Friday, October 18, 2024
Homeຂ່າວພາຍໃນສະຫະພັນແມ່ຍິງແຂວງ ສະຫວັນນະເຂດ ຈັດຊຸດຝຶກອົບຮົມກ່ຽວກັບກົນໄກ ການປະສານງານ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນ 05 ເມືອງ ເປົ້າໝາຍ .

ສະຫະພັນແມ່ຍິງແຂວງ ສະຫວັນນະເຂດ ຈັດຊຸດຝຶກອົບຮົມກ່ຽວກັບກົນໄກ ການປະສານງານ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນ 05 ເມືອງ ເປົ້າໝາຍ .

ໃນວັນທີ 03 ພຶດສະພາ 2023 ສະຫະພັນແມ່ຍິງແຂວງ ສະຫວັນນະເຂດ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບກົນໄກ ການປະສານງານ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ການສົ່ງເສີມບົດບາດຍິງ-ຊາຍ ໃຫ້ແກ່ຄະນະກໍາມາທິການສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ຜູ້ຮັບຜິດຊອບວຽກງານໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກ ໃນ 05 ເມືອງ ເປົ້າໝາຍ ຄື: ເມືອງໄຊບູລີ, ເມືອງທ່າປາງທອງ, ເມືອງຊົນນະບູລີ, ເມືອງໄຊພູທອງ ແລະ ເມືອງອາດສະພອນ ) ທີ່ສູນໃຫ້ຄໍາປຶກສາ ແລະ ຝຶກອົບຮົມວິຊາຊີບສະຫະພັນແມ່ຍິງແຂວງ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານນາງ ແກ້ວພອນ ເກດຕະວົງ ຮອງປະທານສະຫະພັນແມ່ຍິງແຂວງ, ມີບັນດາທ່ານຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ວິຊາການຈາກສະຫະພັນແມ່ຍິງແຂວງ ທີ່ເປັນຄູຝຶກ, ພ້ອມດ້ວຍນັກສໍາມະນາກອນທີ່ມາຈາກສະຫະພັນແມ່ຍິງເມືອງ, ຫ້ອງການສາທາລະນະສຸກ, ຫ້ອງການສຶກສາທິການແລະກິລາເມືອງ, ຫ້ອງການຍຸຕິທໍາເມືອງ, ໄອຍະການເມືອງ ແລະ ວິຊາການສະຫະພັນແມ່ຍິງເມືອງ ໃນ 05 ເມືອງເປົ້າໝາຍ ເຂົ້າຮ່ວມຈໍານວນ 46 ຄົນ, ຍິງ 31 ຄົນ, ຊາຍ 15 ຄົນ.

ໃນພິທີ ທ່ານນາງ ແກ້ວພອນ ເກດຕະວົງ ຮອງປະທານສະຫະພັນແມ່ຍິງແຂວງ ກໍ່ໄດ້ມີຄໍາເຫັນ ແລະ ກ່າວເປີດກອງປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ແລະ ການເອົາໃຈໃສ່ຂອງພັກ-ລັດຖະບານ ຕໍ່ວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໂດຍໄດ້ດໍາເນີນວຽກງານຕ່າງໆຕໍ່ກັບບັນຫາດັ່ງກ່າວໃຫ້ເປັນລະບົບຄົບຊຸດ ນັບທັງດ້ານນະໂຍບາຍ ແລະ ການຮ່ວມມື, ການປ້ອງກັນສະກັດກັ້ນ, ການດໍາເນີນຄະດີ ແລະ ບັງຄັບໃຊ້ກົດໝາຍ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໂດຍສະເພາະແມ່ນກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ແຜນພັດທະນາແມ່ຍິງແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງບັນດາເຜົ່າ. ສໍາລັບແຂວງສະຫວັນະເຂດ ກໍ່ເປັນແຂວງໜຶ່ງທີ່ມີການພັດທະນາທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມຂະຫຍາຍຕົວສູງ, ບັນຫາການໃຊ້ຄວາມຮຸນແຮງຢູ່ໃນສັງຄົມ ເວົ້າລວມເວົ້າສະເພາະພາຍໃນແຂວງແມ່ນເກີດຂຶ້ນຫຼາຍ. ດັ່ງນັ້ນເພື່ອເຮັດໃຫ້ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ມີບັນຫາ ແລະ ຜູ້ຖືກເຄາະຮ້າຍໄດ້ເຂົ້າເຖິງການບໍລິການ ແລະ ໄດ້ຮັບການປົກປ້ອງຊ່ວຍເຫຼືອ, ຄະນະກໍາມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ຄະນະປະສານງານວຽກງານໃຫ້ຄໍາປຶກສາແຕ່ລະຂັ້ນ ທີ່ມາຈາກຫຼາຍພາກສ່ວນ ມີພາລະບົດບາດ, ໜ້າທີ່ປະສານງານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນການນໍາສົ່ງ ຕໍ່ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂໂດຍໄວ. ກອງປະຊຸມຝຶກອົບຮົມໃນຄັ້ງນີ້ຈະໃຊ້ເວລາຢູ່ 03 ວັນຈຶ່ງຈະສໍາເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments