Saturday, October 19, 2024
Homeສຶກສາສສກ ສຳເລັດການຝຶກອົບວິຊາການຕອບໂຕ້ກຳນົດຊອກຄົ້ນ ແລະ ການປ້ອງກັນແຫຼ່ງກຳເນີດລັງສີ

ສສກ ສຳເລັດການຝຶກອົບວິຊາການຕອບໂຕ້ກຳນົດຊອກຄົ້ນ ແລະ ການປ້ອງກັນແຫຼ່ງກຳເນີດລັງສີ

ພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄລຍ ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາິທການ ແລະ ກິລາ ຫຼື ສສກ ໄດ້ສຳເລັດການຈັດຝຶກອົບວິຊາການກ່ຽວກັບວິທີການຕອບໂຕ້, ກຳນົດ, ຊອກຄົ້ນ ແລະ ການປ້ອງກັນແຫຼ່ງກຳເນີດລັງສີໃຫ້ແກ່ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ຕໍາຫຼວດທີ່ປະຈຳດ່ານ, ເຈົ້າໜ້າທີ່ປະຈຳດ່ານສະໜາມບິນສາກົນ, ເຈົ້າໜ້າທີ່ວິຊາການຂອງທະຫານ ແລະ ເຈົ້າໜ້າທີ່ຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄລຍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຈຳນວນໜຶ່ງ.

ພິທີປິດກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 28 ເມສາ 2023 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຄະນະຜູ້ຊ່ຽວຊານຈາກກົມພະລັັງງານ ສະຫະລັດອາເມຣິກາ ຊ່ຽວຊານຈາກອົງການພະລັງງານປະລະມະນູແຫ່ງປະເທດຢີ່ປຸ່ນ, ສຳມະນາກອນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ປອ ສຸລິອຸດົງ ສູນດາລາ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະທີມງານຈັດຕັ້ງກອງປະຊຸມຝຶກອົບຮົມ ແລະ ບັນດາເຈົ້າໜ້າທີ່ເຂົ້າຮ່ວມ ໂດຍສະເພາະແມ່ນຄະນະຊ່ຽວຊານຈາກ ອົງການພະລັງງານປະລະມະນູແຫ່ງປະເທດຢີປຸ່ນ (JAEA) ແລະ ກົມພະລັງງານ ສະຫະລັດອາເມຣິກາ (US.DOE) ທີ່ໄດ້ຖ່າຍຖອດຄວາມຮູ້ ແລະ ປະເສົບການໃຫ້ແກ່ບັນດາເຈົ້າໜ້າທີ່ ທີ່ໄດ້ຝຶກອົບຮົມ, ຊຶ່ງການຝຶກອົບຮົມດັ່ງກ່າວ ແມ່ນໄດ້ຝຶກທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອຈຳລອງເຫດການໃນການຊອກຄົ້ນ ແລະ ກຽມຕອບໂຕ້ ກໍລະນີເກິີດມີການພົບເຫັນລັງສີ ຫຼື ເຫດສຸກເສີນທາງລັງສີ.

ໂອກາດດຽວກັນ, ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ໜ່ວຍງານທີ່ກ່ຽວຂ້ອງ ໂດຍສະເພາະທາງກະຊວງສຶກສາທິການ ແລະ ກິລາ ທີ່ເຫັນໄດ້ຄວາມສຳຄັນຕໍ່ວຽງກງານລັງສີ ແລະ ນິວເຄລຍ, ຊຶ່ງວຽກງານດັ່ງກ່າວ ແມ່ນເປັນວຽກທີ່ມີຄວາມລະອຽດອ່ອນ ຕ້ອງໄດ້ເອົາໃຈໃສ່ໃນການຄຸ້ມຄອງຢ່າງເປັນລະບົບ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງໂດຍສະເພາະເຈົ້າໜ້າທີ່ພາສີ ແລະ ທາງສະຖານທູດສະຫະລັດອາເມຣິກາ ໃນນາມຕ່າງໜ້າລັດຖະບານສະຫະລັດອາເມຣິກາ ກໍພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນທາງດ້ານວິຊາການ.

ໃນວາລະດຽວກັນ, ພາຍຫຼັງທີ່ໄດ້ຮັບການຝຶກອົບຮົມ ເພື່ອເຮັດໃຫ້ວຽກງານຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄລຍ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ທາງກົມພະລັງງານ ສະຫະລັດອາເມຣິກາ ກໍໄດ້ມອບອຸປະກອນ ແລະ ເຄື່ອງມືໃນການຊອກຄົ້ນກວດຈັບລັງສີ ຈຳນວນໜຶ່ງ ທີ່ໄດ້ຝຶກອົບຮົມການນຳໃຊ້ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ໂດຍສະເພາະພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄລຍ ກົມຄຸ້ມຄອງວິທະຍາສາດ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຊຶ່ງອຸປະກອບດັ່ງກ່າວ ມີມູນຄ່າລວມທັງໝົດ 110.092 ໂດລາສະຫະລັດ, ຕາງໜ້າມອບໂດຍແມ່ນ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

ໂດຍ: ບົວລະພາ ອິນສີມະນີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments