Monday, September 23, 2024
Homeຂ່າວໜ້າໜຶ່ງຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນເມສາ 2023

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນເມສາ 2023

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2023 ໄດ້ເປີດຂຶ້ນໃນວັນທີ 25 ແລະ ອັດລົງໃນວັນທີ 26 ເມສາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ຜູ້ຕາງໜ້າບັນດາກະຊວງ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2023. ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວວ່າ: ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ດັ່ງນີ້:

1. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ບົດສະຫຼຸບວຽກງານ ປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2023 ຂອງລັດຖະບານ ກໍ່ຄືວຽກງານເສດຖະກິດ-ສັງ ຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ສະພາບໄຟໄໝ້ປ່າ ແລະ ບັນຫາມົນລະພິດທາງອາກາດ: ກອງປະຊຸມ ໄດ້ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນໍາເອົາບົດສະຫຼຸບວຽກງານ ແລະ ທິດທາງແຜນການດັ່ງກ່າວ ໄປປັບປຸງຕື່ມ ຕາມການປະກອບຄຳເຫັນຂອງ ສະມາຊິກລັດຖະບານ ເພື່ອ ໃຫ້ມີເນື້ອໃນລະອຽດ, ຄົບຖ້ວນສົມບູນ. ພ້ອມກັນນີ້, ກອງປະຊຸມໄດ້ຊີ້ນໍາໃຫ້ບັນດາຂະ ແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ ປະຈຳເດືອນພຶດສະພາ 2023 ໂດຍສະເພາະ ການເກັບລາຍຮັບເຂົ້າງົບປະມານ ແລະ ແກ້ໄຂບັນຫາເງິນເຟີ້; ການລົງກໍ່ສ້າງຮາກຖານ ແລະ ຮັກສາຄວາມສະຫງົບປອດໄພ ຢູ່ຕາມຈຸດທີ່ມີຄວາມຫຼໍ່ແຫຼມ; ການກະກຽມສະຫຼຸບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ການຕິດຕາມ ແລະ ວິເຄາະວິໄຈ ຂໍ້ມູນກ່ຽວກັບສະພາບພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ; ການຕິດຕາມ, ປະເມີນ ແລະ ແກ້ໄຂບັນຫາໄຟໄໝ້ລາມປ່າ ໂດຍໃຫ້ມີມາດຕະການແກ້ໄຂສະເພາະ ໃນໄລຍະສັ້ນ ແລະ ໄລຍະຍາວ, ທັງໃຫ້ມີການຖອດຖອນບົດຮຽນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ຄຽງຄູ່ກັບການເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນ, ສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ຜົນຮ້າຍຈາກການບຸກລຸກປ່າ, ການຖາງປ່າ ແລະ ຈູດປ່າເພື່ອທຳການຜະລິດ.

2. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 03 ເດືອນຕົ້ນປີ 2023; ແລະ ບົດລາຍງານສະພາບການແກ້ໄຂບັນຫາຮີບດ່ວນ ຄື: ບັນຫາເງິນເຟີ້, ລາຄາສິນຄ້າ ແລະ ອັດຕາແລກປ່ຽນ: ກອງປະຊຸມ ໄດ້ຊີ້ນຳກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ປັບປຸງຕື່ມ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະຕົວເລກຕ່າງໆຂອງຂະແໜງການ ເພື່ອໃຫ້ມີເນື້ອໃນຊັດເຈນ, ຄົບຖ້ວນສົມບູນ. ພ້ອມນີ້ ໃຫ້ກະຊວງການເງິນ ສືບຕໍ່ສົມທົບກັບ ຂະແໜງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຈັດເກັບລາຍຮັບ ທີ່ຍັງຄ້າງ, ທີ່ຍັງບໍ່ທັນຄົບຖ້ວນ ໃຫ້ສໍາເລັດ ແລະ ປະຕິບັດລາຍຈ່າຍງົບປະມານ ຕາມແຜນການ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ສຳລັບທິດທາງແຜນການ 9 ເດືອນທ້າຍປີ ໃຫ້ບັນດາຂະແໜງການ ສືບຕໍ່ຈັດຕັ້ງດຳລັດວ່າດ້ວຍການກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2023 ແລະ ແຜນການແກ້ໄຂຜົນການກວດສອບ.

ຕໍ່ບັນຫາເງິນເຟີ້, ລາຄາສິນຄ້າ ແລະ ອັດຕາແລກປ່ຽນ: ກອງປະຊຸມໄດ້ຊີ້ນໍາຄະນະສະເພາະກິດ ເພື່ອລົງເລິກຄົ້ນຄວ້າບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ, ວາງມາດຕະການແກ້ໄຂບັນຫາຕົວຈິງ ໃຫ້ລະອຽດ ຢ່າງມີວິທະຍາສາດ ໂດຍມີມາດຕະການສະເພາະໜ້າ ແລະ ມາດຕະການໄລຍະຍາວ ແລ້ວລາຍງານລັດຖະບານ ເພື່ອພິຈາລະນາ.

3. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ: ກອງປະຊຸມ ໄດ້ຊີ້ນຳກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ເນື້ອໃນຂອງຮ່າງດໍາລັດ ຕ້ອງໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ ກໍ່ຄື ສະພາບຄວາມເປັນຈິງໃນປັດຈຸບັນ; ການກຳນົດເພດານງົບປະມານ ປະຈຳໄຕມາດ, ປະຈຳປີ ແລະ ກົນໄກການຈັດຕັ້ງປະຕິບັດ ໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ, ທັງສອດຄ່ອງກັບວິໄສທັດການພັດທະນາຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ມີຄວາມເປັນເອກະພາບ, ວ່ອງໄວ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງປັບປຸງແລ້ວ ໃຫ້ນຳສະເໜີຜ່ານທ່ານ ຮອງນາຍົກ ລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ເພື່ອນຳສະເໜີລັດຖະບານ ພິຈາລະນາໃນຂັ້ນຕໍ່ໄປ.

4. ກອງປະຊຸມ ໄດ້ພິຈາລະນາ ຮ່າງດໍາລັດ ວ່າດ້ວຍ ກອງທຶນຄວາມປອດໄພທາງລົດໄຟ ແລະ ໄດ້ຊີ້ນຳກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍລົງເລິກປັບປຸງເນື້ອໃນໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ ໂດຍສະເພາະ ເນື້ອໃນກ່ຽວກັບ ຂອບເຂດການນຳໃຊ້, ແຫຼ່ງລາຍຮັບ ແລະ ການນຳໃຊ້ກອງທຶນ, ການຄຸ້ມຄອງບໍລິຫານກອງທຶນ ແລະ ບັນຫາອື່ນໆ ທີ່ຍັງບໍ່ທັນເປັນເອກະພາບ ແລະ ບໍ່ທັນຄົບຖ້ວນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ນໍາສະເໜີລັດຖະບານ ມີທິດຊີ້ນຳ ໃນຂັ້ນຕໍ່ໄປ.

5. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍນາມມະຍົດນັກຂ່າວ: ກອງປະຊຸມໄດ້ຊີ້ນຳ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ລວມທັງ ການຖອດຖອນບົດຮຽນນໍາບັນດາປະເທດເພື່ອນມິດ ກ່ຽວກັບ ຊື່ນາມມະຍົດ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ສະເໜີຜ່ານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອສະເໜີລັດຖະບານ ພິຈາລະນາປະກາດໃຊ້.

6. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ເນື້ອໃນຄຳຂວັນ ສຳລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024; ການກະກຽມເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ການເຄື່ອນໄຫວວຽກງານ ຢູ່ຕ່າງປະເທດ ຂອງການນຳລາວ ໃນເດືອນພຶດສະພາ 2023: ກອງປະຊຸມ ໄດ້ຊີ້ນໍາກະຊວງການຕ່າງປະເທດ ສືບຕໍ່ປັບປຸງເນື້ອໃນຄໍາຂວັນຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນກະທັດຮັດ, ສອດຄ່ອງກັບບູລິມະສິດ ຂອງ ສປປ ລາວ ແລະ ຂອງອາຊຽນ ໃນໄລຍະປັດຈຸບັນ, ສາມາດກວມລວມເອົາບັນດາເນື້ອໃນຫົວຂໍ້ບູລິມະສິດຂອງການຮ່ວມມື ບົນພື້ນຖານເນື້ອໃນ 3 ເສົາຄໍ້າປະຊາຄົມອາຊຽນ. ພ້ອມກັນນີ້, ໄດ້ຊີ້ນຳ ໃຫ້ສືບຕໍ່ກະກຽມເນື້ອໃນ ແລະ ຄວາມພ້ອມຮອບດ້ານ ໃຫ້ແກ່ຄະນະຜູ້ແທນລາວ ທີ່ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ, ການພົວພັນຮ່ວມມື ໃນຂອບສອງຝ່າຍ ກັບບັນດາປະເທດອາຊຽນ ກໍ່ຄືກັບບັນດາຜູ້ນຳປະເທດຕ່າງໆໃຫ້ດີ ໂດຍສະເພາະ ການສະເໜີທັດສະນະ ຕໍ່ບັນຫາຕ່າງໆ. ຄຽງຄູ່ກັນນັ້ນ, ກໍໃຫ້ສືບຕໍ່ກະກຽມໃຫ້ແກ່ການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດຂອງການນຳຂັ້ນສູງ, ການຕ້ອນຮັບການນໍາຂັ້ນສູງ ຈາກຕ່າງປະເທດ ໃຫ້ມີຄວາມພ້ອມຮອບດ້ານ.

7. ກອງປະຊຸມ ໄດ້ພິຈາລະນາ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ປີ 2023 ໂດຍໄດ້ເຫັນດີໃຫ້ເພີ່ມຄ່າແຮງງານຂັ້ນຕ່ຳ ເປັນ 1.300.000 ກີບ ຕາມທີ່ລັດຖະບານໄດ້ຕົກລົງແລ້ວ ແລະ ໄດ້ ລະບຸໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 829/ຫສນຍ, ລົງວັນທີ 13 ມິຖຸນາ 2022 ໂດຍເລີ່ມປະຕິບັດໃນວັນທີ 01 ພຶດສະພາ 2023 ເປັນຕົ້ນໄປ. ສຳລັບການສະເໜີເພີ່ມເປັນອັດຕາໃໝ່ ທີ່ສູງກ່ວາອັດຕາທີ່ໄດ້ກ່າວມານັ້ນ, ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສືບຕໍ່ເປັນໃຈກາງສົມທົບກັບກະຊວງການເງິນ, ກະຊວງ ແຜນການ ແລະ ການລົງທຶນ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງ ລົງເລິກຄົ້ນຄວ້າຢ່າງຮອບດ້ານຕື່ມ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າຕາມທິດກໍານົດອັດຕາຄ່າແຮງງານຂັ້ນຕໍ່າ ໂດຍແບ່ງເປັນເຂດຕື່ມ ເພື່ອໃຫ້ສອດຄ່ອງກັບຄ່າຄອງຊີບຕົວຈິງຢູ່ແຕ່ລະບ່ອນ, ພາຍຫຼັງຄົ້ນຄວ້າສໍາເລັດແລ້ວ ໃຫ້ລາຍງານລັດຖະບານ ພິຈາລະນາ ໃນໄຕມາດ 3 ຂອງປີນີ້.

8. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງຍຸດທະສາດ ພັດທະນາວຽກງານຄວາມປອດໄພ ຂອງຜະລິດຕະພັນສັດຂັ້ນຕົ້ນ ຂອງ ສປປ ລາວ ໄລຍະປີ 2021-2030 (ສະບັບສ້າງໃໝ່): ກອງປະຊຸມ ໄດ້ຊີ້ນໍາກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໂຄງສ້າງ ແລະ ເນື້ອໃນຂອງຮ່າງຍຸດທະສາດ ໃຫ້ມີຄວາມກົມກຽວກັນ ແລະ ການນໍາໃຊ້ຄໍາສັບ ໃຫ້ເຂົ້າໃຈງ່າຍກວ່າເກົ່າ; ເນື້ອໃນຍຸດທະສາດ ໃຫ້ເຫັນແຈ້ງ ທິດທາງ ແລະ ເປົ້າໝາຍການພັດທະນາ ໃນຕໍ່ໜ້າ, ການກຳນົດມາດຕະການຈັດຕັ້ງປະຕິບັດ ແລະ ແບ່ງຄວາມຮັບຜິດຊອບຂອງບັນດາພາກສ່ວນທີ່ກ່ຽວຂ້ອງ ຕ້ອງໃຫ້ຈະແຈ້ງ, ຊັດເຈນ ລວມທັງ ການກຳນົດຕ່ອງໂສ້ການຜະລິດ; ການສົ່ງເສີມການລົງທຶນ ແລະ ການສ້າງວິຊາການ ໃນວຽກງານດັ່ງກ່າວ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ນຳສະເໜີຜ່ານທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ເພື່ອນຳສະເໜີລັດຖະບານ ພິຈາລະນາໃນຂັ້ນຕໍ່ໄປ.

9: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດຂອງ ສປປ ລາວ (ສະບັບສ້າງໃໝ່). ກອງປະຊຸມ ໄດ້ຊີ້ນໍາກະຊວງກະສິກໍາ ແລະ ປ່າໄມ້ ປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ, ພ້ອມນີ້ ໃຫ້ຈັດກອງປະຊຸມປຶກສາຫາລືຮ່ວມກັນຂະແໜງການກ່ຽວຂ້ອງ ທີ່ຕິດພັນກັບນະໂຍບາຍ ເປັນຕົ້ນ ນະໂຍບາຍດ້ານທີ່ດິນ, ດ້ານພາສີ-ອາກອນ, ດ້ານສິນເຊື່ອ ແລະ ດ້ານການນໍາເຂົ້າອຸປະກອນ, ເຕັກນິກ ແລະ ເຄື່ອງຈັກ ເພື່ອຄວາມເປັນເອກະພາບ ແລະ ສາມາດຈັດຕັ້ງປະຕິບັດໄດ້. ພາຍຫຼັງປັບປຸງສໍາເລັດແລ້ວ ສົ່ງໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະເໜີຕໍ່ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ເພື່ອນຳສະເໜີລັດຖະບານ ພິຈາລະນາໃນຂັ້ນຕໍ່ໄປ.

10. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍເຍົາວະຊົນລາວ (ສະບັບສ້າງໃໝ່). ກອງປະຊຸມ ໄດ້ຊີ້ນໍາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສົມທົບກັບພາກສ່ວນກ່ຽວຂ້ອງ ນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ: ການອະທິບາຍ ແລະ ນໍາໃຊ້ຄໍາສັບ, ຈຸດປະສົງ, ບັນດານະໂຍບາຍທີ່ມີຕໍ່ເຍົາວະຊົນ ລວມທັງ ທັດສະນະຂອງພັກ ທີ່ມີຕໍ່ເຍົາວະຊົນ ໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນສົມບູນ ແລະ ສາມາດປະຕິບັດໄດ້ຢ່າງມີປະສິດທິພາບ.

ສຳລັບແຜນວຽກໃນເດືອນພຶດສະພາ ຈະມາເຖິງນີ້ ລັດຖະບານຈະໄດ້ສຸມໃສ່ປະຕິບັດບາງວຽກງານທີ່ສໍາຄັນ ທີ່ນອນໃນແຜນວຽກຈຸດສຸມຂອງລັດຖະບານ ໃນປີ 2023, ເຊິ່ງເປັນວຽກທີ່ປິ່ນອ້ອມກັບ 05 ແຜນວຽກທີ່ເປັນບູລິມະສິດຮີບດ່ວນ ທີ່ຕິດພັນກັບແຜນພັດພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ຕິດພັນກັບ 02 ວາລະແຫ່ງຊາດ, ໃນນັ້ນ ຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງ ດັ່ງນີ້:

1. ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມແນວຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ນອກນັ້ນ ກໍ່ສືບຕໍ່ຕິດຕາມ ແລະ ແກ້ໄຂສະພາບໄຟໄໝ້ລາມປ່າ, ຖ້າເກີດມີຈຸດໃດ ກໍ່ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ດັບມອດໄຟໃຫ້ໄວ.

2. ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດຄຳສັ່ງເລກທີ 27/ນຍ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແຂງແຮງກ່ວາເກົ່າ ເປັນຕົ້ນ ບັນຫາປຸ້ນຈີ້, ຊິງຊັບ, ລັກຊັບ, ຄ້າຂາຍຢາເສບຕິດ, ອຸປະຕິເຫດ, ນັກເລງອັນຕະພານ, ກຸ່ມແກ້ງລັກລົດຈັກ ແລະ ຂີ່ລົດກວນເມືອງ ມີລັກສະນະເພີ່ມຂຶ້ນ ແລະ ຮ້າຍແຮງຂຶ້ນແບບບໍ່ເກງກົວຕໍ່ກົດໝາຍບ້ານເມືອງ ເຊິ່ງຕ້ອງມີມາດຕະການລົງໂທດ ໃຫ້ໜັກຂຶ້ນ ໂດຍສະເພາະກໍລະນີຜູ້ກະທຳຜິດ ທີ່ບໍ່ເຂັດຫຼາບ.

3. ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນທ່ຽງ ໂດຍໃຫ້ກະຊວງ-ອົງການກ່ຽວຂ້ອງ ສຸມໃສ່ປະຕິບັດບັນດາໜ້າວຽກສຳຄັນ ດັ່ງນີ້:

(1) ສືບຕໍ່ຈັດຜັນຂະຫຍາຍການຕົກລົງ ແລະ ຊີ້ນຳຂອງລັດຖະບານ ກ່ຽວກັບການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ, ພ້ອມກັນນັ້ນ ກໍ່ໃຫ້ສືບຕໍ່ສຸມໃສ່ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ໃນເດືອນພຶດສະພາ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ຫຼື ລື່ນແຜນກ່ວາເກົ່າ ໂດຍສຸມໃສ່ການຫັນການເກັບລາຍຮັບ ຈາກຄ່າທຳນຽມ ແລະ ຄ່າບໍລິການ ເປັນທັນສະໄໝ; ສືບຕໍ່ແກ້ໄຂບັນຫາຊ່ອງຫວ່າງລາຍຈ່າຍຊໍ້າຊ້ອນທຸກຮູບແບບ ຢ່າງເຂັ້ມງວດ ແລະ ເດັດຂາດ; ສືບຕໍ່ສຸມໃສ່ປັບປຸງ ແລະ ສ້າງນິຕິກໍາໃໝ່ ກ່ຽວກັບການເກັບຖານລາຍຮັບໃໝ່ ເປັນຕົ້ນ ອາກອນທີ່ດິນ, ຄ່າຊັກພິເສດ ໃນການສົ່ງອອກຊັບພະຍາກອນທໍາມະຊາດ ແລະ ອື່ນໆ.

(2) ກະກຽມຮ່າງບົດລາຍງານ ສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 3 ເດືອນຕົ້ນປີ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2023, ພ້ອມທັງ ກະກຽມສະຫຼຸບກາງສະໄໝ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເພື່ອກະກຽມລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX.

(3) ສຸມໃສ່ກວດກາ, ຕິດຕາມ ແລະ ຊຸກຍູ້ການສົ່ງອອກແຮ່ທາດ (ທັງທົດລອງ ແລະ ປົກກະຕິ), ໃນນັ້ນ ສຸມໃສ່ກວດກາຄຸນນະພາບແຮ່ເຫຼັກທີ່ສົ່ງອອກ ເພື່ອບໍ່ໃຫ້ມີຊ່ອງຫວ່າງສວຍໃຊ້; ສຸມໃສ່ຊຸກຍູ້ຕິດຕາມການສົ່ງອອກແຮ່ຫາຍາກ, ໃນນັ້ນ ໃຫ້ເອົາໃຈໃສ່ຢັ້ງຢືນປະເພດທາດ ທີ່ມີໃນແຮ່ຫາຍາກ ແລະ ຊອກຮູ້ລາຄາຊື້-ຂາຍ ແຮ່ຫາຍາກ ໃຫ້ຊັດເຈນ ເພື່ອຮັບປະກັນເກັບລາຍຮັບໄດ້.

(4) ສຸມໃສ່ຊຸກຍູ້ບັນດາໂຄງການພະລັງງານ ຢູ່ເຂດພາກໃຕ້ ເປັນຕົ້ນ ພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານຄວາມຮ້ອນ ທີ່ຈະສົ່ງອອກຂາຍຕ່າງປະເທດ.

(5) ສືບຕໍ່ປະຕິບັດນະໂຍບາຍເງິນຕາ ໂດຍຖືເອົາການຮັກສາສະຖຽນລະພາບທາງດ້ານເງິນຕາເປັນກົກ ດ້ວຍການດໍາເນີນນະໂຍບາຍໃນທິດທາງທີ່ຮັດກຸມ ຕາມແຜນການທີ່ກຳນົດໄວ້ ໂດຍສະເພາະ ການປັບປຸງໂຄງສ້າງຄັງສໍາຮອງເງິນຕາຕ່າງປະເທດ, ສ້າງລະບົບກົນໄກຄຸ້ມຄອງຜູ້ສົ່ງອອກ ໃຫ້ເປີດບັນຊີສະເພາະ ແລະ ນໍາລາຍຮັບຈາກການສົ່ງອອກ ແລະ ເງິນລົງທຶນຈາກຕ່າງປະເທດ ເຂົ້າປະເທດ, ອອກແຈ້ງການປະກາດຕິດລາຄາສິນຄ້າ ແລະ ບໍລິການເປັນເງິນກີບ, ຄົ້ນຄວ້ານະໂຍບາຍກົນໄກສົ່ງເສີມການຖືຄອງເງິນຕາຕ່າງປະເທດ ໃນຮູບແບບເງິນຝາກ.

(6) ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍມີມາດຕະການຕົວຈິງ ເພື່ອບໍ່ໃຫ້ມີການສວຍໂອກາດ ໂດຍສະເພາະ ການກໍານົດໂຄງປະກອບລາຄາສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ແລະ ລາຍການສິນຄ້າທີ່ຕ້ອງໄດ້ຕິດຕາມການເໜັງຕີງ ຂອງລາຄາສິນຄ້າ ໃຫ້ຮູ້ໄດ້ເຖິງສາເຫດການຂຶ້ນ-ລົງລາຄາ ເພື່ອມີມາດຕະການແກ້ໄຂໃຫ້ທັນກັບສະພາບການ, ລວມທັງ ເອົາໃຈໃສ່ໃນການສະໜອງນໍ້າມັນເຊື້ອໄຟ; ສືບຕໍ່ໂຄງການຊຸກຍູ້ການຜະລິດເປັນສິນຄ້າທົດແທນການນໍາເຂົ້າ ແລະ ເພື່ອສົ່ງອອກ.

(7) ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຜົນກອງປະຊຸມທຸລະກິດ ປະຈຳປີ 2023 ໃຫ້ເປັນຮູບປະທໍາ.

4. ວຽກງານວັດທະນະທຳ-ສັງຄົມ:

(1) ສືບຕໍ່ສຸມໃສ່ແກ້ໄຂສະພາບການຫວ່າງງານ ໂດຍເກັບກໍາຂໍ້ມູນຄວາມຕ້ອງການດ້ານແຮງງານຂອງແຕ່ລະສາຂາອາຊີບ ເພື່ອຈັດເຂົ້າສູ່ການຈ້າງງານໃຫ້ໄວ ພ້ອມທັງ ຍົກສູງການພັດທະນາສີມືແຮງງານ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ຊຸກຍູ້ໃຫ້ເຂົ້າສູ່ລະບົບປະກັນສັງຄົມໃຫ້ຫຼາຍຂຶ້ນ;

(2) ສືບຕໍ່ສົ່ງເສີມການທ່ອງທ່ຽວ ໂດຍສະເພາະຕາມເສັ້ນທາງລົດໄຟລາວ-ຈີນ ໃຫ້ນັບມື້ນັບສະດວກ ແລະ ດີຂຶ້ນ ລວມທັງ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ຕິດພັນກັບທຸລະກິດການທ່ອງທ່ຽວ ແລະ ຕິດຕາມຫາງສຽງຂອງສັງຄົມ ແລະ ຕອບໂຕ້ຂ່າວປອມທີ່ບິດເບືອນຄວາມຈິງ ເພື່ອແຈ້ງໃຫ້ສັງຄົມໄດ້ເຂົ້າໃຈຢ່າງຖືກຕ້ອງ.

(3) ສືບຕໍ່ຊີ້ນຳ ຄູຝຶກ, ນັກກິລາ ແລະ ຜູ້ທີ່ຈະເຂົ້າຮ່ວມງານກິລາຊີເກມ ຄັ້ງທີ 32 ທີ່ຣາຊະອານາຈັກກຳປູເຈຍ ໃນຕົ້ນເດືອນພຶດສະພານີ້ ໂດຍໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ມີສະຕິເຄົາລົບລະບຽບກົດໝາຍຂອງປະເທດເຈົ້າພາບໃຫ້ດີ, ປະຕິບັດຕາມກະຕິກາຂອງສະຫະພັນກິລາສາກົນໄດ້ກໍານົດໄວ້ ທັງມີນ້ຳໃຈນັກກິລາເສຍສະຫຼະສູງ.

5. ສໍາລັບການແກ້ໄຂບັນຫາມົນລະພິດ, ໃຫ້ຂະແໜງການສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການຕິດຕາມ, ປະເມີນ ບັນຫາສະພາບໄຟໄໝ້ລາມປ່າ ແລະ ມີມາດຕະການແກ້ໄຂຢ່າງທັນການກວ່າເກົ່າ, ໃຫ້ຖອດຖອນບົດຮຽນບໍ່ໃຫ້ມີສະພາບດັ່ງກ່າວເກີດຂຶ້ນອີກ, ຖ້າພົບເຫັນຕ້ອງມີການສືບຫາສາເຫດ ເພື່ອແກ້ໄຂຢ່າງຖືກເປົ້າໝາຍ. ພ້ອມນັ້ນ, ກໍຕ້ອງເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນມີຄວາມເຂົ້າໃຈ ບໍ່ໃຫ້ຈູດປ່າຊະຊາຍ, ໃຫ້ແກ້ໄຂບັນຫາບຸກລຸກປ່າສະຫງວນຕ່າງໆ ຢ່າງເຂັ້ມງວດຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງກຳນົດ;

– ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເປັນເຈົ້າການແຈ້ງໃຫ້ບັນດາເມືອງ ແລະ ບ້ານຕ່າງໆ ໃຫ້ມີການເຝົ້າລະວັງ, ພ້ອມທັງ ເພີ່ມທະວີການປູກຈິດສຳນຶກຂອງປະຊາຊົນ ເຫັນຜົນຮ້າຍ ແລະ ເຜີຍແຜ່ບັນດານິຕິກຳຂອງລັດຖະບານ ໃຫ້ປະຊາຊົນຢຸດຕິການຈູດປ່າໃນໄລຍະນີ້້ ຢ່າງເດັດຂາດ, ຖ້າເກີດມີເຫດການໄຟໄໝ້ປ່າຢູ່ບ້ານໃດ ກໍມອບໃຫ້ເປັນເຈົ້າການຄວບຄຸມບໍ່ໃຫ້ແຜ່ລາມໄປເຂດອື່ນ ພ້ອມທັງ ໃຫ້ມີການສືບຮູ້ຜູ້ກະທຳຜິດ ເພື່ອເອົາມາລົງໂທດຕາມກົດໝາຍ ຢ່າງເຂັ້ມງວດ.

6. ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະ ບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ ກໍ່ຄືບັນຫາທີ່ພວກເຮົາ ຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິນັ້ນ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ; ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ IV, ຜົນການປະ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ; ກະກຽມການໄປເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງ, ການຕ້ອນຮັບການນໍາຂັ້ນສູງ ຈາກຕ່າງປະເທດ ເຊັ່ນ: ການກະກຽມໃຫ້ແກ່ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໃນການເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 42 ໃນລະຫວ່າງວັນທີ 9-12 ພຶດສະພາ 2023 ທີ່ປະເທດອິນໂດເນເຊຍ ແລະ ອື່ນໆ.

ຂ່າວ-ພາບ : ສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments