Saturday, October 19, 2024
Homeຂ່າວພາຍໃນມອບ-ຮັບອາຄານ ສູນຕ້ອນຮັບຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ພາກເໜືອ

ມອບ-ຮັບອາຄານ ສູນຕ້ອນຮັບຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ພາກເໜືອ

ພິທີມອບ-ຮັບ ອາຄານສູນຮັບຕ້ອນຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດພາກເໜືອ ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ ແຂວງຫລວງນໍ້າທາ ໃນວັນທີ 3 ພຶດສະພາ 2023, ໂດຍການເຂົ້າຮ່ວມຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີທ່ານ ພົຕ ຈັນສະແຫວງ ທິບຄູນທອງ ຮອງເລຂາພັກແຂວງ, ປະທານກວດກາ ແຂວງຫລວງນໍ້າທາ, ມີຮອງປະທານສູນກາງສະຫະພັນແມ່ຍິງລາວ, ປະທານບໍລິສັດ ທະວີຊັບ ກໍ່ສ້າງ ຈໍາກັດ ຜູ້ດຽວ, ບັນດາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ແຂວງ, ຫ້ອງວ່າການກະຊວງ, ບັນດາກົມໃຫຍ່, ສະມາຊິກກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດ ພ້ອມດ້ວຍນັກທຸລະກິດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ສຸກດາລາ ນໍລະແສງ ປະທານ ບໍລິສັດ ທະວີຊັບ ກໍ່ສ້າງ ຈຳກັດ ຜູ້ດຽວ ໄດ້ລາຍງານກ່ຽວກັບຜົນສໍາເລັດຂອງການກໍ່ສ້າງ ​ໂດຍ​ສັງ​ລວມບໍລິ​ມາດ ​ແລະ ມູນຄ່າໂຄງການ ລວມທັງ​ໝົດ 14,2 ຕື້ກວ່າກີບ ເຊິ່ງປະກອບມີ 3 ໄລຍະການກໍ່ສ້າງ ໂດຍໄດ້ເລີ່ມກໍ່ສ້າງມາແຕ່ ວັນທີ 7 ພຶດສະພາ 2021 ຫາ ວັນທີ 18 ກຸມພາ 2023 ຈຶ່ງສໍາເລັດໂຄງການກໍ່ສ້າງ.

ໃນຕອນທ້າຍ, ໄດ້ມີພິທີເຊັນ ມອບ-ຮັບ ອາຄານ ຢ່າງເປັນທາງການ ລະຫວ່າງ ທ່ານ ພຈົວ ອິນສົມ ທໍາລາສິນ ຫົວໜ້າກອງບັນຊາການ ປກສ ແຂວງຫລວງນໍ້າທາ ແລະ ທ່ານ ສຸກດາລາ ນໍລະແສງ ປະທານບໍລິສັດ ທະວີຊັບ ກໍ່ສ້າງ ຈໍາກັດ ຜູ້ດຽວ ໂດຍຊ່ອງໜ້າ ທ່ານ ພົອ ວິໄລ ຫລ້າຄໍາຟອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ຈາກນັ້ນ, ກໍໄດ້ພ້ອມກັນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ ໃຫ້ແກ່ສູນຮັບຕ້ອນຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ພາກເໜືອ ທີ່ແຂວງຫລວງນໍ້າທາ.

ພ້ອມນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ທ່ຽວຊົມອາຄານຂອງສູນຮັບຕ້ອນຊົ່ວຄາວ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດພາກເໜືອ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments