Sunday, September 22, 2024
Homeຂ່າວໜ້າໜຶ່ງມອບ-ຮັບໂຮງງານປຸງແຕ່ງປາ ເວີນຄຳ

ມອບ-ຮັບໂຮງງານປຸງແຕ່ງປາ ເວີນຄຳ

ພິທີມອບ-ຮັບໂຮງງານປຸງແຕ່ງປາ ເວີນຄຳ ບ້ານເວີນຄຳ ເມືອງ​ໄຊ​ທາ​ນີ ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນ ໂຄງການເງິນກູ້ ແບບມີເງື່ອນໄຂ ຈາກຮົງກາ​ຣີ ໄລຍະ 3 ໄດ້ຈັດຂຶ້ນໃນວັນທີ 27 ເມສາ ນີ້ ທີ່ໂຮງງານດັ່ງກ່າວ ໂດຍມີ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເພັດ ພົມພິພັກ ກ່າວວ່າ: ຂະແໜງກະສິກໍາ ແລະ ປ່າໄມ້ ໄດ້ຮັບການສະໜັບສະໜູນ ຈາກ ລັດ​ຖະ​ບານຮົງກາຣີ ພາຍໃຕ້ເງິນກູ້ດອກເບ້ຍຜ່ອນຜັນທີ່ມີເງື່ອນໄຂ ທັງໝົດ 3 ໄລຍະ ລວມເປັນມູນຄ່າ 73,6 ລ້ານໂດລາ ເພື່ອພັດທະນາແນວພັນສັດ-ສັດນ້ໍາ, ການຜະລິດອາຫານສັດ, ການລ້ຽງສັດເປັນສິນຄ້າ, ການພັດທະນາລະບົບຕ່ອງໂສ້ຄວາມປອດໄພຂອງອາຫານ, ການວິໄຈ ແລະ ປັບປຸງພື້ນຖານໂຄງລ່າງດ້ານກະສິກໍາ ຊຶ່ງການສະໜັບສະໜູນດັ່ງກ່າວ ມີຄວາມສໍາຄັນຫຼາຍຕໍ່ຂະແໜງການຂອງພວກເຮົາ ໂດຍສະເພາະໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 4 ແຜນງານຫຼັກ ຂອງຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂອງ ສປປ ລາວ ຄື: ແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ແຜນງານຜະລິດເປັນສິນຄ້າ, ແຜນງານຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ພ້ອມທັງ ໄດ້ປະກອບສ່ວນເຂົ້າໃນການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຍົກສູງຄຸນນະພາບຊີວິດ ຂອງຊາວກະສິກອນ ຂອງ ສປປ ລາວ ກໍຄື ປະຊາຊົນລາວ ໃຫ້ສູງຂຶ້ນ.

ທ່ານກ່າວຕື່ມວ່າ: ຈຸດປະສົງຫຼັກຂອງ ໂຮງງານປຸງແຕ່ງປາ ເວີນຄໍາ ແຫ່ງນີ້ ໃນຂອບຂອງ ໂຄງການທຶນກູ້ຢືມ ຈາກປະເທດຮົງກາຣີ ໃນໄລຍະ 3 ລະຫວ່າງ ປີ 2020-2023 ແມ່ນເພື່ອປະກອບສ່ວນເຂົ້າໃນການຜະລິດ ແລະ ຜະລິດຕະພັນອາຫານທີ່ມີຄຸນນະພາບສູງ ສະອາດ ແລະ ປອດໄພ, ເວົ້າລວມ ກໍແມ່ນ ເພື່ອປັບປຸງຕ່ອງໂສ້ມູນຄ່າອາຫານ, ໂຮງງານດັ່ງກ່າວ ມີມູນຄ່າທັງໝົດ 685.180 ໂດລາ ຊຶ່ງປະກອບດ້ວຍອາຄານໂຮງງານ, ເຄື່ອງຈັກ, ສິ່ງອໍານວຍຄວາມສະດວກອື່ນໆ ແລະ ພາຫະນະຮັບ ໃຊ້ສະເພາະໃນການຂົນສົ່ງຜະລິດຕະພັນປາ.

ໂຮງງານດັ່ງກ່າວນີ້ ຈະຊ່ວຍເພີ່ມມູນຄ່າຜະລິດຕະພັນ​ປາ ເຊັ່ນ: ການຜະລິດຊີ້ນປາ, ລູກຊີ້ນປາ ແລະ ປາລົມຄວັນ ທີ່ມີຄຸນນະພາບ. ປັດຈຸບັນ ໂຮງງານດັ່ງກ່າວ ມີຄວາມສາມາດແປຮູບ ປາສົດ ໄດ້ 20 ໂຕນ/ເດືອນ ແລະ ຄາດວ່າຈະກາຍເປັນຕົວແບບ ໃຫ້ແກ່ຜູ້ຜະລິດປາອື່ນໆ ຢູ່ ສປປ ລາວ ທີ່ຈະຜະລິດ ແລະ ຜະລິດຕະພັນປາແປຮູບຄຸນນະພາບສູງໃນຕໍ່ໜ້າ.

ໂຮງງານປຸງແຕ່ງປາ ເວີນຄໍາ ຍັງເປັນບ່ອນຖ່າຍທອດຄວາມຮູ້ ຈາກປະເທດ ຮົງກາຣີ ​ທີ່ມີຄວາມສຳນິຊໍານານໃຫ້ແກ່ຊາວກະສິກອນ ຜູ້ຜະລິດ ກ່ຽວກັບ ການປຸງແຕ່ງຜະລິດຕະພັນປາຄຸນນະພາບສູງ ພ້ອມທັງຖ່າຍທອດເຕັກໂນໂລຊີ, ວັດຖຸດິບ, ອາຫານ ແລະ ແນວພັນ. ນອກຈາກນີ້, ໂຮງງານຍັງໄດ້ຕິດຕັ້ງລະບົບກອງນໍ້າທີ່ເປັນມິດກັບສິ່ງແວດລ້ອມ ເພື່ອໃຫ້ແນ່ໃຈວ່າ ນໍ້າສະອາດ ທີ່ຜ່ານການກອງແລ້ວເທົ່ານັ້ນ ທີ່ໄຫຼລົງສູ່ທໍາມະຊາດ.

(ຂ່າວ-ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments