Friday, October 18, 2024
Homeຂ່າວໜ້າໜຶ່ງບັນດາຄູ່ຮ່ວມງານເຕົ້າໂຮມກັນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກ ແລະ ເພື່ອປົກປ້ອງສິດທິຂອງເດັກລາວ

ບັນດາຄູ່ຮ່ວມງານເຕົ້າໂຮມກັນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກ ແລະ ເພື່ອປົກປ້ອງສິດທິຂອງເດັກລາວ

ວັນທີ 27 ເມສາ 2023 ທີ່ຜ່ານມາ ທີ່ທ່າລາດ ແຂວງວຽງຈັນ ໄດ້ຈັດກອງປະຊຸມປະຈໍາປີຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ ໂດຍການເປັນປະທານຂອງ ພະນະທ່ານ ລີ ປາວ ຢ່າງ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ ແລະ ທ່ານ ນາງ ດຣ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ.

ຄປດ ມີບົດບາດສຳຄັນໃນການປົກປ້ອງສະຫວັດດີພາບ ແລະ ສິດທິຂອງເດັກໃນ ສປປ ລາວ ມີຄວາມພະຍາຍາມໃນການປະສານງານ ແລະ ການຈັດຕັ້ງປະຕິບັດເພື່ອປົກປ້ອງເດັກຈາກການຖືກລ່ວງລະເມີດ, ການຂູດຮີດ ແລະ ອັນຕະລາຍໃນຮູບແບບອື່ນໆ ອີງຕາມການສໍາຫຼວດ ແຫ່ງຊາດ ປີ 2017, ເກືອບ 70 ເປີເຊັນຂອງເດັກນ້ອຍ ອາຍຸ 1-14 ປີ ໃນ ສປປ ລາວ ປະສົບກັບຄວາມຮຸນແຮງໃນບາງຮູບແບບພາຍໃນເດືອນກ່ອນການເຂົ້າຮ່ວມການສໍາຫຼວດ ເຊິ່ງຊີ້ໃຫ້ເຫັນເຖິງຄວາມຕ້ອງການໃຫ້ມີລະບົບການປົກປ້ອງເດັກທີ່ເຂັ້ມແຂງໃນປະເທດ.

ກອງປະຊຸມໃນຄັ້ງນີ້ແມ່ນເປັນໂອກາດອັນດີໃຫ້ແກ່ຄູ່ຮ່ວມງານໃນການນໍາສະເໜີ ແລະ ສົນທະນາເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດກິດຈະກໍາໃນປີ 2022 ແລະ ແຜນປີ 2023 ພ້ອມທັງເຜີຍແຜ່ແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກ 2022-2026 ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ລວມມີ ທ່ານຮອງເຈົ້າແຂວງຈາກທົ່ວປະເທດ, ສະມາຊິກ ຄປດ ຂັ້ນສູນກາງ ແລະ ຕາງໜ້າຄູ່ຮ່ວມພັດທະນາ.

ພະນະທ່ານ ລີ ປາວ ຢ່າງ ໄດ້ກ່າວວ່າ: “ໃນປີ 2022 ພວກເຮົາສາມາດຍາດໄດ້ຜົນສໍາເລັດຫລາຍດ້ານຄຽງຄູ່ກັບຜົນສໍາເລັດດັ່ງກ່າວ ພວກເຮົາຍັງສັງເກດເຫັນສິ່ງທ້າທາຍຈໍານວນໜຶ່ງ ສະນັ້ນ ກອງປະຊຸມໃນມື້ນີ້ຈຶ່ງຈະຄົ້ນຄ້ວາປຶກສາຫາລືເພື່ອປັບປຸງລະບົບປົກປ້ອງເດັກໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢູ່ແຕ່ລະຂະແໜງການ ແລະ ທ້ອງຖິ່ນຢ່າງມີປະສິດທິຜົນ”.

ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກກ່ຽວກັບການສ້າງລະບົບປົກປ້ອງເດັກທີ່ເຂັ້ມແຂງແມ່ນມີຄວາມສໍາຄັນຫຼາຍ ສໍາລັບປະເທດຊາດ, ທັງເປັນການສືບຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດໃນປີທີ່ຜ່ານມາ ສປປ ລາວ ບັນລຸໄດ້ບາດກ້າວອັນພົ້ນເດັ່ນໃນຄວາມພະຍາຍາມເພື່ອຮັບປະກັນການປົກປ້ອງເດັກລາວ, ໃນຂະນະດຽວກັນກໍຍັງມີຫຼາຍສິ່ງທີ່ຕ້ອງເຮັດເພື່ອໃຫ້ເດັກນ້ອຍລາວມີອະນາຄົດທີ່ດີກວ່າ.

ໃນຊຸມປີທີ່ຜ່ານມານີ້ ລັດຖະບານແຫ່ງ ສປປ ລາວ ໄດ້ບັນລຸຜົນສໍາເລັດອັນສໍາຄັນໃນການປົກປ້ອງເດັກ ສປປ ລາວ ເປັນປະເທດທໍາອິດໃນພາກພື້ນທີ່ໄດ້ດຳເນີນຂະບວນການລະອຽດຮອບດ້ານໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກ ແລະ ການສ້າງບຸກຄະລາກອນສັງຄົມສົງເຄາະ ຂະບວນການນີ້ລວມມີການປະເມີນລະບົບປົກປ້ອງເດັກໃນ ສປປ ລາວ ປີ 2019 ຂໍ້ສະເໜີແນະເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກ ຮັບຮອງໃນປີ 2020 ແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງແກ່ລະບົບປົກປ້ອງເດັກ 2022-2026 ແລະ ຄໍາແນະນໍາການສ້າງບຸກຄະລາກອນສັງຄົມສົງເຄາະໃນ ສປປ ລາວ.

ທ່ານ ດຣ ເພຍ ເຣເບລໂລ ບຣິດໂຕ ໄດ້ໃຫ້ຄຳເຫັນ: “ການເປີດໂຕແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງລະບົບປົກປ້ອງເດັກສະບັບທໍາອິດ ເປັນຕົວຢ່າງການຮ່ວມມືທີ່ເຂັ້ມແຂງລະຫວ່າງລັດຖະບານ ສປປ ລາວ, ອົງການຢູນິເຊັບ ແລະ ຄູ່ຮ່ວມພັດທະນາ ເນື່ອງໃນໂອກາດວັນສະເຫຼີມສະຫຼອງອົງການຢູນິເຊັບ ຄົບຮອບ 50 ປີໃນປີນີ້ ພວກເຮົາໃຫ້ຄໍາໝັ້ນສັນຍາວ່າ: ຈະສືບຕໍ່ສະໜັບສະໜູນລັດຖະບານລາວ ໃນການບັນລຸເປົ້າໝາຍການພັດທະນາ ແລະ ຮັບປະກັນໃຫ້ເດັກນ້ອຍທຸກຄົນໃນທົ່ວປະເທດມີອະນາຄົດທີ່ປອດໄພກວ່າເກົ່າ” .

ໃນກອງປະຊຸມວິຊາການທີ່ຈັດຂຶ້ນວັນທີ 26 ເມສາ ເຂົ້າຮ່ວມໂດຍ ທ່ານ ຮອງປະທານຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກຂັ້ນແຂວງ ພ້ອມດ້ວຍວິຊາການຈາກຂະແໜງການ ແລະ ອົງການທີ່ກ່ຽວຂ້ອງໄດ້ນໍາສະເໜີແລກປ່ຽນບົດຮຽນ, ປະສົບການ ແລະ ສົນທະນາກ່ຽວກັບການສ້າງຄວາມເຂັ້ມແຂງຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ ແລະ ຕາໜ່າງປົກປ້ອງເດັກ. ຜູ້ເຂົ້າຮ່ວມທັງໝົດໄດ້ເຫັນດີເປັນເອກະພາບຕາມແບບແຜນແນວທາງໃນການຈັດຕັ້ງປະຕິບັດເພຶ່ອແນໃສ່ການສ້າງຜົນສະທ້ອນທີ່ສໍາຄັນ ແລະ ສາມາດບັນລຸໄດ້ຕາມຈຸດປະສົງເປົ້າໝາຍ. 

ອົງການຮ່ວມມືສາກົນ ສ. ເກົາຫຼີ (KOICA) ແລະ ລັດຖະບານປະເທດອົດສະຕາລີ ໂດຍຜ່ານແຜນງານການຮ່ວມມືຂອງ NGO ປະເທດອົດສະຕາລີ ໄດ້ໃຫ້ການສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການບັນລຸຜົນສໍາເລັດສໍາຄັນທີ່ໄດ້ກ່າວມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments