Monday, September 23, 2024
Homeຂ່າວພາຍໃນທ່ານເຈົ້າຄອງນະຄອນຫຼວງ ລົງເຄື່ອນໄຫວຢ້ຽມຢາມດ່ານສາກົນຂົວມິດຕະພາບ ລາວ-ໄທ ເນັ້ນໃຫ້ເພີ່ມທະວີຄຸ້ມຄອງໃຫ້ເຂັ້ມງວດຮອບດ້ານ

ທ່ານເຈົ້າຄອງນະຄອນຫຼວງ ລົງເຄື່ອນໄຫວຢ້ຽມຢາມດ່ານສາກົນຂົວມິດຕະພາບ ລາວ-ໄທ ເນັ້ນໃຫ້ເພີ່ມທະວີຄຸ້ມຄອງໃຫ້ເຂັ້ມງວດຮອບດ້ານ

ໃນວັນທີ 26 ເມສາ 2023 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນພ້ອມຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກກັບພະນັກງານຫຼັກແຫຼ່ງດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ພັນເອກ ຄຳພອນ ເທບພະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ແຫ່ງທີ 1 ມີຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ ທ່ານ ພັນເອກ ຄຳພອນ ເທບພະວົງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ປະຈຳໄຕມາດ I ປີ 2023 ວ່າ: ປັດຈຸບັນ ຄະນະຄຸ້ມຄອງດ່ານ ກຳລັງປັບປຸງລະບົບຕູ້ແຈ້ງເອກະສານຂອງເຈົ້າໜ້າທີ່ ຂະຫຍາຍເລນລົດເຂົ້າ-ອອກດ່ານ ປັບປຸງທັດສະນີຍະພາບບໍລິເວນດ່ານແຕ້ມເສັ້ນຈາລະຈອນຕິດຕັ້ງປ້າຍຈາລະຈອນ ແລະ ຕິດຕັ້ງໄຟຟ້າບໍລິເວນເດີ່ນລວມມູນຄ່າການລົງທຶນທັງໝົດ 5.533.377.465.060 ກີບ ວຽກງານທັງໝົດສຳລັດແລ້ວ 80% ແລະສາມາດອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານຍານພາຫະນະເຂົ້າ-ອອກດ່ານ ສະດວກສະບາຍກວ່າເກົ່າບໍລິເວນດ່ານມີຄວາມສະອາດສວຍງາມ ແລະເປັນລະບຽບຮຽບຮ້ອຍກວ່າເກົ່າ.

ພ້ອມດຽວກັນນີ້ ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການບໍລິການແລ່ນລົດ ໄຟ ລະຫວ່າງປະເທດໜອງຄາຍ-ທ່ານາແລ້ງ ຈາກຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ການປະກອບຄຳເຫັນຕໍ່ການຄຸ້ມຄອງການຈັດເກັບຄ່າທຳນຽມ ຄ່າບໍລິການ ແລະ ກອງທຶນເຂົ້າລະບົບທັນສະໄໝ ຂອງ ນວ ແລະວຽກງານການຈັດເກັບລາຍຮັບເຂົ້າງົບປະມານ ຈາກພະແນກການເງິນ ນວ ແລະອື່ນໆ.

ຜ່ານການຮັບຟັງການລາຍງານ ແລະການປະກອບຄໍາເຫັນຂອງບັນດາຂະແໜງການເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງດ່ານໃນໄລຍະຜ່ານມາໂອກາດນີ້ທ່ານໄດ້ເນັ້ນຕື່ມບາງບັນຫາດັ່ງນີ້: ສືບຕໍ່ປະຕິບັດມາດຕະການດ້ານຕ່າງໆ ກໍຄືລະບຽບກົດໝາຍນະໂຍບາຍຂອງລັດຖະບານວາງອອກກ່ຽວກັບກົນໄກການຄຸ້ມຄອງດ້ານໃຫ້ມີຄວາມເຂັ້ງແຂງຂຶ້ນກ່ວາເກົ່າຕ້ອງເຂັ້ມງວດໃນການກວດກາ ແລະສະກັດກັ້ນບັນຫາສິ່ງຕ້ອງຫ້າມທີ່ຈະນໍາເຂົ້າດ່ານສາກົນ ຫຼື ວ່າດ່ານປະເພນີເປັນຕົ້ນການລັກລອບຂົນຢາເສບຕິດການລັກລອບນໍາເຂົ້າພະຫະນະທີ່ບໍາຖືກຕ້ອງສືບຕໍ່ປ້ອງກັນສິນຄ້ານໍາເຂົ້າທີ່ຜິດກົດໝາຍ ແລະສິນຄ້າທີ່ບໍ່ຈໍາເປັນສິນຄ້າປະເພດໃດຫາກວ່າພາຍໃນຜະລິດກຸ່ມກິນ ຫຼື ວ່າສິນຄ້າປະເພດໃດທີ່ພາຍໃນຜະລິດເອງໄດ້ແມ່ນຢຸດການນໍາເຂົ້າເພື່ອເປັນການສົ່ງເສີມຜະລິດຕະພັນພາຍໃນ ແລະໃຫ້ເອົາໃຈໃສ່ສະກັດກັ້ນພົນລະເມືອງແຮງງານທີ່ລັກລອບຂ້າມແດນທີ່ໄປເຮັດວຽກຢູ່ຕ່າງປະເທດທີ່ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ແລະ ກົດໝາຍລະຫວ່າງປະເທດ ໃຫ້ເອົາໃຈໃສ່ແທ້ບັນຫານີ້.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments