Friday, October 18, 2024
Homeຂ່າວພາຍໃນປີນີ້ ຫສປທ ຈັດລຽງບຸລິມະສິດ ແລະ ກໍານົດວຽກຈຸດສຸມແຕ່ລະດ້ານ

ປີນີ້ ຫສປທ ຈັດລຽງບຸລິມະສິດ ແລະ ກໍານົດວຽກຈຸດສຸມແຕ່ລະດ້ານ

ໃນແຜນພັດທະນາ 5 ປີ (2021-2025) ຂອງຫ້ອງວ່າການສຳນັກງານປະທາປະເທດ (ຫສປທ) ປະກອບມີ 5 ແຜນພັດທະນາ, 24 ໂຄງການ ແລະ 39 ກິດຈະກໍາ ໃນຂະນະດຽວກັນວຽກງານຈຸດສຸມໃນປີ 2023 ນີ້ ໄດ້ຈັດລຽງບຸລິມະສິດ ແລະ ກໍານົດວຽກຈຸດສຸມແຕ່ລະດ້ານທີ່ຕິດພັນກັບໜ້າວຽກຕົວຈິງ.

ທ່ານ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດໄດ້ລາຍງານການຈັດຕັ້ງເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງ ຫສປທ ໃຫ້ຮູ້ວ່າ: ວຽກງານຈຸດສຸມໃນປີ 2023 ໂດຍສະເພາະວຽກງານສຶກສາອົບຮົມການເມືອງ-ແນວຄິດຈະເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນ ໂດຍ ການເຜີຍແຜ່ເອົາມະຕິ, ຄໍາສັ່ງ, ແຈ້ງການຂອງພັກ, ກົດໝາຍ, ລະບຽບການຕ່າງໆຂອງລັດ ແລະ ເອກະສານອື່ນໆໃນໂອກາດວັນສໍາຄັນຂອງຊາດ, ຂອງສາກົນ, ພ້ອມທັງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນທີ່ກ່ຽວຂ້ອງ ກັບຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ ແລະ ຖືເປັນສໍາຄັນກ່ຽວກັບການພົວພັນປະສານງານ ລະຫວ່າງ ບຸກຄົນກັບບຸກຄົນ, ພະແນກກັບພະແນກ, ກົມກັບກົມ ແລະ ລະຫວ່າງ ຫ້ອງວ່າການສໍານັກງານປະທານປະເທດ ກັບພາກສ່ວນອື່ນໆ ໃຫ້ດີຂຶ້ນກວ່າເກົ່າ,ເພີ່ມທະວີຍົກສູງສະຕິລະວັງຕົວ, ປະຕິບັດຕາມຄໍາສັ່ງ ກໍຄືມາດຕະການຕ່າງໆທີ່ຂັ້ນເທິງ ແລະ ຄະນະສະເພາະກິດຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ວາງອອກແຕ່ລະໄລຍະ, ປະກອບສ່ວນໃນການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ ຂອງລັດຖະບານ ຕາມພະລະບົດບາດ.

ໃນນັ້ນວຽກງານວິຊາສະເພາະຈະກະກຽມຄວາມພ້ອມທາງດ້ານສະຖານທີ່, ດ້ານເນື້ອໃນ, ພິທີການ, ງົບປະມານ ແລະ ພະນັກງານຮັບໃຊ້ ແລະ ວຽກປິ່ນອ້ອມອື່ນໆ ໃຫ້ແກ່ການເຄື່ອນໄຫວລັດຖະກິດທັງພາຍໃນ ແລະ ຕ່າງປະເທດ ຂອງປະທານປະເທດ ແລະ ຮອງປະທານປະເທດ, ການຕ້ອນຮັບທູດເຂົ້າຍື່ນສານຕາຕັ້ງ, ມອບສານແຕ່ງຕັ້ງ ແລະ ການເຂົ້າຢ້ຽມຂ່ໍານັບອໍາລາຂອງບັນດາເອກອັກຄະລັດຖະທູດ ປະເທດຕ່າງໆ ປະຈໍາ ສປປ ລາວ ແລະ ການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຕ່າງໆ, ຈັດຕັ້ງປະຕິບັດໂຄງການສ້ອມແປງໃຫຍ່ອາຄານຫໍຄໍາ ແລະ ໂຄງການປັບປຸງເດີ່ນດ້ານໜ້າ ແລະ ບ່ອນຈອດລົດໃຫ້ສໍາເລັດຕາມແຜນການ, ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນລົງທຶນຂອງລັດປະຈໍາປີ 2023, ຈັດສັນງົບປະມານທີ່ອະນຸມັດແຕ່ລະງວດໃຫ້ທັນກໍານົດເວລາ, ຕອບສະໜອງງົບປະມານໃຫ້ແກ່ການເຄື່ອນໄຫວວຽກງານຕ່າງໆ ຕາມພາລະບົດບາດໃຫ້ຮັບປະກັນ, ສືບຕໍ່ຄຸ້ມຄອງ, ປົກປັກຮັກສາຊັບສົມບັດສ່ວນລວມຂອງລັດ ເຊັ່ນ: ອາຄານ, ສະຖານທີ່, ພາຫະນະຮັບໃຊ້ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ພ້ອມທັງຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກທີ່ຈໍາເປັນແຕ່ລະໄລຍະທັງຮັບປະກັນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງ ປະທານປະເທດ, ຮອງປະທານປະເທດ ຢູ່ ທໍານຽບປະທານປະເທດ ແລະ ການປະຕິບັດໜ້າທີ່ການເມືອງຂອງ ຫສປທ ໃຫ້ມີປະສິດຕິຜົນ.

(ຂ່າວ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments