Sunday, September 22, 2024
Homeຂ່າວຕ່າງປະເທດທົ່ວໂລກ ສະເຫລີມສະຫລອງ 137 ປີ ແຫ່ງວັນກຳມະກອນສາກົນ

ທົ່ວໂລກ ສະເຫລີມສະຫລອງ 137 ປີ ແຫ່ງວັນກຳມະກອນສາກົນ

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ ເງື່ອນໄຂເຮັດວຽກທີ່ດີ ແລະ ລາຍຮັບສູງຍາມໃດກໍ່ແມ່ນຄວາມຫວັງຂອງຜູ້ອອກແຮງງານ ດັ່ງນັ້ນ ​ໃນ​ວັນ​ທີ 1​ພືດ​ສະພານີ້ ທົ່ວ​ໂລກໄດ້ສະເຫລີມສະຫລອງ 137 ປີ ແຫ່ງວັນກຳມະກອນສາກົນ ​ໄດ້​ມີ​ການ​ຈັດ​ ກິດຈະກຳເຄື່ອນ​ໄຫວຫລາຍລາຍການທີ່ມີຄວາມໝາຍເພື່ອເຊີດຊູວັນສຳຄັນພິເສດນີ້ ​ເປັນຕົ້ນ: ກຳມະກອນຜູ້ອອກແຮງງານ ນັບຮ້ອຍຄົນໃນທົ່ວປະເທດກຳປູເຈຍ ໄດ້ເດີນຂະບວນໃນຖະໜົນຫລາຍສາຍ ເພື່ອຍົກສູງເງືື່ອນໄຂເຮັດວຽກ ແລະ ລະດັບ ເງິນເດືອນສູງໃຫ້ແກ່ຜູ້ອອກແຮງງານ. ສຳລັບ ສ.​ເກົາຫລີ ມີກຳມະກອນ, ຜູ້ອອກແຮງງານນັບພັນຄົນໄດ້ເດີນຂະບວນ ໃນຖະໜົນສາຍຕ່າງໆ ຢູ່ໃຈກາງນະຄອນຫຼວງເຊອຸນ ເພື່ອຮຽກຮ້ອງປັບປຸງສິດຂອງຜູ້ອອກແຮງງານ ແລະ ເງື່ອນໄຂເຮັດວຽກທີ່ດີຂຶ້ນ. ຂະນະ​ທີ່ ທ່ານ Lula da Silva ປະທານາທິບໍດີບຣາຊິນ ໄດ້ໃຫ້ຄຳໝັ້ນສັນຍານຳໃຊ້ນະໂຍບາຍໃໝ່ ກ່ຽວກັບການເພີ່ມ ເງິນເດືອນພື້ນຖານ, ພ້ອມທັງປະກາດແຜນການຍົກລະດັບການຍົກເວັ້ນອາກອນລາຍຮັບ ໃຫ້ແກ່ຜູ້ມີລາຍຮັບຕ່ຳ. ໃນວັນດຽວກັນລັດຖະບານອີຕາລີ ​ໄດ້ປະກາດບັນດາມາດຕະການເພື່ອແນໃສ່ຊຸກຍູ້ເງືື່ອນໄຂ ເຮັດວຽກ ແລະ ເພີ່ມເງິນເດືອນ ໃຫ້ຜູ້ອອກແຮງງານ. ນອກ​ນີ້ ຍັງ​ມີ​ຜູ້ຕາງໜ້າຊາວຜູ້ອອກແຮງງານນັບຫາຍກ່ວາ 155.000 ຄົນ ໃນກາ​ນາ​ດາ ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບລະດັບເງິນເດືອນ, ຢຸດຕິການນັດຢຸດງານໃຫຍ່ທີ່ສຸດໃນຂົງເຂດສາທາລະນະຢູ່ປະເທດນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments