Monday, September 23, 2024
Homeສຶກສາສສກ ຍົກລະດັບທັກສະດ້ານ ICT ໃຫ້ຄູສອນ ASPnet

ສສກ ຍົກລະດັບທັກສະດ້ານ ICT ໃຫ້ຄູສອນ ASPnet

ຫ້ອງການເລຂາຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ, ກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດຝຶກອົບຮົມທັກສະດ້ານ ICT ໃຫ້ແກ່ຄູສອນຈາກໂຮງຮຽນເຄື່ອຂ່າຍ ເພື່ອຄວາມເຂົ້າໃຈລະຫວ່າງຊາດ (ASPnet) ໃນລະຫວ່າງວັນທີ 24-26 ເມສາ ຜ່ານມາ ທີ່ຫ້ອງປະຊຸມເຂືຶ່ອນໄຟຟ້ານໍ້າງື່ມ 1 (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ ເລຂາທິການຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ມີວິທະຍາກອນຮັບເຊີນຈາກສະຖານບັນເຕັກໂນໂລຊີ, ຂ່າວສານ ແລະ ການສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຈາກສູນຂໍ້ມູນຂ່າວສານ, ການສື່ສານ ແລະ ເຕັກໂນໂລຊີການສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍສໍາມະນາກອນຈາກໂຮງຮຽນ ASPnet 33 ແຫ່ງ ແລະ ຜູ້ປະສານງານວຽກງານ ASPnet ຂັ້ນແຂວງ ຈາກ 5 ແຂວງ (ຈໍາປາສັກ, ຊຽງຂວາງ, ນະຄອນຫຼວງ, ຫຼວງພະບາງ ແລະ ຫົວພັນ) ລວມທັງໝົດ 52 ທ່ານເຂົ້າຮ່ວມ.

ການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອສະໜອງຄວາມຮູ້, ທັກສະທາງດ້ານ ICT ໃຫ້ແກ່ຄູສອນ ເພື່ອໃຫ້ເຂົາເຈົ້າສາມາດເຊື່ອມຕໍ່ ແລະ ຊອກຫາຂໍ້ມູນທີ່ກ່ຽວຂ້ອງກັບການພັດທະນາເນື້ອໃນການຮຽນການສອນ; ເພື່ອຫຼຸດຜ່ອນຊ່ອງວ່າງໃນການສື່ສານ ລະຫວ່າງໂຮງຮຽນASPnet ຂອງ ສປປ ລາວ ກັບບັນດາປະເທດສະມາຊິກ ໃນອາຊີ-ປາຊີຟິກ ແລະ ທົ່ວໂລກ; ເພື່ອກະກຽມຄວາມພ້ອມໃຫ້ແກ່ຄູສອນໃນພາວະສຸກເສີນຕ່າງໆ ເຊັ່ນ: ການປິດໂຮງຮຽນຍ້ອນພະຍາດລະບາດ ແລະ ສະພາບການອື່ນໆ ແລະ ເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານດິຈິຕອນ ແລະ ປະກອບສ່ວນເຂົ້າໃນການຫັນເປັນດິຈິຕອນຂອງ ສປປ ລາວ.

ການຝຶກອົບຮົມໃນຄັ້ງນີ້, ແມ່ນໄດ້ດໍາເນີນເປັນເວລາ 3 ວັນ, ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີິເນື້ອໃນສໍາຄັນກ່ຽວກັບ ICT ແລະ ໄດ້ເຮັດການປະຕິບັດຕົວຈິງໄປພ້ອມໆກັນ; ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມສໍາຄັນຂອງການນໍາໃຊ້ ICT ເຂົ້າໃນການຮຽນການສອນ, ການເຮັດວຽກ ພ້ອມທັງຮັບຮູ້ການຄິດວິເຄາະທີ່ຊັດເຈນ ເປັນຕົ້ນແມ່ນ ຂໍ້ມູນໃດເຊື່ອຖືໄດ້ ແລະ ຂໍ້ມູນໃດແມ່ນຂໍ້ມູນປອມ. ສ່ວນໃນພາກປະຕິບັດຕົວຈິງ, ຜູ້ເຂົ້າຮ່ວມໄດ້ຝຶກການສ້າງສື່ສິ່ງພິມ, ການຊອກຂໍ້ມູນດ້ວຍແອັບພິເຄຊັນ ແລະ ອື່ນໆທີ່ເປັນປະໂຫຍດ ເຊັ່ນ: ຄັງປັນຍາ, google.com ແລະ ແອັບພິເຄຊັນອື່ນໆ ເພື່ອຄົ້ນຫາຂໍ້ມູນມາປັບໃຊ້ ແລະ ເປັນອຸປະກອນປະກອບໃຫ້ແກ່ການຮຽນການສອນ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຍັງ ໄດ້ນໍາເອົາຄວາມຮູ້ທີ່ໄດ້ຝຶກໃນຄັ້ງນີ້ໄປຖ່າຍທອດຕໍ່ໃຫ້ຄູ ແລະ ນັກຮຽນໄດ້ຮັບຮູ້ ເຂົ້າໃຈເຖິງການນໍາໃຊ້ແອັບພິເຄຊັນ ແລະ ສື່ອອນລາຍທີ່ຖືກຕ້ອງຊັດເຈນ.

ຂໍ້ມູນໂດຍ: ກົມຮ່ວມມືກັບຕ່າງປະເທດ

ຮຽບຮຽງໂດຍ: ດາວຫວຽດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments