Friday, October 18, 2024
Homeຂ່າວພາຍໃນສ​ສ​ຊ ເຂດ 14 ເຂົ້າຮ່ວມສຳມະນາ ການເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິຜົນ

ສ​ສ​ຊ ເຂດ 14 ເຂົ້າຮ່ວມສຳມະນາ ການເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິຜົນ

ກຳມາທິການແຜນການ ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ຈັດກອງປະຊຸມສຳມະນາວິທະຍາສາດ ຂັ້ນວິຊາການ ກ່ຽວກັບການເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຂຶ້ນ​ໃນ​ວັນ​ທີ 2 ພຶດ​ສະ​ພາ ຜ່ານມາ ທີ່ຫ້ອງປະຊຸມສະພາແຫ່ງຊາດ, ຜ່ານລະບົບກອງປະຊຸມທາງໄກ, ໂດຍການເປັນປະທານຮ່ວມຂອງ ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ກວດສອບ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ບັນດາທ່ານປະທານ, ຮອງປະທານກຳມາທິການພາຍໃນສະພາແຫ່ງຊາດ, ລັດຖະມົນຕີ, ຮອງລັດຖະມົນຕີ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ, ມີປະທານສະພາ, ຮອງປະທານສະພາປະຊາຊົນແຂວງ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ສໍາລັບແຂວງສາລະວັນ ນຳ​ໂດຍ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ 14 ປະທານສະພາປະຊາຊົນແຂວງສາລະວັນ, ພ້ອມ​ຄະ​ນະ.

ທ່ານ ລີເບີ ລີບົວປາວ ໄດ້ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອແນໃສ່ປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ບັນລຸຕາມແຜນ ກໍຄືການ​ຈັດ​ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ ຕາມທິດທີ່ມີຄຸນນະພາບ, ໝັ້ນ​ທ່ຽງ ແລະ ຍືນຍົງ ຊຶ່ງເປັນເປົ້າໝາຍ ທີ 1 ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທີ່ໄດ້ກຳນົດໃນແຜນ 5 ປີ ຄັ້ງທີ IX (2021-2025). ເພື່ອປັບປຸງວຽກງານການຈັດສັນງົບປະມານ ການລົງທຶນຂອງລັດໃຫ້ສອດຄ່ອງຕາມລັດຖະທຳມະນູນ, ກົດໝາຍ ໃຫ້ມີຜົນສັກສິດ ແລະ ມີປະສິດທິພາບ ທັນເວລາ ພິຈາລະນາຮັບຮອງຢູ່ກອງປະຊຸມສະພາແຫ່ງຊາດ ແລະ ຈັດຕັ້ງປະຕິບັດຕາມແຜນງົບປະມານປະຈຳປີໃຫ້ມີຜົນສັກສິດຕາມທີ່ໄດ້ກຳນົດໃນກົດໝາຍ ໂດຍສະເພາະ ການຈັດສັນງົບປະມານຕົວຈິງ ຮັບປະກັນຄວາມຍຸຕິທຳ, ມີຈຸດສຸມ, ເປັນບຸລິມະສິດ, ມີການກະຈາຍ ແລະ ການດຸ່ນດ່ຽງການລົງທຶນລະຫວ່າງຂະແໜງການສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງເຂດແຄ້ວນ ໃຫ້ສົມເຫດສົມຜົນ, ປັບປຸງຫຼັກການ ແລະ ກົນໄກການຈັດສັນງົບປະມານໃຫ້ຈະແຈ້ງ, ນຳໃຊ້ເຕັກນິກການຈັດສັນງົບປະມານໃຫ້ມີຄວາມທັນສະໄໝຫຼາຍຂຶ້ນ ແລະ ການສ້າງແຜນການລົງທຶນຂອງລັດໃນຕໍ່ໜ້າ ສອດຄ່ອງຕາມຄວາມສາມາດສະໜອງແຫຼ່ງທຶນຕົວຈິງ ຊຶ່ງກອງປະຊຸມໄດ້ຍົກໃຫ້ເຫັນບັນຫາທີ່ຕັ້ງຂຶ້ນທາງດ້ານນິຕິກຳ, ຫຼັກການ, ກົນໄກປະສານສົມທົບກ່ຽວກັບການຈັດສັນງົບປະມານ ແລະ ການພິຈາລະນາຮັບຮອງງົບປະມານ ແລະ ດ້ານເຕັກນິກວິຊາການ, ໃນການສະເໜີວິທີແກ້ໄຂແຕ່ລະບັນຫາໃຫ້ຈະແຈ້ງ, ຊັດເຈນ ເພື່ອຫັນໃຫ້ເປັນນິຕິກຳຢ່າງເປັນລະບົບ ແລະ ສາມາດຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບຕົວຈິງ.

ກອງ​ປະ​ຊຸມ​ຄັ້ງ​ນີ້ ຍັງໄດ້ຮັບຟັງການນຳສະເໜີບົດຄົ້ນຄວ້າວິທະຍາສາດກ່ຽວກັບການເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ພ້ອມທັງໄດ້ຮ່ວມກັນປະກອບຄຳຄິດຄຳເຫັນ, ສົນທະນາແລກປ່ຽນ ແລະ ຖອດຖອນເປັນບົດຮຽນ ກ່ຽວກັບບັນດາເນື້ອໃນທີ່ໄດ້ສະເໜີ ເພື່ອສະເໜີຂັ້ນເທິງພິຈາລະນາ ແລະ ດຳເນີນການໃນຂັ້ນຕໍ່ໄປ ຕາມຄວາມເໝາະສົມຮັບໃຊ້ ໃນ​ການກະກຽມໃນການສ້າງແຜນການລົງທຶນຂອງລັດ ປະຈຳປີ 2024 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີ ຂຶ້ນກວ່າເກົ່າ.

ຂ່າວ-ພາບ: ທິດລານີ ໂຄດໂຍທາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments