Sunday, September 22, 2024
Homeສຶກສາຮອງລັດຖະມົນຕີ ສສກ ເນັ້ນຄະນະນໍາແຕ່ລະຂັ້ນທົ່ວປະເທດໃຫ້ຄວາມສໍາຄັນວຽກງານໂຄສະນາຂ່າວສານການສຶກສາ-ກິລາ ຫຼາຍກວ່າເກົ່າ

ຮອງລັດຖະມົນຕີ ສສກ ເນັ້ນຄະນະນໍາແຕ່ລະຂັ້ນທົ່ວປະເທດໃຫ້ຄວາມສໍາຄັນວຽກງານໂຄສະນາຂ່າວສານການສຶກສາ-ກິລາ ຫຼາຍກວ່າເກົ່າ

ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເນັ້ນໜັກໃຫ້ຄະນະນໍາໃນແຕ່ລະກົມກອງ, ສະຖາບັນ, ສູນ ແລະ ພະແນກສຶກສາທິການ ແລະ ກິລານະຄອນຫຼວງ/ແຂວງ ໃນທົ່ວປະເທດ ຕ້ອງເຂົ້າໃຈ ແລະ ໃຫ້ຄວາມສຳຄັນກັບວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ຫຼາຍກວ່າເກົ່າ, ອຳນວຍຄວາມສະດວກ ແລະ ເງື່ອນໄຂຕ່າງໆ ໂດຍສະເພາະການປະກອບບຸກຄະລາກອນ, ວັດຖຸອຸປະກອນ ຫຼື ພາຫະນະທີ່ຈຳເປັນໃນການໄປເຄື່ອນໄຫວ ເພື່ອໃຫ້ເຂົາເຈົ້າໄດ້ປະຕິບັດວຽກງານຢ່າງມີປະສິດທິພາບ.

ເມື່ອວັນທີ 24 ເມສາ 2023, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມສະຫຼຸບວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ທົ່ວປະເທດ ປະຈໍາປີ 2022 ແບບເຊິ່ງໜ້າ ແລະ ອອນລາຍ ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຄະນະ, ຜູ້ອຳນວຍການ-ຮອງອຳນວຍການສູນ, ແຂກທີ່ຖືກເຊີນຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ສູນອ້ອມຂ້າງກະຊວງ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ, ມະຫາວິທະຍາໄລ, ວິທະຍາໄລທົ່ວປະເທດ ຕະຫຼອດຮອດພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກໍຄື ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ, ຊຶ່ງວຽກງານໂຄສະນາຂ່າວສານໃນຂົງເຂດສຶກສາ-ກິລາ ພວກເຮົາໃນປີຜ່ານມາ ເຖິງແມ່ນວ່າຈະມີຜົນສຳເລັດໃນຫຼາຍດ້ານ, ແຕ່ເນື່ອງຈາກສະພາບທ່າອ່ຽງໂດຍລວມຂອງໂລກ ທີ່ມີການພັດທະນາໄປຢ່າງໄວວາ ໂດຍສະເພາະວຽກສື່ມວນຊົນ ເຊັ່ນ: ໂທລະພາບ ກໍຫັນຈາກລະບົບອານາລັອກ ໄປເປັນລະບົບດິຈິຕອນ, ໜັງສືພິມແບບອັອບລາຍ ໄປສູ່ແບບອອນລາຍ ລວມທັງສື່ສັງຄົມອອນລາຍປະເພດຕ່າງໆ. ດັ່ງນັ້ນ, ກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນນີ້ ຈະເປັນເວທີທີ່ຜູ້ຮັບຜິດຊອບວຽກໂຄສະນາຂ່າວສານໃນທົ່ວປະເທດຈະໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດ ແລະ ຕີລາຄາຄືນວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ປີຜ່ານມາ, ກຳນົດແຜນການ ແລະ ວຽກຈຸດສຸມໃນປີ 2023 ແລະ ຍຸດທະສາດວຽກໂຄສະນາຂ່າວສານໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ການໂຄສະນາຂ່າວສານ ກາຍເປັນກະບອກສຽງອັນແຫຼມຄົມ, ມີຄຸນນະພາບ, ວ່ອງໄວ, ທັນສະໄໝ ຕອບສະໜອງແນວທາງ ແລະ ນະໂຍບາຍຂອງພັກ-ລັດ ເວົ້າລວມ ແລະ ເວົ້າສະເພາະ ແນໃສ່ຮັບໃຊ້ແຜນຍຸດທະສາດ ການພັດທະນາຮອບດ້ານຂອງກະຊວງສຶກສາທິການ ແລະ ກິລາ. ຄຽງຄູ່ກັບຜົນສໍາເລັດທີ່ປະຕິບັດມາໄດ້ໃນໄລຍະຜ່ານມານັ້ນ, ຍັງມີບາງດ້ານທີ່ຍັງຕ້ອງໄດ້ປັບປຸງ ແກ້ໄຂ ແລະ ນໍາສະເໜີຂ່າວທີ່ໜ້າສົນໃຈເພີ່ມຕື່ມ ໂດຍສະເພາະການນຳເອົາຂ່າວກ່ຽວກັບວຽກດີຄົນເດັ່ນ, ນັກຮຽນດີເດັ່ນ, ໂຮງຮຽນດີເດັ່ນ, ໂຮງຮຽນຕົວແບບ ແລະ ກິດຈະກຳຕ່າງໆທີ່ໜ້າສົນໃຈຢູ່ໃນແຕ່ລະແຂວງ ແຕ່ລະເມືອງ ຫຼື ແຕ່ລະໂຮງຮຽນມານໍາສະເໜີໃຫ້ຫຼາຍຂຶ້ນ ເພື່ອເປັນທີ່ໜ້າສົນໃຈຕໍ່ຜູ້ອ່ານ ແລະ ໃຫ້ທັນສະໄໝໃກ້ຄຽງກັບພາກພື້ນ ແລະ ສາກົນເທື່ອລະກ້າວ.

ຫຼັງຈາກນັ້ນ, ທ່ານ ປອ ອ່ອນແກ້ວ ນວນນະວົງ ໄດ້ລາຍງານການດໍາເນີນວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ປະຈໍາປີ 2022 ໂດຍສະເພາະແມ່ນຜົນສໍາເລັດ, ບັນຫາ ແລະ ທິດທາງແຜນການໃນຕໍ່ໜ້າຂອງໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ລາຍວັນ, ໂທລະພາບສຶກສາ ແລະ ກິລາ, ວິທະຍຸສຶກສາ ແລະ ກິລາ, ວາລະສານສຶກສາໃໝ່, ວາລະສານວິທະຍາສາດການສຶກສາ, ວາລະສານກິລາ, ການເຜີຍແຜ່ຂ່າວສານ ແລະ ສື່ການຮຽນການສອນທາງອອນລາຍ ເປັນຕົ້ນແມ່ນ ເວັບໄຊ, ເຟດບຸກ, ແພລດຟອມ ຄັງປັນຍາລາວ, ຢູທູບ, ເຜີຍແຜ່ສື່ທາງຄິວອາໂຄດ ໃນປຶ້ມຄູ່ມືຄູ ແລະ ການໂຄສະນາວຽກງານຈັດຕັ້ງປະຕິບັດຫຼັກສູດ ສະບັບປັບປຸງໃໝ່. ໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳຕື່ມວ່າ: ອີງຕາມທ່າອ່ຽງດ້ານສື່ມວນຊົນຂອງໂລກ ທີ່ຫັນໄປສູ່ລະບົບໃໝ່ ທັນສະໄໝຢ່າງກ້າວກະໂດດ, ຫັນຈາກສື່ອັອບລາຍ ໄປເປັນສື່ສັງຄົມອອນລາຍ ຫຼື ໂຊຊຽວ ມີເດຍ, ຈາກລະບົບໂທລະພາບ ແບບອານາລັອກ ໄປສູ່ລະບົບແບບດິຈິຕອນ. ສະນັ້ນ, ຜູ້ຮັບຜິດຊອບວຽກງານດ້ານໂຄສະນາຂ່າວສານ ຕ້ອງຍິ່ງເລັ່ງພັດທະນາທັກສະ ຄວາມຮູ້ ຄວາມສາມາດຂອງໂຕເອງ ເພື່ອໃຫ້ທັນກັບລະບົບ ແລະ ເຕັກໂນໂລຊີໃໝ່ໆ; ເນື່ອງຈາກວຽກງານດ້ານໂຄສະນາ ຫຼື ສື່ມວນຊົນນີ້ ເປັນວຽກທີ່ມີລັກສະນະພິເສດແຕກຕ່າງຈາກວຽກບໍລິຫານ ຫຼື ວິຊາການທົ່ວໄປ. ດັ່ງນັ້ນ, ຄະນະນຳໃນແຕ່ລະກົມກອງ, ສະຖາບັນ, ສູນ ແລະ ພະແນກສຶກສາທິການ ແລະ ກິລານະຄອນຫຼວງ/ແຂວງ ໃນທົ່ວປະເທດຕ້ອງເຂົ້າໃຈ ແລະ ໃຫ້ຄວາມສຳຄັນກັບວຽກງານນີ້ໃຫ້ຫຼາຍກວ່າເກົ່າ, ອຳນວຍຄວາມສະດວກ ແລະ ເງື່ອນໄຂຕ່າງໆ ໂດຍສະເພາະການປະກອບບຸກຄະລາກອນ, ວັດຖຸອຸປະກອນ ຫຼື ພາຫະນະທີ່ຈຳເປັນໃນການໄປເຄື່ອນໄຫວ ເພື່ອໃຫ້ເຂົາເຈົ້າໄດ້ປະຕິບັດວຽກງານຢ່າງມີປະສິດທິພາບ; ຜ່ານມາການຂະຫຍາຍຕານ່າງໂຄສະນາຂ່າວສານໃນທົ່ວປະເທດ ເຫັນວ່າເຮັດໄດ້ດີສົມຄວນ ໂດຍໃນແຕ່ລະປີແມ່ນໃຫ້ມີການສືບຕໍ່ຈັດກິດຈະກຳຝຶກອົບຮົມດ້ານວິຊາການ ແລະ ລົງປະຕິບັດໂຕຈິງໃນຂອບເຂດໜ້າທີ່ຂອງໃຜລາວໃຫ້ເປັນປະຈໍາ ເປັນຕົ້ນແມ່ນຂັ້ນສູນກາງລົງຊຸກຍູ້ຂັ້ນທ້ອງຖິ່ນ, ຂັ້ນແຂວງລົງຊຸກຍູ້ຂັ້ນເມືອງ ແລະ ຂັ້ນເມືອງລົງຊຸກຍູ້ຂັ້ນໂຮງຮຽນ; ການນຳເອົາຂໍ້ມູນຂ່າວສານທຸກໆອັນ ໄປເຜີຍແຜ່ໂຄສະນາອອກຕໍ່ສັງຄົມໃຫ້ຮັບຮູ້ ແມ່ນມີຄວາມສໍາຄັນທີ່ສຸດ.

ສະນັ້ນ, ໃຫ້ເນັ້ນໜັກໃນການກວດກາ, ກວດແກ້ຂໍ້ມູນໃຫ້ມີຄວາມຖືກຕ້ອງຊັດເຈນທີ່ສຸດ, ຕ້ອງຄຳນຶງເຖິງຈັນຍາບັນ ໃນຖານະທີ່ເປັນສື່ມວນຊົນ ແລະ ເປັນກະບອກສຽງໃຫ້ແກ່ຂັ້ນເທິງ; ໃຫ້ກວດຄືນນິຕິກຳທີ່ສ້າງໃນໄລຍະຜ່ານມາ ຖ້າເຫັນວ່າບໍ່ສອດຄ່ອງ ຫຼື ບໍ່ພຽງພໍ ແມ່ນໃຫ້ສ້າງ ແລະ ປັບປຸງຕື່ມ ເປັນຕົ້ນແມ່ນພາລະບົດບາດ ແລະ ຕຳແໜ່ງງານຂອງຜູ້ຮັບຜິດຊອບວຽກນີ້ສະເພາະຂອງແຕ່ລະພາກສ່ວນ ທັງໃນສູນກາງ ແລະ ທ້ອງຖິ່ນ ແລະ ຖ້າໃຫ້ດີແທ້ຄວນສ້າງເປັນໜ່ວຍງານສະເພາະ. ຂະນະດຽວກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການສະເໜີຄຳເຫັນຄໍາເຫັນ ແລະ ບົດຮຽນໂຕຈິງ ໃນການສ້າງເຄືອຂ່າຍວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ພາຍໃນແຂວງຫົວພັນ, ບັນຫາ ແລະ ສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ພາຍໃນແຂວງສະຫວັນນະເຂດ ແລະ ວຽກງານຈັດຈໍາໜ່າຍໜັງສືພິມ ແລະ ວາລະສານໃນຂະແໜງການສຶກສາ ແລະ ກິລາ ພາຍໃນແຂວງອັດຕະປື, ພ້ອມທັງໄດ້ມີການປະກອບຄໍາຄິດເຫັນຕໍ່ວຽກງານດັ່ງກ່າວຢ່າງກົງໄປກົງມາອີກດ້ວຍ.

ໂດຍ ບົວລະພາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments