Friday, October 18, 2024
Homeສາລະໜ້າຮູ້ວິທີປະຢັດໄຟໃນຍຸກທີ່ທີ່ນ້ຳມັນແພງ ໄຟຟ້າແພງ ທຸກຢ່າງ “ແພງ”

ວິທີປະຢັດໄຟໃນຍຸກທີ່ທີ່ນ້ຳມັນແພງ ໄຟຟ້າແພງ ທຸກຢ່າງ “ແພງ”

ຄ່າ​ໄຟ​ກໍ່ແພງ​ຂຶ້ນ​ແບບ​ນີ້ເຮົາ​ມີວິທີ​ປະຢັດ​ຄ່າ​ໄຟແນວ​ໃດ ? ມາເບິ່ງ 5 ວິທີປະຢັດໄຟຟ້າໃນຍຸກທີ່ທຸກຢ່າງມີລາຄາແພງນຳກັນເລີຍ!

  1. ປະຢັດໄຟໂດຍການ “ຖອດສາຍໄຟທຸກຄັ້ງທີ່ຢຸດໃຊ້”

ເຊື່ອ ຫຼື ບໍ່? ວິທີພື້ນຖານນີ້ແມ່ນວິທີທີ່ປະຢັດໄຟໄດ້ຜົນທີ່ສຸດ ແລະ ເປັນວິທີວິຊາການໄຟຟ້າ ຫຼື ERC ແນະນໍາໃຫ້ປະຊາຊົນໃຫ້ເຮັດເຊັ່ນດຽວກັນ ພຽງແຕ່ຖອດເຄື່ອງໃຊ້ໄຟຟ້າ ຫຼື ຖ້າສຽບສາຍໄຟກໍ່ໃຫ້ປິດສະວິດຢູ່ເທີງສາຍໄຟ ພຽງເທົ່ານີ້ກໍ່ຈະເຮັດໃຫ້ເຄື່ອງໃຊ້ໄຟຟ້າຢຸດການກິນໄຟໄດ້.

ຖ້າທ່ານຕ້ອງການປະຢັດໄຟ ຕ້ອງຈື່ໄວ້ສະເໝີວ່າ: ການປິດເຄື່ອງໃຊ້ໄຟບໍ່ເທົ່າກັບການຖອດສາຍໄຟ ຖ້າຍັງສຽບສາຍໄຟຢູ່ ເຄື່ອງໃຊ້ໄຟຟ້ານັ້ນກໍ່ຈະຍັງກິນໄຟ ດັ່ງນັ້ນ ຄ່າໄຟຟ້າຈຶ່ງແພງຜິດປົກກະຕິ.

ສຳລັບຄົນທີ່ມັກລືມເຮົາຂໍແນະນຳ Smart Plug ເຊິ່ງເປັນອຸປະກອນອີເລັກໂທຣນິກອັດສະລິຍະທີ່ສາມາດເປີດ ແລະ ປິດທາງໄກໄດ້ໂດຍຜ່ານສະມາດໂຟນ ເພາະປະຢັດໄຟໄດ້ ເຖິງວ່າທ່ານຈະບໍ່ໄດ້ຢູ່ເຮືອນກໍ່ຕາມ.

  • ປະຢັດໄຟໂດຍການ “ເປີດແອອຸນຫະພູມ 26-27 ອົງສາ”

ການເປີດແອໃນອຸນຫະພູມ 26-27 ອົງສາ ສາມາດຊ່ວຍປະຢັດໄຟຟ້າໄດ້ແທ້ ເພາະເຄື່ອງ Condenser ຫຼື Compressor ຈະເຮັດວຽກໜ້ອຍກວ່າເມື່ອທຽບໃສ່ການເປີດແອໃນອຸນຫະພູມຕໍ່າ ເພາະມັນຈະສົ່ງຜົນກະທົບໃຫ້ແອໃນເຮືອນກິນໄຟໜ້ອຍລົງ.

ຖ້າທ່ານຕ້ອງການປະຢັດໄຟ ຕ້ອງຈື່ໄວ້ສະເໝີວ່າ: ແອເຢັນເທົ່າໃດຍີ່ງກິນໄຟຫຼາຍເທົ່ານັ້ນ ເວລາໃດທີ່ຮູ້ສຶກຮ້ອນຫຼາຍ ໃຫ້ຕັ້ງແອຢູ່ອຸນຫະພູມ 26-27 ອົງສາ ທົດລອງເປີດພັດລົມເບີ 1 ຈະຊ່ວຍໃຫ້ອາກາດໃນຫ້ອງໄຫຼວຽນ ແລະ ຮູ້ສຶກເຢັນກວ່າເກົ່າໄດ້.

  • ປະຢັດພະລັງງານໂດຍການ “ໃຊ້ດອກໄຟ LED”

ດອກໄຟ LED ນອກຈາກຈະໃຫ້ແສງສະຫວ່າງທີ່ດີກ່ອນຫຼອດໄຟແບບໃສ້ແລ້ວ ຍັງມີຄຸນນະສົມບັດທີ່ໂດດເດັ່ນອີກອັນຫນຶ່ງແມ່ນການປະຢັດໄຟ ເຖິງແມ່ນວ່າມັນຈະໃຫ້ຄວາມແຈ້ງສະຫວ່າງແລ້ວ ມັນຍັງກິນໄຟຫນ້ອຍລົງ ຫຼື ໃຊ້ພະລັງງານຫນ້ອຍລົງ ນອກຈາກປະຢັດໄຟແລ້ວມັນຍັງປະຢັດເງິນນຳອີກ ເນື່ອງຈາກວ່າມັນມີອາຍຸການໃຊ້ງານດົນກ່ວາດອກໄຟມີໃສ້.

ຖ້າທ່ານຕ້ອງການປະຢັດໄຟ ຈື່ໄວ້ສະເໝີວ່າ: ດອກ LED ແມ່ນດີແທ້ໆ ເຖິງແມ່ນວ່າລາຄາຂອງດອກໄຟ LED ຈະສູງກວ່າດອກໄຟທໍາມະດາ ແຕ່ເນື່ອງຈາກການໃຊ້ເວລາໄດ້ດົນກວ່າ ແລະ ຍັງໃຫ້ແສງສະຫວ່າງທີ່ດີກວ່າ ການ​ເລືອກ​ໃຊ້​ດອກໄຟ LED ຈຶ່ງ​ເປັນ​ການ​ລົງທຶນ​ທີ່​ຄຸ້ມ​ຄ່າ​ ​ແລະ ຊ່ວຍ​ຫຼຸດ​ບັນຫາ​ຄ່າ​ໄຟຟ້າ​ແພງ​ນຳອີກ.

  • ປະຢັດໄຟໂດຍການ “ເລືອກໃຊ້ອຸປະກອນປະຢັດພະລັງງານເບີ 5”

ໂຄງການປະຢັດພະລັງງານເບີ 5 ຂອງ EGAT ເປັນໂຄງການທີ່ຊ່ວຍໃຫ້ພວກເຮົາປະຢັດໄຟໄດ້ງ່າຍຂຶ້ນ ເພາະທາງໂຄງການຈະອອກສະຫຼາກໃຫ້ກັບເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນອີເລັກໂທຣນິກ ຊື່ງຜ່ານການທົດລອງແລ້ວວ່າມີປະສິດທິພາບໃນການປະຢັດໄຟ ແລະ ມີຄ່າສູງສຸດແມ່ນເບີ 5 ສາມດາວ.

ຖ້າທ່ານຕ້ອງການປະຢັດໄຟ ຕ້ອງຈື່ໄວ້ສະເໝີວ່າ: ເບີ 5 ປະຢັດໄຟ ເລືອກໃຊ້ອຸປະກອນປະຢັດໄຟເບີ 5 ເປັນຕົ້ນຕູ້ເຢັນ, ແອ, ເຄື່ອງເຮັດນ້ຳອຸ່ນ, ດອກໄຟ LED ຫຼື ເຄື່ອງດູດອາກາດ ແລະ ອື່ນໆ ເພາະນອກຈາກຈະໄດ້ຮັບການຮັບຮອງວ່າປະຢັດໄຟໄດ້ຫຼາຍກວ່າເບີອື່ນແລ້ວ ມັນຍັງຊ່ວຍເຮັດໃຫ້ຄ່າໄຟບໍ່ແພງ ແລະ ມີປະສິດທິພາບທີ່ເຮັດວຽກໄດ້ດີຫຼາຍ.

  • ປະຢັດໄຟໂດຍການ “ຕິດຕັ້ງໂຊລາເຊລ”

 ໂຊລາເຊລ ( Solar Cell ) ແມ່ນການປ່ຽນພະລັງງານແສງອາທິດມາເປັນພະລັງງານໄຟຟ້າ ຈຸດເດັ່ນແມ່ນ:

 1. ພະລັງງານແສງຕາເວັນແມ່ນພະລັງງານທີ່ບໍ່ເຄີຍໝົດ.

 2. ພະລັງງານແສງຕາເວັນສາມາດນຳໃຊ້ໄດ້ບໍ່ມີໃຜເປັນເຈົ້າຂອງ. 

 3. ພະລັງງານແສງຕາເວັນແມ່ນພະລັງງານສະອາດ.

ການຕິດຕັ້ງຈຸໂຊລາເຊລ ສາມາດຊ່ວຍປະຢັດໄຟໄດ້ຫຼາຍ ໄລຍະເວລາການໃຊ້ງານແມ່ນຂຶ້ນກັບຂະຫນາດ ແລະ ປະເພດຂອງແຜງແສງຕາເວັນທີ່ເລືອກໃນການຕິດຕັ້ງ.

ຖ້າທ່ານຕ້ອງການປະຢັດໄຟໃນເວລາດຽວກັນກັບ​ການ​ຮັກ​ໂລກ​ ຕ້ອງຈື່ໄວ້ສະເໝີວ່າ: ປະຢັດໄຟໄດ້ຫຼາຍຖ້າໃຊ້ໂຊລາເຊລ ທົດລອງຊອກຫາໄຟໂຊລາເຊລຂະຫນາດນ້ອຍໆ ມາໃຊ້ເບິ່ງກ່ອນກໍ່ໄດ້ ພວກເຮົາຂໍແນະນຳແຜງໂຊລາເຊວ PSI ທີ່ມີຫຼາຍຮູບແບບຕາມຄວາມຕ້ອງການຂອງທ່ານ ບໍ່ວ່າຈະເປັນ Solar Roof ຫຼື Easy Plug ຊຸດເລີ່ມຕົ້ນຂອງ PSI Solar Cell.

(ຄວາມສາມາດໃນການປະຢັດໄຟສ່ວນຫຼາຍແມ່ນຂຶ້ນກັບປະລິມານໄຟຟ້າທີ່ໃຊ້ໃນມື້ນັ້ນ ມາປະຢັດໄຟຟ້ານຳກັນຂໍໃຫ້ຜ່ານຍຸກທີ່ທຸກສິ່ງທຸກຢ່າງລວມທັງຄ່າໄຟ “ແພງ”)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments