Sunday, September 22, 2024
Homeຂ່າວໜ້າໜຶ່ງສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 23

ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 23

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ປະຈໍາປີ 2023 ຂຶ້ນໃນວັນທີ 26 ເມສາ ຜ່ານມາ ທີ່ ສວນປະຕູໄຊ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ຈັນສຸກ ແສງພະຈັນ ກ່າວວ່າ: ການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ປະຈຳປີ 2023 ພາຍໃຕ້ຄຳຂວັນ “ບົດບາດແມ່ຍິງ ແລະ ຊັບສິນທາງປັນຍາ: ຊຸກຍູ້ສົ່ງເສີມ ນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່ (Women and IP: Accelerating innovation and creativity)” ຊຶ່ງປີນີ້ແມ່ນຄົບຮອບ 23 ປີ. ວັນທີ 26 ເມສາ ຂອງທຸກໆປີ ແມ່ນວັນຊັບສິນທາງປັນຍາໂລກ ຊຶ່ງໄລຍະຜ່ານມາບັນດາປະເທດສະມາຊິກຂອງອົງການຊັບສິນທາງປັນຍາໂລກ 193 ປະເທດ ລວມທັງ ສປປ ລາວ ກໍໄດ້ມີການຈັດພິທີເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງໃນວັນສຳຄັນດັ່ງກ່າວນີ້. ຈຸດປະສົງຕົ້ນຕໍ ແມ່ນເພື່ອຍົກສູງບົດບາດຄວາມສຳຄັນ ແລະ ໂຄສະນາເຜີຍແຜ່ຄວາມຮັບຮູ້ ກ່ຽວກັບຊັບສິນທາງປັນຍາ ໃຫ້ແກ່ສາລະນະຊົນ ໄດ້ຮັບຮູ້ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງການປົກປ້ອງສິດຊັບສິນທາງປັນຍາ ເພື່ອຊຸກຍູ້ສົ່ງເສີມ ການສ້າງນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່ ຊຶ່ງຄຳຂວັນຂອງວັນຊັບສິນທາງປັນຍາໂລກປີນີ້ແມ່ນ: “ບົດບາດແມ່ຍິງ ແລະ ຊັບສິນທາງປັນຍາ: ຊຸກຍູ້ສົ່ງເສີມ ນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່ (Women and IP: Accelerating innovation and creativity)” ເພື່ອເປັນການຊຸກຍູ້ສົ່ງເສີມທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງຂອງແມ່ຍິງ ມີບົດບາດສໍາຄັນໃນການຊຸກຍູ້ສົ່ງເສີມ ນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່, ທັງເປັນຜູ້ສ້າງສັນສິ່ງໃໝ່ ທີ່ນໍາຜົນປະໂຫຍດມາສູ່ສັງຄົມ ກໍຄື ມວນມະນຸດຊາດໃນທຸກຍຸກ ທຸກສະໄໝ. ແມ່ຍິງ ໄດ້ປະກອບສ່ວນທາງດ້ານການປະດິດສ້າງສິ່ງໃໝ່ ແລະ ແນວຄິດສ້າງສັນ ເຂົ້າໃນທຸກວຽກງານ ບໍ່ວ່າຈະເປັນ ວຽກງານການປົກຄອງ, ວິທະຍາສາດ, ການຄ້າ ແລະ ທຸລະກິດຮູບແບບຕ່າງໆ ໃຫ້ປະສົບຜົນສໍາເລັດເປັນທີ່ປະຈັກຕາມາແລ້ວ ໃນທົ່ວທຸກມູມໂລກ. ສະເພາະຢູ່ ສປປ ລາວ, ບໍ່ວ່າໃນຍຸກສະໄໝໃດ ແມ່ຍິງລາວກໍລ້ວນແລ້ວແຕ່ໄດ້ປະກອບສ່ວນເຂົ້າໃນການສ້າງສັນສິ່ງໃໝ່ ແບບມີຫົວຄິດປະດິດສ້າງ ທັງຢູ່ໃນຂົງເຂດເສດຖະກິດ ແລະ ວັດທະນະທໍາສັງຄົມ.

ກະຊວງອຸດສາຫະກຳ ແລະ ການຄ້າ ຍາມໃດກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມແມ່ຍິງ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ (SME), ນັກທຸລະກິດ, ກຸ່ມຜູ້ຜະລິດສິນຄ້າ (ODOP), ຊາວກະສິກອນ ໃຫ້ນຳໃຊ້ ເຄື່ອງມືທາງດ້ານຊັບສິນທາງປັນຍາຫຼາຍຂຶ້ນ ເພື່ອເປັນການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ ແລະ ສ້າງຄວາມສາມາດແຂ່ງຂັນທາງດ້ານທຸລະກິດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການຈົດທະບຽນເຄື່ອງໝາຍການຄ້າ, ແບບອຸດສາຫະກໍາ ແລະ ຖິ່ນກໍາເນີດສິນຄ້າ ທັງນີ້ກໍເພື່ອເປັນການກຽມຄວາມພ້ອມຂອງພາກທຸລະກິດ ໃຫ້ສາມາດຍາດແຍ່ງເອົາຜົນປະໂຫຍດຈາກການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ, ການຫັນປະເທດເຮົາໃຫ້ເປັນປະເທດເຊື່ອມຈອດກັບພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ໂອກາດທີ່ ສປປ ລາວ ຈະເປັນປະທານອາຊຽນໃນປີ 2024.

(ຂ່າວ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments