Saturday, October 19, 2024
Homeຂ່າວໜ້າໜຶ່ງສະຫາຍນາຍົກລັດຖະມົນຕີ ຕ້ອນຮັບສະຫາຍເລຂາທິການສູນກາງພັກກອມມູນິດກູບາ

ສະຫາຍນາຍົກລັດຖະມົນຕີ ຕ້ອນຮັບສະຫາຍເລຂາທິການສູນກາງພັກກອມມູນິດກູບາ

ໃນຕອນເຊົ້າ ວັນທີ 30 ເມສາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກງພັກ, ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂອງສະຫາຍ ໂຣເບີດໂຕ ໂມຣາເລດສ ໂອເຮດາ, ກຳມະ ການກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກກອມມູນິດກູບາ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ໂຣເບີດໂຕ ໂມຣາເລດສ ໂອເຮດາ ພ້ອມຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສືບຕໍ່ຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ນັບມື້ແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆ ຂຶ້ນ; ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມພົບປະເຮັດວຽກ ຮ່ວມກັບ ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໃນວັນທີ 29 ເມສາ 2023 ທີ່ຜ່ານມາ ໂດຍສະເພາະການແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບສະພາບການພົວພັນຮ່ວມມືສອງພັກ, ສະພາບການພາກພື້ນ ແລະ ສາກົນ; ການລົງນາມຂໍ້ຕົກລົງ ກ່ຽວກັບການແລກປ່ຽນ ແລະ ການຮ່ວມມື ລະຫວ່າງສອງພັກ; ຜົນສໍາເລັດການຈັດກອງປະຊຸມສຳມະນາທິດສະດີ ແລະ ພຶດຕິກຳຕົວຈິງ ລະຫວ່າງສອງພັກ; ການລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ໂຮງຮຽນຊັ້ນສູງຍີໂກ-ໂລເປດສ ຂອງພັກກອມມູນິດກູບາ ແລະ ສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ ແລະ ການລົງນາມຂໍ້ຕົກລົງການຮ່ວມມື ລະຫວ່າງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງຊາວໜຸ່ມກອມມູນິດກູບາ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ຂອງ ສປປ ລາວ ໂດຍສະເພາະການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ລວມທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄືປັດຈຸບັນ; ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນອັນລໍ້າຄ່າ ທີ່ພັກ, ລັດຖະບານ ແລະ ປະຊາຊົນກູບາ ໃຫ້ແກ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດໄລຍະທີ່ຜ່ານມາ ໂດຍໄດ້ຢືນຢັນຄືນວ່າ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນກູບາ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ມິດຕະພາບ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ; ສະເໜີເພີ່ມທະວີການຮ່ວມມືກັນໃນວຽກງານ ແລະ ຂະແໜງການທີ່ມີຢູ່ແລ້ວ ເຊັ່ນ: ສຶກສາ, ກິລາ, ສາທາລະນະສຸກ, ລວມທັງ ຂະແໜງການໃໝ່ອື່ນໆ ທີ່ສອງຝ່າຍມີທ່າແຮງ, ມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ ເປັນຕົ້ນ ການຜະລິດສິນຄ້າ, ພະລັງງານ, ກະສິກໍາປຸງແຕ່ງ, ການທ່ອງທ່ຽວ ແລະ ອື່ນໆ; ໄດ້ສະແດງຄວາມຂອບໃຈ ໄປຍັງສະຫາຍ ນາຍົກລັດຖະ ມົນຕີ ແຫ່ງ ສ.ກູບາ ທີ່ໄດ້ສົ່ງສານຊົມເຊີຍ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄົນໃໝ່ ພ້ອມທັງ ຝາກຄຳຢ້ຽມຢາມຖາມຂ່າວ ແລະ ຄຳເຊື້ອເຊີນ ໄປຍັງສະຫາຍ ນາຍົກລັດຖະມົນຕີ ສ. ກູບາ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.

ໃນໂອກາດດຽວກັນ, ສະຫາຍ ໂຣເບີດໂຕ ໂມຣາເລດສ ໂອເຮດາ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນ ຮັບອັນອົບອຸ່ນ ຂອງສະຫາຍນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນສຳເລັດ ໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້; ໄດ້ມີຄຳເຫັນແລກປ່ຽນ ກ່ຽວກັບສະພາບຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ຂອງ ສ. ກູບາ ແລະ ສະແດງຄວາມໝາຍໝັ້ນ ຈະສືບຕໍ່ພົວພັນຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments