Sunday, September 22, 2024
Homeສຶກສາສສກ ສ້າງຄວາມອາດສາມາດດ້ານການຕອບໂຕ້ ແລະ ການປ້ອງກັນແຫຼ່ງກຳເນີດລັງສີ

ສສກ ສ້າງຄວາມອາດສາມາດດ້ານການຕອບໂຕ້ ແລະ ການປ້ອງກັນແຫຼ່ງກຳເນີດລັງສີ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຝຶກອົບຮົມວິຊາການ ກ່ຽວກັບວິທີການຕອບໂຕ້, ກຳນົດ, ຊອກຄົ້ນ ແລະ ການປ້ອງກັນແຫຼ່ງກຳເນີດລັງສີ ເພື່ອເປັນການສ້າງຄວາມອາດສາມາດທາງດ້ານເຕັກນິກວິຊາການໃນການຄຸ້ມຄອງລັງສີໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມນຳເອົາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານກົມກອງຂອງຕົນ. ກອງປະຊຸມຝຶກອົບຮົມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 24 ເມສາ 2023 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຄະນະຜູ້ຊ່ຽວຊານຈາກກົມພະລັັງານ ສະຫະລັດອາເມຣິກາ, ຈາກອົງການພະລັງງານປະລຳມະນູແຫ່ງປະເທດຢີ່ປຸ່ນ, ສໍາມະນາກອນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອໃຫ້ຄະນະຮັບຜິດຊອບ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນຂອງວຽກງານຊອກຄົ້ນ ແລະ ປ້ອງກັນແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍ; ຍົກລະດັບຄວາມຮູ້ພື້ນຖານໃຫ້ພະນັກງານຮັບຜິດຊອບໃນ ສປປ ລາວ ແລະ ແລກປ່ຽນບົດຮຽນ ຄວາມຮູ້ ປະສົບການໃນການຈັດຕັ້ງປະຕິບັດວຽກງານ ພ້ອມທັງສືບຕໍ່ພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາ ເຊັ່ນ: ກົມພະລັງງານ, ສະຫະລັດອາເມຣິກາ, ອົງການພະລັງງານປະລໍາມະນູແຫ່ງປະເທດຍີ່ປຸ່ນ ແລະ ບັນດາຂະແໜງການທີ່ມີບົດຮຽນ ປະສົບການໃນຂົງເຂດວຽກງານ.

ໃນໂອກາດດັ່ງກ່າວ, ທ່ານ ປອ ສຸລິອຸດົງ ສູນດາລາ ກ່າວວ່າ: ການນໍາໃຊ້ແຫຼ່ງກໍາມັນຕະພາບລັງສີ ແລະ ເຕັກໂນໂລຊີນິວເຄຣຍເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ບໍ່ວ່າຈະເປັນບັນດາປະເທດມະຫາອຳນາດ ລວມໄປເຖິງບັນດາປະເທດພັດທະນາ ແລະ ກຳລັງພັດທະນາ ແມ່ນໄດ້ນຳໃຊ້ເຕັກໂນໂລຊີດັ່ງກ່າວ ເພື່ອເປັນເຄື່ອງມືໃນການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນແມ່ນ ໂຮງງານໄຟຟ້ານິວເຄຣຍ ເພື່ອຜະລິດກະແສໄຟຟ້າ ໂດຍສະເພາະປະເທດທີ່ມີຄວາມຈຳກັດທາງດ້ານຊັບພະຍາກອນທຳມະຊາດທີ່ເປັນທ່າແຮງໃນການຜະລິດໄຟຟ້າ ຫຼື ພະລັງງານທົດແທນ ການສ້າງເຕົາປະກອນນິວເຄຣຍເພື່ອນໍາໃຊ້ເຕັກໂນໂລຊີດັ່ງກ່າວເຂົ້າໃນການເຮັດທົດລອງ ຄົ້ນຄວ້າວິໄຈທາງດ້ານວິທະຍາສາດ ເປັນຕົ້ນການນຳໃຊ້ເຕັກໂນໂລຊີນິວເຄຣຍເຂົ້າໃນຂົງເຂດການແພດ ເພື່ອປິ່ນປົວພະຍາດ ໂດຍສະເພາະແມ່ນການປິ່ນປົວພະຍາດມະເຮັງ, ຂົງເຂດກະສິກໍາແມ່ນເພື່ອສາຍແສງພືດໃນການປັບປຸງພັນ, ສາຍແສງໝາກໄມ້ ແລະ ອາຫານໃນການຂ້າເຊື້ອແບັກທີເລຍ ເຮັດໃຫ້ສາມາດເກັບຮັກສາໄວ້ໄດ້ດົນ ກ່ອນວາງຈໍາໜ່າຍສູ່ທ້ອງຕະຫຼາດ ແລະ ນໍາໃຊ້ເຂົ້າໃນວຽກງານຄວາມໝັ້ນຄົງຂອງຊາດ, ຊຶ່ງພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມໃຫ້ມີຄວາມສອດຄ່ອງ ມີຄວາມປອດໄພ ແລະ ຖືກຕ້ອງຕາມລະບຽບຫຼັກການຂອງພາຍໃນ ແລະ ລະບຽບການສາກົນ ເພື່ອໃຫ້ບັນດາພາກສ່ວນທີ່ນຳໃຊ້ແຫຼ່ງກຳເນີດລັງສີ ແລະ ເຕັກໂນໂລຊີນິວເຄຣຍທັງພາກລັດ ແລະ ເອກະຊົນ ພ້ອມກັນຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງໃຫ້ມີຄວາມປອດໄພ ແລະ ຖືກຕ້ອງຕາມລະບຽບຫຼັກການ ສິ່ງສຳຄັນກໍເພື່ອປະຕິບັດພັນທະທີ່ລັດຖະບານ ສປປ ລາວ ໄດ້ຮ່ວມລົງນາມເປັນພາຄີສົນທິສັນຍາ ແລະ ສັນຍາສາກົນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນສົນທິສັນຍາວ່າດ້ວຍເຂດປອດອາວຸດນິວເຄຼຍເຂດອາຊີ ຕາເວັນອອກສຽງໃຕ້, ສົນທິສັນຍາວ່າດ້ວຍການແຈ້ງເຕືອນລ່ວງໜ້າຂອງອຸບັດເຫດທາງນິວເຄຣຍ, ສົນທິສັນຍາວ່າດ້ວຍການຊ່ວຍເຫຼືອກໍລະນີເກີດເຫດສຸກເສີນທາງລັງສີ ແລະ ນິວເຄຣຍ, ອານຸສັນຍາວ່າດ້ວຍການຕົກລົງລະຫວ່າງປະເທດສະມາຊິກ ແລະ ອົງການພະລັງງານປະລຳມະນູສາກົນ (IAEA) ກ່ຽວກັບການຄຸ້ມຄອງການນຳໃຊ້ແຫຼ່ງລັງສີ, ສົນທິສັນຍາວ່າດ້ວຍເກືອດຫ້າມອາວຸດນິວເຄຣຍ.

ເມື່ອບໍ່ດົນມານີ້, ທາງລັດຖະບານລາວ ໄດ້ເຫັນດີທີ່ຈະຮັບຮອງເອົາສົນທິສັນຍາວ່າດ້ວຍການປ້ອງກັນວັດສະດຸນິວເຄຣຍທາງກາຍະພາບ ສະປັບປັບປຸງ. ໃນນັ້ນ, ສປປ ລາວ ໄດ້ມີການນໍາໃຊ້ແຫຼ່ງກໍາເນີດລັງສີຈໍານວນໜຶ່ງເຂົ້າໃນການຂະບວນການຜະລິດ ສ່ວນໃຫຍ່ແມ່ນໃນຂົງເຂດອຸດສາຫະກຳປຸງແຕ່ງ, ບໍ່ແຮ່, ໂຮງຈັກ-ໂຮງງານ ແລະ ຂະແໜງການແພດ. ສະນັ້ນ, ຈຶ່ງມີຄວາມຈໍາເປັນໃນການຄຸ້ມຄອງ ເພື່ອຮັບປະກັນຄວາມປອດໄພຈາກການນຳໃຊ້ ລວມໄປເຖິງການເກັບມ້ຽນແຫຼ່ງກຳເນີດລັງສີ ແລະ ຊອກຄົ້ນຫາແຫຼ່ງກຳເນີດລັງສີທີ່ມີຄວາມເປັນໄປໄດ້ທີ່ບໍ່ໄດ້ຢູ່ໃນການຄຸ້ມຄອງຂອງໜ່ວຍງານທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ມີຄວາມປອດໄພຕໍ່ສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ. ພ້ອມກັນນັ້ນ, ບັນດາເຈົ້າໜ້າທີ່ສະເພາະດ້ານທີ່ກ່ຽວຂ້ອງຂອງ ສປປ ລາວ ຍັງມີຄວາມຮູ້ຄວາມສາມາດທີ່ຈຳກັດ ໂດຍສະເພາະແມ່ນການກຳນົດວິທີການຕອບໂຕ້ ກຳນົດ ຊອກຄົ້ນ ແລະ ການປ້ອງກັນແຫຼ່ງກຳເນີດລັງສີໃຫ້ມີຄວາມປອດໄພ ຊຶ່ງຍັງເປັນສິ່ງທ້າທາຍພໍສົມຄວນໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນສູງ ໂດຍສະເພາະແມ່ນອົງການຄຸ້ມຄອງ ແລະ ຂະແໜງການຕາມພາລະບົດບາດທີ່ລະບຸໃນກົດໝາຍ ວ່າດ້ວຍຄວາມປອດໄພຈາກລັງສີເມື່ອມີກໍລະນີເກີດຂຶ້ນ ຫຼື ມີການລັບລອບເສຍຫາຍ ແລະ ແຫຼ່ງລັງສີທີ່ຖືກປະຖິ້ມ.

ບັນດາສຳມະນາກອນທີ່ເຂົ້າຮ່ວມຄັ້ງນີ້, ແມ່ນມາຈາກຫ້ອງການຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຣຍ ກົມຄຸ້ມຄອງວິທະຍາສາດ, ກົມພາສີ ກະຊວງການເງິນ, ກົມເຄມີ ກະຊວງປ້ອງກັນປະເທດ ບໍລິສັດການບິນລາວ, ກົມຕໍາຫຼວດສາກົນ ແລະ ກົມສືບສວນສອບສວນ ກະຊວງປ້ອງກັນຄວາມສະງົບ, ກົມການບິນພົນລະເຮືອນ ກະຊວງການຕ່າງປະເທດ, ໂຮງໝໍມິດຕະພາບ, ຄະນະວິທະຍາສາດ. ກອງປະຊຸມຄັ້ງນີ້, ແມ່ນຈັດຂຶ້ນເປັນເວລາ 5 ວັນ ໃນລະຫວ່າງວັນທີ 24-28 ເມສາ 2023.

ໂດຍ ບົວລະພາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments