Home ຂ່າວໜ້າໜຶ່ງ ຖວທ ມອບອຸປະກອນຊຸດໂທລະໂຄ່ງ ຈຳນວນ 70 ຊຸດ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ແຂວງຜົ້ງສາລີ

ຖວທ ມອບອຸປະກອນຊຸດໂທລະໂຄ່ງ ຈຳນວນ 70 ຊຸດ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ແຂວງຜົ້ງສາລີ

0
314

ວັນທີ 28 ເມສາ 2023 ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຜົ້ງສາລີ, ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີມອບ-ຮັບອຸປະກອນຊຸດໂທລະໂຄ່ງຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແຂວງຜົ້ງສາລີ ໂດຍການເປັນປະທານ ຂອງທ່ານ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ຖວທ ຫົວໜ້າຄະນະຮັບຜິດຊອບໂຄງການ, ທ່ານ ຄຳເຫຼັກ ໃຈອີສານ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງຜົ້ງສາລີ ທັງເປັນຜູ້ຊີ້ນໍາຂົງເຂດວຽກງານວັດທະນາທຳ-ສັງຄົມ

ມີຫົວໜ້າພະແນກ ຖວທ ແຂວງ, ທ່ານຫົວໜ້າກົມສື່ມວນຊົນ, ກົມກວດກາກະຊວງ ຖວທ, ຫົວໜ້າພະແນກ, ຮອງພະແນກ ຖວທ, ຫົວໜ້າ-ຮອງຫົວໝ້າ, ຫ້ອງການ ຖວທ 7 ເມືອງ ເປົ້າໜາຍ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຈຳນວນໜຶ່ງເຂົ້ົ້າຮ່ວມ. ອຸປະກອນຊຸດໂທລະໂຄ່ງທີ່ນຳມາມອບໃນຄັ້ງນີ້້ມີ 70 ຊຸດ ໃນນີ້ປະກອບມີເຄື່ອງຂະຫຽາຍສຽງ 70 ໜ່ວຍ, ດອກປາກເລີ 280 ຊຸດ, ສາຍໂທລະໂຄ່ງ 140ກໍ້ (28,000ແມັດ) ໄມໂຄໂຟນ 70 ອັນ, ປັກສຽບໄຟຟ້າ 70 ອັນ, ຢູເອັດບີ 32 ກີກ 70 ອັນ, ເຄື່ຶອງຮັບສັນຍານວິທະຍຸ 70 ເຄື່ອງ, ຈານຮັບດາວທຽມ ສຳລັບຮັບສັນຍານວິທະຍຸ 70 ຊຸດ ແລະ ອຸປະກອນເສີມອີກຈະນວນໜື່ງໂດຍມອບໃຫ້ 7 ເມືອງ 70 ບ້ານ ຄື: ເມືອງຜົ້ງສາລີ 12 ບ້ານ, ເມືອງບູນເເໜືອ 6 ບ້ານ, ເມືອງບຸນໃຕ້ 10 ບ້ານ, ເມືຶອງຂວາ 10 ບ້ານ, ເມືອງໃໝ່ 10 ບ້ານ, ເມືອງສຳພັນ 10 ບ້ານ, ເມືອງຍອດອູ 12ບ້ານ

ໃຫ້ກຽດມອບໂດຍ ທ່ານ ສົມສະຫວາດ ພົງສາ ກຳມະການພັກກະຊວງ ຫົວໜ້າກົມສື່ມວນຊົນກະຊວງ ຖວທ  ຮັບໂດຍ ທ່ານ ບຸນຈັນ ເຈີເອີ ຫົວໜ້າພະແນກ ຖວທ ແຂວງ ໂດຍຊ່ອງໜ້າ ທ່ານ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ຖວທ ແລະ ທ່ານ ຄຳເຫຼັກ ໃຈອີສານ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້່າຮ່ວມເປັນສັກຂີພິຍານ.

ພາຍຫຼັງໄດ້ຈັດພິມອບ-ຮັບຊຸດອຸປະກອນໂທລະໂຄ່ງແລ້ວ ກໍ່ໄດ້ຝືກອົບຮົມກ່ຽວກັບຄວາມຮູ້ພື້ນຖານດ້ານເຕັກນິກຕິດຕັ້ງໂທລະໂຄ່ງ, ຕິດຕັ້ງຈານດາວທຽມ, ການນຳໃຊ້ອຸປະກອນ, ການບໍາລຸງຮັກສາຢ່າງຖືກຕ້ອງ ເພື່ອໃຫ້ຍືນຍົງແກ່ພະນັກງານວິຊາການເຕັກນິກຂອງແຂວງ ແລະ ບັນດາ 7 ເມືອງເປົ້າໝາຍ ໃນຕອນທ້າຍຂອງພິທີບັນດາຜູ້ເຂົ້າຮ່ວມຝຶກອົບຮົມຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ຕື່ມອີກ. ຊຸດຝືກອົບຮົມດັ່ງກ່າວດຳເນີນໄປເປັນເວລາ 1 ວັນຈື່ງສຳເລັດ.

#Medialaos Vientiane Capital

NO COMMENTS

LEAVE A REPLY

Please enter your comment!
Please enter your name here