Sunday, October 20, 2024
Homeຂ່າວໜ້າໜຶ່ງຫສນຍ ປິດຊຸດຝຶກອົບຮົມທິດສະດີ-ການເມືອງການປົກຄອງ ໄລຍະ 45 ວັນ ຊຸດທີ VIII

ຫສນຍ ປິດຊຸດຝຶກອົບຮົມທິດສະດີ-ການເມືອງການປົກຄອງ ໄລຍະ 45 ວັນ ຊຸດທີ VIII

ວັນທີ 28 ເມສາ 2023 ຜ່ານມາ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ VIII ໃຫ້ສະມາຊິກພັກ, ພະນັກງານ ພາຍໃນ ຫສນຍ (ເປັນຊຸດສຸດທ້າຍ ຂອງລະບົບ 45 ວັນ) ໂດຍການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີຜູ້ຕາງໜ້າສະຖາບັນການ ເມືອງ-ການປົກຄອງແຫ່ງຊາດ, ບັນດາສະຫາຍ ຜູ້ຕາງໜ້າຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ແຂກຖືກເຊີນ ແລະ ສຳມະນາກອນ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ບຸນໜັກ ດາລາງາແກ້ວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າ ຄະ ນະຮັບຜິດຊອບການຝຶກອົບຮົມຄັ້ງນີ້ ໄດ້ລາຍງານໃຫ້ຮູ້ວ່າ: ຊຸດຝຶກອົບຮົມດັ່ງກ່າວ ໄດ້ດຳເນີນ ໃນລະຫວ່າງວັນ ທີ 22 ກຸມພາ ຫາວັນທີ 28 ເມສາ 2023, ມີສຳມະນາກອນ ກໍຄື ສະມາຊິກພັກ-ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ແລະ ອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມ ທັງໝົດ ຈຳນວນ 84 ສະຫາຍ, ຍິງ 38, ສຳລັບເນື້ອໃນ ກໍຄື ບົດຮຽນ ທີ່ນຳມາຝຶກອົບຮົມ ຄັ້ງນີ້ ປະກອບມີ 5 ວິຊາ, ລວມທັງ ໝົດ 33 ບົດ ຄື: ວິຊາ ປັດຊະຍາ ມາກ-ເລນິນ ມີ 6 ບົດ; ວິຊາ ເສດຖະສາດການເມືອງ ມີ 8 ບົດ; ວິຊາ ລັດທິສັງຄົມນິຍົມວິທະຍາສາດ ມີ 6 ບົດ; ວິຊາ ການ ປົກຄອງ ມີ 8 ບົດ ແລະ ວິຊາ ກໍ່ສ້າງພັກ ມີ 5 ບົດ. ນອກຈາກນັ້ນ, ກໍຍັງໄດ້ເຄື່ອນໄຫວທັດສະນາສຶກສາ ຢູ່ນອກ ສະຖານທີ່ ແລະ ສ້າງຂະບວນການເຄື່ອນໄຫວນອກຫລັກສູດ ຕື່ມອີກຈຳນວນໜຶ່ງ. ຜ່ານການຝຶກອົບຮົມ ສາມາດຕີລາຄາ ແລະ ປະເມີນຄວາມຮັບຮູ້ເຂົ້າໃຈ ຂອງບັນດານັກສຳມະນາກອນ ຄື: ສາມາດຮັບຮູ້ ແລະ ເຂົ້າໃຈ ໃນລະດັບດີຫລາຍ ມີຈໍານວນ 69 ສະຫາຍ ກວມ 82,15%; ສາມາດຮັບຮູ້ ແລະ ເຂົ້າໃຈ ໃນລະດັບດີ ມີຈໍານວນ 15 ສະຫາຍ ກວມ 17,85%.

ໃນໂອກາດດຽວກັນ, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາສູງ ຕໍ່ຄວາມຮັບຜິດຊອບ ແລະ ຜົນສຳເລັດ ໃນການຝຶກອົບຮົມທິດສະດີການເມືອງ-ການປົກຄອງຄອງ ໃນຄັ້ງນີ້ ໂດຍສະເພາະ ຜົນການປະເມີນເຫັນວ່າ ມີສຳມະນາກອນ ທີ່ສາມາດຮັບຮູ້ ແລະ ເຂົ້າໃຈບົດຮຽນ ໃນລະດັບດີຫລາຍ ກວມເປັນສ່ວນໃຫຍ່. ພ້ອມນີ້, ສະຫາຍ ໄດ້ມີຄຳເຫັນຊີ້ນໍາ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃນການເຄື່ອນໄຫວວຽກ ງານຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ໃຫ້ບັນດາສະຫາຍ ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ຕິດຕາມກວດ ກາ ແລະ ຕີລາຄາຄືນ ພາຍຫລັງທີ່ສະມາຊິກພັກ-ພະນັກງານ ທີ່ຢູ່ໃນການຈັດຕັ້ງຂອງຕົນ ສຳເລັດການຝຶກອົບຮົມໃນ ຄັ້ງນີ້ແລ້ວ ສາມາດປັບປຸງປ່ຽນແປງພຶດຕິກຳ ກໍຄື ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ມີການຫັນປ່ຽນທີ່ດີຂຶ້ນຄື ແນວໃດ; ໃຫ້ສຳມະນາກອນ ນຳເອົາຄຳເຫັນຊີ້ນຳຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໂອ້ລົມຕໍ່ຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນເດືອນມິຖຸນາ 2022 ຜ່ານມາ ໄປຄົ້ນຄວ້າ ແລະ ກຳແໜ້ນ, ພ້ອມທັງ ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ໄດ້ ຕາມເນື້ອໃນ (3 ເປັນ, 4 ຮູ້ ແລະ 3 ມີ) ຄື: ເປັນຄົນດີ-ຄົນເກັ່ງ, ເປັນຜູ້ທີ່ຫ້າວຫັນຟົດຟື້ນປະຕິວັດ ແລະ ເປັນ ຜູ້ທີ່ເຮັດແທ້ທຳຈິງ; ຮູ້ອັນຖືກ-ອັນຜິດ, ຮູ້ວາງແຜນຢ່າງເປັນລະບົບ, ຮູ້ຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ຮູ້ເຮັດວຽກຖືກກົດເກນພາວະວິໄສ; ມີວິທະຍາສາດ, ມີຫົວຄິດປະດິດສ້າງ ຢູ່ສະເໝີ ແລະ ມີແບບແຜນດຳລົງຊີວິດ ທີ່ເປັນແບບຢ່າງ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments