Saturday, October 19, 2024
Homeຂ່າວຕ່າງປະເທດຢາສູບໄຟຟ້າ ຈຸດເລີ່ມຕົ້ນຂອງການຕິດຢາສູບ ແລະ ຢາເສບຕິດອື່ນ

ຢາສູບໄຟຟ້າ ຈຸດເລີ່ມຕົ້ນຂອງການຕິດຢາສູບ ແລະ ຢາເສບຕິດອື່ນ

ຢາສູບໄຟຟ້າ ເປັນອຸປະກອນສູບຢາຊະນິດໜຶ່ງຊຶ່ງໃຊ້ກົນໄກເຮັດໃຫ້ເກີດຄວາມຮ້ອນ ແລະ ອາຍນ້ຳທີ່ປະກອບມີ 3 ສ່ວນຄື: ແບັດເຕີລີ້, ເຄື່ອງທີ່ເຮັດໃຫ້ເກີດອາຍ-ຄວາມຮ້ອນ (Atomizer) ແລະ ນ້ຳຢາ ຊຶ່ງມີສ່ວນປະກອບຫຼັກ ແມ່ນສານເຄມີຕ່າງໆ ແລະ ບໍ່ມີຄວັນຈາກຂະບວນການເຜົາໄໝ້ຄືກັບຢາສູບປົກກະຕິທົ່ວໄປ. ສຳລັບນໍ້າຢາກາຍເປັນອາຍ ແລະ ເຂົ້າສູ່ຮ່າງກາຍຂອງຄົນສູບຈະປະກອບດ້ວຍສານຫຼັກໆຄື: ນິໂກຕິນ (Nicotine), ໂພລໂພລີນໄກລຄໍ (Propylene glycol), ກຣີເຊີລີນ (Glycerol/Glycerin) ແລະ ສານແຕ່ງກິ່ນ ຫຼື ລົດຊາດຕ່າງໆ. ຢາສູບໄຟຟ້າຍັງເປັນທີ່ນິຍົມສູບຂອງໄວໜຸ່ມລາວ ອັນເປັນສາເຫດຂອງການຕິດຢາສູບ ແລະ ຢາເສບຕິດຊະນິດອື່ນ.

ຕາມໂປສເຕີຂອງກະຊວງສາທາລະນະສຸກລາຍງານໃຫ້ຮູ້ວ່າ: ສະຖິຕິປີ 2016 ສປປ ລາວ ໄວໜຸ່ມ ອາຍຸ 13-15 ປີ ມີຜູ້ສູບຢາໄຟຟ້າ ເພດຊາຍ 5%, ເພດຍິງ 3,7% ແລະ ປັດຈຸບັນເຫັນວ່າ ໜ້າເປັນຫ່ວງທີ່ສຸດເມື່ອພົບວ່າ: ໄວໜຸ່ມລາວທັງຍິງ ແລະ ຊາຍສູບຢາໄຟຟ້າເພີ່ມຂຶ້ນ. ຄາດວ່າໃນອະນາຄົດປະເທດຊາດຈະຕ້ອງໄດ້ແບກຫາບພາລະຄ່າໃຊ້ຈ່າຍໃນການປິ່ນປົວຈໍານວນມະຫາສານ ແລະ ຜູ້ເຈັບປ່ວຍດ້ວຍພະຍາດຊໍາເຮື້ອ, ເປັນອໍາມະພຶກ-ອໍາມະພາດມາຈາກການສູບຢາໄຟຟ້າທີ່ມີຈໍານວນເພີ່ມຂຶ້ນຈະຕ້ອງໄດ້ຮັບການດູແລຮັກສາ. ສຳລັບການຕະຫຼາດແບບໃໝ່ຂອງບໍລິສັດຢາສູບມີເຫຼ່ຫຼ່ຽມເລິກແລບຫຼາຍ, ເປົ້າໝາຍເດັກ ແລະ ໄວລຸ້ນເພື່ອກໍໃຫ້ເກີດການເສບຕິດນິໂຄຕີນ, ເຮັດໃຫ້ເດັກສັບສົນເຂົ້າໃຈຜິດວ່າຢາສູບແບບໃໝ່ນີ້ ອາດບໍ່ມີສ່ວນປະກອບຂອງຢາສູບ. ສູບແລ້ວອາດບໍ່ຕິດ, ອາດບໍ່ສົ່ງຜົນຮ້າຍຕໍ່ສຸຂະພາບ. ໃນນັ້ນ, ການວິໄຈຄັ້ງທຳອິດພົບວ່າ: 1 ໃນ 4 ຂອງການນໍາໜູລົດລອງເປັນມະເຮັງປອດຫຼັງສູບດົມຢາສູບໄຟຟ້າພາຍໃນ 1 ປີ, ຢາສູບໄຟຟ້າມີຄວາມສ່ຽງເປັນມະເຮັງສູງກວ່າຢາສູບທໍາມະດາເຖິງ 2,2 ເທົ່າ ການເປັນມະເຮັງທີ່ພົບເຫັນໃນຄົນສູບຢາໄຟຟ້າ, ແຕກຕ່າງຈາກມະເຮັງທີ່ພົບເຫັນໃນຄົນສູບຢາສູບທຳມະດາ. ພ້ອມນັ້ນ, ສູບຢາສູບໄຟຟ້າຍັງສ່ຽງເປັນໂຣກພະຍາດປອດເຂົ້າຕອກແຕກຂອງປອດຕື່ມອີກ.

ກະຊວງສາທາລະນະສຸກຍັງໄດ້ໃຫ້ຮູ້ຕື່ມວ່າ: ສຳລັບການສົມທຽບນີໂກຕິນໃນຢາສູບໄຟຟ້າ ແລະ ຢາສູບໂຮງງານມີດັ່ງນີ້: ຢາສູບທົ່ວໄປ ບໍ່ມີກົ້ນຕອງ, ປຸກຫຼາຍ, ຢາສູບທຳມະດາ, ແບບຈືດ, ແບບຈືດຫຼາຍ, ໃນຢາສູບ 1 ກອກ ຜູ້ສູບຈະໄດ້ຮັບນິໂກຕິນສູງສຸດປະມານ 3 mg. ຢາສູບໄຟຟ້າມີຫຼາຍແບບ: ຖ້າສູບຈະໄດ້ຮັບນິໂກຕິນຂຶ້ນກັບຄວາມແຮງ ແລະ ປະລິມານການບັນຈຸຕາມລຳດັບຄື: ແບບເຂັ້ມຂຸ້ນສຸດ 36 mg, ເຂັ້ມຂຸ້ນຫຼາຍ 24 mg, ແບບເຂັ້ມຂຸ້ນ 16 mg, ແບບກາງໆ 11 mg ແລະ ແບບອ່ອນ 8 mg. ຢາສູບໄຟຟ້າມີລັກສະນະເປັນແທັງມີຂະໜາດໃຫຍ່ເລີ່ມເປັນທີ່ນິຍົມໃຊ້ສູບໃນປີ 2011 ແລະ ຢາສູບໄຟຟ້າຍັງມີຫຼາຍຮູບແບບຄື: ແບບທີ 1 (Unregulated Mod) ຄວາມແຮງໄຟສູງ, ບໍ່ສາມາດຄຸ້ມໄຟໄດ້, ເຜົາໄໝ້ສູງ, ປັບແຕ່ງຫົວໄດ້ຫຼາກຫຼາຍ, ເຕີມນ້ຳຢາໄດ້ຫຼາກຫຼາຍ, ອາຍນ້ຳ/ຄວັນຫຼາຍທີ່ສຸດ, ໃຊ້ເວລາດົນໃນການປ່ຽນສຳລີ ແລະ ເຕີມນ້ຳ; ແບບທີ 2 Regular ສາມາດຄວບຄຸມຄວາມແຮງໄຟ, ເຜົາໄໝ້ຫຼາຍລະດັບ, ມີຫົວຫຼາກຫຼາຍແບບ, ເຕີມນໍ້າຢາໄດ້ຫຼາກຫຼາຍ ແລະ ມີຖັງເກັບນ້ຳ, ສະດວກສະບາຍໃນການໃຊ້ຕໍ່ເນື່ອງ, ສະດວກສະບາຍໃນການເຕີມນ້ຳຢາ ແລະ ນິຍົມທີ່ສຸດໃນລາວ; ແບບທີ 3 ແລະ 4Pod Mods ຫຼື Pod System ເປັນຢາສູບໄຟຟ້າຊະນິດທີ່ເນັ້ນການຮັບສານນິໂກຕິນ, ມີຂະໜາດນ້ອຍພົກພາສະດວກໃຊ້ງ່າຍເປັນທີ່ນິຍົມໃນປີ 2019 – ປັດຈຸບັນ. ພ້ອມນີ້, ຢາສູບໄຟຟ້າຍັງມີແບບ Open system ມີຊ່ອງໃຫ້ເຕີມນໍ້າຢາລົງໄປໃໝ່, ມີຫຼາກຫຼາຍສີ, ກິ່ນ ແລະ ຣົດຊາດແຕ່ຍາກໃນການເຕີມນ້ຳຢາ; ແບບ Closed System ບໍ່ຈໍາເປັນເຕີມນໍ້າຢາ, ສູບໝົດແລ້ວຖິ້ມປ່ຽນໃໝ່, ຫຼາກຫຼາຍສີ, ກິ່ນ ແລະ ຣົດຊາດກຳລັງເປັນທີ່ນິຍົມຫຼາຍ.

ກະຊວງສາທາລະນະສຸກ ຍັງໄດ້ອອກກົດໝາຍວ່າດ້ວຍການຄວບຄຸມຢາສູບໂດຍສະເພາະມາດຕາ 47 ຂໍ້ຫ້າມທົ່ວໄປ: ຫ້າມບຸກຄົນ, ຄອບຄົວ, ສັງຄົມ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກຳດັ່ງນີ້: ຊົມໃຊ້ຜະລິດຕະພັນຢາສູບຮູບແບບໃໝ່ເປັນຕົ້ນ ຢາສູບໄຟຟ້າ, ຢາສູບລະເຫີຍອາຍ, ຢາສູບຊີຊາ ຫຼື ບາຣາກູ ແລະ ມາດຕາ 49 ຂໍ້ຫ້າມສຳລັບຜູ້ຈຳໜ່າຍ, ຂາຍຍ່ອຍ ຜະລິດຕະພັນຢາສູບ. ຫ້າມຜູ້ຈຳໜ່າຍ, ຂາຍຍ່ອຍຜະລິດຕະພັນຢາສູບມີພຶດຕິກຳດັ່ງນີ້: ຫ້າມຈຳໜ່າຍ, ຊື້, ຂາຍຜະລິດຕະພັນຢາສູບຮູບແບບໃໝ່ເປັນຕົ້ນຢາສູບໄຟຟ້າ, ຢາສູບລະເຫີຍອາຍ, ຢາສູບຊີຊາ ຫຼື ບາຣາກູ.

ສະນັ້ນ, ຜູ້ປົກຄອງຄວນເບິ່ງແຍງລູກຫຼານຂອງຕົນເອງທີ່ກຳລັງເປັນໜໍ່ແໜງຂອງປະເທດຊາດບໍ່ໃຫ້ໄປພົວພັນກັບຢາສູບດັ່ງກ່າວເດັດຂາດ. ພ້ອມນັ້ນ, ຜູ້ປົກຄອງຍັງຮູ້ສັງເກດການຕິດຢາສູບໄຟຟ້າຂອງລູກຫຼານຄື: ເຄື່ອງນຸ່ງ, ຫ້ອງນອນມີກິ່ນຜິດປົກກະຕິບໍ, ບໍ່ໃຫ້ລູກຫຼານໄປພົວພັນກັບຜູ້ທີ່ຕິດຢາສູບ ແລະ ຄວນອົບຮົມບອກສອນລູກຫຼານ ໃຫ້ຮູ້ຜົນຮ້າຍຂອງການສູບຢາສູບໄຟຟ້າເພື່ອບໍ່ໃຫ້ເຂົາເຈົ້າໄປພົວພັນ ອັນເປັນສາເຫດໃຫ້ເກີດການຕິດຢາສູບ ແລະ ຢາຊະນິດອື່ນ.

ໂດຍ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments