ ໃນຊີເກມ

ປະທານເທັນນິດລາວ ເນັ້ນນັກກິລາ ສູ້ສຸດຄວາມສາມາດ ສ້າງຜົນງານເຂົ້າຮອບເລິກໆ ໃນຊີເກມ

ປະທານສະຫະພັນເທັນນິດແຫ່ງຊາດລາວ ເນັ້ນໜັກຄະນະນັກກິລາເທັນນິດທີມຊາດລາວ ພະຍາຍາມສູ້ຊົນສຸດຄວາມສາມາດ ຍາດໃຫ້ໄດ້ໄຊຊະນະເພື່ອສ້າງກຽດສັກສີ ແລະ ຊື່ສຽງ ມາສູ່ປະເທດຊາດ ເວົ້າສະເພາະແມ່ນໃຫ້ບັນລຸເຂົ້າຫວັງຜ່ານເຂົ້າສູ່ຮອບເລິກໆ ທີ່ຈະສົ່ງເຂົ້າຮ່ວມຊີງໄຊ 7 ລາຍການ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື “ພະນົມເປັນ ເກມ” ຈະຈັດຂຶ້ນລະຫວ່າງວັນທີ 5-17 ພຶດສະພານີ້. ກ່ອນການເດີ່ນທາງເຂົ້າຮ່ວມແຂ່ງຂັນ ທ່ານ ດາວວອນ ພະຈັນທະວົງ ປະທານ ສະຫະພັນເທັກນິດແຫ່ງຊາດລາວ ພ້ອມທັງມອບເງິນສະໜັບສະໜູນຈຳນວນໜຶ່ງໃຫ້ແກ່ທີມນັກກິລາເທັນນິດທີມຊາດລາວ

ໂອກາດນີ້, ທ່ານ ດາວວອນ ພະຈັນທະວົງ ກໍໄດ້ສະແດງຄວາມເປັນຫວງເປັນໃຍ ແລະ ຕີລາຄາສູງຕໍ່ການຕັດສິນໃຈຂອງຄະນະຄູຝຶກ ແລະ ນັກກິລາ ທີ່ໄດ້ຮ່ວມຊີວິດນຳກັນ ເຂົ້າໃນການເກັບຕົວຝຶກຊ້ອມ 6 ອາທິດເຕັມໆ ຊຶ່ງບັ້ນຮົບຕໍ່ໄປແມ່ນເຂົ້າສູ່ຂະບວນການແຂ່ງຂັນຕົວຈິງ ກໍຂໍໃຫ້ຄະນະຄູຝຶກ ໂດຍສະເພາະນັກກິລາຈົ່ງພ້ອມກັນສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ມີນໍ້າໃຈຮັກຊາດ ຮັກແພງຄວາມສາມັກຄີຊຶ່ງກັນ ແລະ ກັນ ແລະ ແລກປ່ຽນປະສົບການທີ່ດີທາງດ້ານການຫຼິ້ນກິລາ ແລະ ວັດທະນະທຳຂອງຊາດ ສິ່ງສຳຄັນຮັບຟັງຄຳສັ່ງສອນຂອງຄູຝຶກ ຕັ້ງໜ້າສູ້ຊົນຢ່າງສຸດຄວາມສາມາດ ເພື່ອຍາດໃຫ້ໄດ້ໄຊຊະນະເພື່ອສ້າງກຽດສັກສີ ແລະ ຊື່ສຽງ ມາສູ່ປະເທດຊາດ ກໍຄື ໃຫ້ໄດ້ຜ່ານເຂົ້າສູ່ຮອບເລິກໆ ໃນການແຂ່ງຂັນເທັນນິດ “ພະນົມເປັນ ເກມ” ໃຫ້ບັນລຸຄາດໝາຍທີ່ວາງໄວ້.

ສຳລັບທີມນັກກິລາເທັນນິດທີມຊາດລາວ ເຂົ້າຮ່ວມ “ພະນົມເປັນ ເກມ” ໃນຄັ້ງນີ້ ທັງໝົດ 5 ຄົນ, ຍິງ 2 ຄົນ ໄດ້ເລີ່ມເກັບຕົວຝຶກຊ້ອມ ແຕ່ເດືອນມີນາ ຜ່ານມາ ແລະ ຈະໄດ້ອອກເດີນທາງໃນວັນທີ 4 ພຶດສະພານີ້ ດ້ວຍສາຍການບິນລາວແອລາຍ ແລະ ຈະໄດ້ເລີ່ມແຂ່ງຂັນເປັນທາງການໃນລະຫວ່າງວັນທີ 6-15 ພຶດສະພາ 2023 ທັງໝົດ 7 ລາຍການ ປະກອບມີ: ປະເພດທີມຍິງ, ທີມຊາຍ, ດ່ຽວຍິງ, ດ່ຽວຊາຍ, ຄູ່ຍິງ, ຄູ່ຊາຍ ແລະ ຄູ່ປະສົມ. ຂະນະທີ່ ມິກເລດເຊີ ສະເດັດຕັນ ຜູ້ສ້າງຜົນງານປະຫວັດສາດໃຫ້ວົງການເທັນນິດລາວ ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ບໍ່ສາມາດເຂົ້າຮ່ວມແຂ່ງຂັນນຳຊຸດນີ້ ຍ້ອນຕິດພາລະກິດສ່ວນຕົວ.

ສ່ວນລາຍຊື່ນັກກິລາເທັນນິດທີມຊາດລາວ ທີ່ຈະເຂົ້າຮ່ວມ “ພະນົມເປັນ ເກມ” ຄັ້ງນີ້ ປະກອບມີ ທ້າວ ວິທະຍາ ລາຊາວະດີ ມື 1 ປະເທດລາວ, ທ້າວ ສະຖາພອນ ສິມມາລາວົງ ມື 2 ປະເທດລາວ ແລະ ທ້າວ ສົມພອນ ຊົງວິໄລ ສ່ວນນັກກິລາຍິງ ກໍມີ ນາງ ດີໄລລາ ປະທຸມມາກູໂຣເນນ ມື 1 ປະເທດລາວ ແລະ ນາງ ທິຣະດາ ພົມມະຈັກ ຂະນະທີ່ ຄູຝຶກແມ່ນ ທ່ານ ອາລັນ ວອງ ຄູຝຶກຄົນອົສຕຣາລີ.

ຂ່າວ: ສົງການ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments