Monday, September 23, 2024
Homeຂ່າວການເມືອງຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ກົງສູນໃຫຍ່ ຫວຽດນາມ ປະຈໍາ ແຂວງ​ສະ​ຫວັນ​ນະ​ເຂດ ​ຍື່ນ​ສານ​ແຕ່ງ​ຕັ້ງ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ກົງສູນໃຫຍ່ ຫວຽດນາມ ປະຈໍາ ແຂວງ​ສະ​ຫວັນ​ນະ​ເຂດ ​ຍື່ນ​ສານ​ແຕ່ງ​ຕັ້ງ

ສະ​ຫາຍ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ​ສະ​ຫາຍ ນາງ ດັງ ທິ ຮາຍ ເຕິມ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈຳແຂວງສະຫວັນນະເຂດ ສປປ ລາວ ໃນ​ວັນ​ທີ 25 ເມ​ສາ​ຜ່ານ​ມາ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ໃນໂອກາດນີ້, ​ສະ​ຫາຍ ຮອງລັດຖະມົນຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ​​ສະ​ຫາຍ ນາງ ດັງ ທິ ຮາຍ ເຕິມ ທີ່ໄດ້ຮັບການແຕ່ງຕັ້ງມາດໍາລົງຕໍາແໜ່ງ ເປັນກົງສູນໃຫຍ່ຄົນໃໝ່ ແຫ່ງ ສສ ຫວຽດນາມ ​ປະ​ຈຳ ແຂວງສະຫວັນນະເຂດ ຊຶ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງ ພັກ-ລັດ ສສ ຫວຽດນາມ ທີ່ມີຕໍ່ ສະ​ຫາຍ, ພ້ອມທັງໄດ້ຕີລາຄາສູງ ແລະ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງ ​ສະ​ຫາຍ, ຈະສາມາດນໍາມາປະກອບສ່ວນພັດທະນາ ບັນດາແຂວງພາກກາງ ຂອງລາວ ກໍຄືຊຸກຍູ້ການພົວພັນຮ່ວມມື ລະຫວ່າງແຂວງພາກກາງຂອງລາວ​ ກັບ ບັນດາແຂວງຂອງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ​ສະ​ຫາຍ ຮອງລັດຖະມົນຕີ ໄດ້ຕີລາຄາສູງ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ ການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ຊຶ່ງຕະຫຼອດໄລຍະຜ່ານມາ ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ແລະ ຫວັງວ່າ ສະຫາຍ ກົງສູນໃຫຍ່ ຈະສືບຕໍ່ຊຸກຍູ້ບັນດາແຂວງຂອງ ຫວຽດນາມ ໃຫ້ການຮ່ວມມື ແລະ ສະໜັບສະໜູນ ແກ່ ສປປ ລາວ ຕື່ມອີກ.

ໃນໂອກາດດຽວກັນນີ້, ສະຫາຍ ກົງສູນໃຫຍ່ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ຈະສືບຕໍ່ໃຫ້ການຮ່ວມມືຢ່າງຕັ້ງໜ້າກັບ ກະຊວງການຕ່າງປະເທດ ແລະ ບັນດາຂະແໜງການທ້ອງຖິ່ນຂອງ ສປປ ລາວ, ພ້ອມທັງຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ບັນດາແຂວງພາກກາງຂອງລາວ ກັບບັນດາແຂວງຂອງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.

ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments