Friday, October 18, 2024
Homeຂ່າວພາຍໃນທ່ານ ເຈົ້ານະຄອນ ໄກສອນ ພົມວິຫານ ລົງຊຸກວຽກງານຮອບດ້ານຢູ່ກຸ່ມບ້ານທີ10 ບ້ານທາດອີງຮັງ

ທ່ານ ເຈົ້ານະຄອນ ໄກສອນ ພົມວິຫານ ລົງຊຸກວຽກງານຮອບດ້ານຢູ່ກຸ່ມບ້ານທີ10 ບ້ານທາດອີງຮັງ

ໃນຕອນເຊົ້າວັນທີ 3 ພຶດສະພາ 2023ນີ້, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າ ຫ້ອງການອ້ອມຂ້າງພາຍໃນນະຄອນ ແລະ ພະແນກການຂອງແຂວງຈຳນວນໜຶ່ງໄດ້ລົງເຄື່ອນໄຫວ ພົບປະຢ້ຽມຢາມປະຊາຊົນ ບ້ານທາດອີງຮັງ ນະຄອນ ໄກສອນ ພົມວິຫານ,ແຂວງສະຫວັນນະເຂດ ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ພັທ ທອງດຳ ເຫຼື່ອມແສງດີ ກຳມະການພັກນະຄອນ ຜູ້ຊີ້ນຳກຸ່ມບ້ານທີ10,ພ້ອມດ້ວຍຄະນະພັກ,ຄະນະປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນການເຄື່ອນໄຫວວຽກງານທີ່ກຸ່ມບ້ານທີ 10 ຄັ້ງນີ້ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມຄະນະ ແມ່ນໄດ້ຮັບຟັງການລາຍງານ ສະພາບໂດຍລວມຈາກ ທ່ານ ສອນໄຊ ບຸນຍະເດດ ນາຍບ້ານໆທາດອີງຮັງ ເຊີ່ງທ່ານຍົກໃຫ້ເຫັນ ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ພື້ນຖານການດໍາລົງຊີວິດ ຂອງພໍ່ແມ່ປະຊາຊົນ, ບ້ານທາດອີງຮັງ ມີພົນລະເມືອງທັງໝົດ 2.604 ຄົນ, ຍິງ 1.283 ຄົນ, ມີ 439 ຫຼັງຄາເຮືອນ, ມີ 400 ຄອບຄົວ, ຊົນເຜົ່າລາວ, ນັບຖືສາສະໜາພຸດ, ປະກອບອາຊີບເຮັດນາເປັນຕົ້ນຕໍ, ອາຊີບສໍາຮອງແມ່ນ ປູກຝັງ – ລ້ຽງສັດ ແລະ ຫາປາ, ມີເນື້ອທີ່ປູກເຂົ້ານາປີ 275ເຮັກຕາ, ເນື້ອທີ່ສວນ 5.5 ເຮັກຕາ, ມີພື້ນຖານການດໍາລົງຊີວິດທີ່ອຸດົມສົມບູນ, ຊີວິດການເປັນຢູ່ໄດ້ຮັບການພັດທະນາທີ່ດີ, ລູກຫຼານຂອງພໍ່ແມ່ປະຊາຊົນທີ່ເຖິງອາຍຸກະ ສຽນໄດ້ເຂົ້າຮຽນໃນຂັ້ນປະຖົມສຶກສາຢ່າງທົ່ວເຖິງ, ປະຊາຊົນໄດ້ຮັບການບໍລິການທາງດ້ານສາທາ ລະນະສຸກເປັນຢ່າງດີ, ໂດຍລວມແລ້ວ ການດໍາຊີວິດຂອງພໍ່, ແມ່ປະຊາຊົນ ບ້ານທາດອີງຮັງແມ່ນຢູ່ໃນສະພາບເງື່ອນໄຂທີ່ດີຫລາຍ, ແຕ່ເຖິງຢ່າງໃດກໍ່ຕາມເພື່ອສືບຕໍ່ໃນການສ້າງສາພັດທະນາ ໃນຕໍ່ໜ້າ ຕາງໜ້າຄະນະການນໍາຂອງບ້ານ ຍັງໄດ້ສະເໜີຕໍ່ການນໍາຂອງນະຄອນ ໃຫ້ຂັ້ນເທິງລົງໃກ້ສິດຕິດແທດຕື່ມເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງຂັ້ນເທິງກັບຮາກຖານບ້ານ,ລົງສຳຫຼວດຄືນຂອບເຂດດິນທໍລະນີສົງ(ຂອບເຂດດິນພຣະທາດ) ເພື່ອປັກຫຼັກເຂດ ຫຼີກລ້ຽງການສ້າງສາໃນເຂດດັ່ງກ່າວ,ນ້ຳໃຊ້ບໍພຽງພໍ,ການທີ່ມາເຮັດຮົ້ວໃນປ່າແຄນ(ຮ້ານກາເຟ)ເຮັດພຽງແຕ່ສ່ວນໃດສ່ວນໜຶ່ງ,ການລັກຕັດໄມ້ທຳລາຍປ່າໃນເຂດປ່າສະຫວຽນດົງນາຕາດ ແລະ ອື່ນໆ.ໂອກາດດຽວກັນ ບັນດາທ່ານ ຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ ແລະ ການນໍາຂອງນະຄອນ ຍັງໄດ້ສະແດງຄວາມຄິດເຫັນຊີ້ແຈ້ງບາງເນື້ອໃນທີ່ຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງພໍ່, ແມ່ປະຊາຊົນ ເພື່ອແລກປ່ຽນຄວາມຄິດເຫັນກ່ຽວກັບຮູບແບບ ວິທີການ ໃນການແກ້ໄຂຕາມຄວາມເໝາະສົມທີແທດເໝາະກັບສະພາບຕົວຈິງ.

ທີ່ສໍາຄັນເພື່ອແນໃສ່ໃນການເສີມຂະຫຍາຍປົກປັກຮັກສາມູນເຊື້ອຄວາມດຸໝັ້ນໃນການທໍາມາຫາກິນ ແລະ ສ້າງພື້ນຖານການດໍາລົງຊີວິດທີ່ຖືກຕ້ອງ ທ່ານ ເຈົ້ານະຄອນ ໄກສອນ ພົມວິຫານ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີນໍາ ໂດຍໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ເພີ່ມທະວີໃນການພັດທະນາຊີວິດການເປັນຢູ່ ຍົກສູງພື້ນຖານການຜະລິດ, ໂດຍສະເພາະ ແມ່ນການຜະລິດກະສິກໍາເປັນສິນຄ້າ ເພື່ອຕອບສະໜອງທ່ອງຕະຫຼາດພາຍໃນນະຄອນສ້າງເສດຖະກິດຄອບຄົວ ໃຫ້ມີກິນ, ມີໃຊ້ ແລະ ມີສ່ວນແຮໄວ້, ໄປຄຽງຄູ່ກັບການພັດທະນາຕາໜ່າງການສຶກສາ ແລະ , ການປ້ອງກັນພະຍາດຕາມລະດູການ, ພ້ອມດຽວກັນນັ້ນ ກໍ່ຕ້ອງເອົາໃຈໃສ່ ໃນວຽກງານດ້ານການເມືອງ-ແນວຄິດ,ວຽກງານບໍລິຫານ-ການປົກຄອງບ້ານ,ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ດ້ວຍຄວາມເອົາໃຈໃສ່ ພິເສດ ທ່ານຍັງໄດ້ຮັບເອົາ ຄໍາສະເໜີ, ຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນ ເພື່ອນໍາມາຄົ້ນຄວ້າແກ້ໄຂ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ນະຄອນ ຕາມເງື່ອນໄຂທ່າແຮງ.

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments