Friday, October 18, 2024
Homeຂ່າວພາຍໃນອົງການກາແດງ ແລະ ສະຫະພັນ ກຳມະບານແຂວງ ສ້າງຂະບວນການຕ້ອນຮັບຕ້ອນວັນກໍາມະກອນສາກົນ-ວັນກາແດງ ແລະຊີກວົງເດືອນແດງສາກົນ.

ອົງການກາແດງ ແລະ ສະຫະພັນ ກຳມະບານແຂວງ ສ້າງຂະບວນການຕ້ອນຮັບຕ້ອນວັນກໍາມະກອນສາກົນ-ວັນກາແດງ ແລະຊີກວົງເດືອນແດງສາກົນ.

ທີ່ສູນການຄ້າສະຫວັນ ໄອເຕັກ, ໃນວັນທີ 4 ພຶດສະພາ 2023 ອົງການກາແດງ ແຂວງສະຫວັນນະເຂດ ຮ່ວມກັບສະຫະພັນກຳມະບານແຂວງ ໄດ້ເຕົ້າໂຮມເອົາບັນດາອົງການຈັດຕັ້ງພາກລັດ-ເອກະຊົນ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ຊັ້ນຄົນ, ປັນຍາຊົນ ເຂົ້າຮ່ວມຂະບວນການຕ້ອນຮັບວັນກຳມະກອນສາກົນຄົບຮອບ 137 ປີ (01 ພຶດສະພາ 1886– 01ພຶດສະພາ 2023) ແລະ ວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 160 ປີ (1863– 2023) ຂຶ້ນ, ເຊິ່ງມີຜູ້ເຂົ້າຮ່ວມປະມານ 500 ທ່ານ ແລະມີເປົ້າໝາຍຜູ້ທີ່ຈະບໍລິຈາກເລືອດ 150 ທ່ານ ເພື່ອນຳໄປຊ່ວຍເຫຼືອເພື່ອນມະນຸດຮ່ວມຊາດ ກໍ່ຄືຍາດພີ່ນ້ອງຂອງພວກເຮົາ ທີ່ກຳລັງນອນຮັກສາຕົວຢູ່ໂຮງໝໍແຂວງ ແລະໂຮງໝໍເມືອງ ໃນທົ່ວແຂວງ ທີ່ກຳລັງຄອງຄອຍການຊ່ວຍເຫຼືອ.

ຈຸດປະສົງ ແລະຄາດໝາຍຂອງການສ້າງຂະບວນການໃນວັນນີ້ກໍ່ເພື່ອຍົກໃຫ້ເຫັນເຖິງຂະບວນການຕໍ່ສູ້ຂອງກຳມະກອນໃນທົ່ວໂລກ ເພື່ອປົດປ່ອຍຕົນເອງອອກຈາກການກົດຂີ່ຂູດຮີດຂອງພວກນາຍທຶນ, ເພື່ອສະເຫຼີມສະຫຼອງຄວາມເປັນ ເອກະພາບ ແລະ ຄວາມສາມັກຄີ ຂອງຂະບວນການກາແດງ ແລະຊີກວົງເດືອນແດງສາກົນ ໃນວຽກງານມະນຸດສະທຳຂອງພວກເຮົາ, ເຜີຍແຜ່ກ່ຽວກັບປະຫວັດຄວາມເປັນມາ, ຫຼັກການ ແລະພາລະບົດບາດຂອງກາແດງສາກົນ ແລະຊີກວົງເດືອນແດງສາກົນ, ພາລະບົດບາດ ໃນການປຸກລະດົມໃຫ້ບັນດາຊັ້ນຄົນ, ປັນຍາຊົນ ແລະ ມວນຊົນທົ່ວໄປໃນທົ່ວສັງຄົມ ເຫັນໄດ້ຄວາມສຳຄັນຂອງການບໍລິຈາກເລືອດ ແລະຫັນມາປະກອບສ່ວນບໍລິຈາກເລືອດ ເພື່ອຊ່ວຍເຫຼືອຊີວິດຂອງເພື່ອນມະນຸດ ຜູ້ເຈັບປ່ວຍຕ້ອງການເລືອດ ໃຫ້ມີຄວາມພຽງພໍ, ປອດໄພ ແລະທັນເວລາ.

ໃຫ້ກຽດເຂົ້າຮ່ວມໃນກິດຈະກຳຄັ້ງນີ້ໂດຍມີ ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າອົງການກາແດງແຂວງ, ທ່ານ ນາງ ສີສະຫວັດ ໂຄດທະວົງສາ ປະທານສະຫະພັນກຳມະບານແຂວງ ພ້ອມດ້ວຍບັນດາທ່ານແຂກຖືກເຊີນ, ພະນັກງານລັດຖະກອນຈາກພະແນກການ-ຂະແໜງການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ ແລະມີຫຼາຍທ່ານໄດ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອຊ່ວຍເຫຼືອເພື່ອນມະນຸດຜູ້ທີ່ກຳລັງປິ່ນປົວຕົວ ແລະຕ້ອງການເລືອດ./.

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments