Monday, September 23, 2024
Homeສາລະໜ້າຮູ້ເຈັບກະເພາະກິນຢາຫັຍງຈີ່ງຈະເຊົາ?

ເຈັບກະເພາະກິນຢາຫັຍງຈີ່ງຈະເຊົາ?

ຈະຮູ້ໄດ້ແນວໃດວ່າເຮົາເປັນໂລກກະເພາະ ຫຼື ກົດໄຫຼຍ້ອນ ແຕ່ຖ້າທ່ານມີອາການເຫຼົ່ານີ້ແບບເຈັບໆ ເຊົາໆ ຄວນໄປຫາແພດກວດວ່າເປັນພະຍາດຫັຍງ? ເພາະອາການເຈັບທ້ອງມີຫຼາຍສາເຫດ.

ໂລກກະເພາະ ຫຼື ບາດແຜໃນກະເພາະ ຫຼື ລຳໃສ້ນ້ອຍ ແພດຈະໃຫ້ກິນຢາຫຼຸດກົດ ຫຼື ຢາຮັກສາແຜໃນກະເພາະ ເປັນໄລຍະເວລາ 4-8 ອາທິດ ພ້ອມທັງໃຫ້ຢາຂ້າແບັດທີເຣຍໃນກະເພາະອາຫານ ໃນກໍລະນີທີ່ກວດພົບເຊື້ອຈາກການກວດສ່ອງໄຟຟ້າໃນກະເພາະ.

ອາການທີ່ພົບເລື້ອຍໆ ຂອງການເຈັບທ້ອງສາເຫດແມ່ນມາຈາກ: ກະເພາະມີບາດແຜ (Peptic Ulcer) ເປັນບາດແຜທີ່ເກີດໃນບໍລິເວນກະເພາະ ທໍ່ອາຫານ ແລະ ລຳໃສ້ນ້ອຍ ຈະມີອາການເຈັບທ້ອງ ຍ້ອນການຕິດເຊື້ອຈາກແບັດທີເຣຍເອສໄພໂລໄຣ ຫຼື ການໃຊ້ຢາແກ້ປວດຕ້ານອາການອັກເສບໃນກຸ່ມ NSA ເປັນເວລາດົນເຊັ່ນ: ແອດສະໄພລິນ, ອິບູໂປຼເຟນ ແລະ ອື່ນໆ, ສູບຢາ, ດື່ມເຫຼົ້າ ຫຼື ກິນອາຫານເຜັດກໍ່ສາມາດເຮັດໃຫ້ອາການຮ້າຍແຮງຂຶ້ນໄດ້.

ສຳລັບໂລກກະເພາະບໍ່ເປັນບາດແຜ ແລະ ມັກເຈັບໆ ເຊົາໆ ເລື້ອຍໆ ທ່ານໝໍຈະໃຫ້ຄຳແນະນຳໃນການຫຼີກລ່ຽງອາຫານ ແລະ ສິ່ງທີ່ເຮັດໃຫ້ເກີດອາການຮຸນແຮງເຊັ່ນ: ຫຼີກລ່ຽງຂອງເຜັດ, ຂອງມັນ, ສູບຢາ, ດື່ມເຫຼົ້າ ແລະ ແນະນຳໃຫ້ອອກກຳລັງກາຍຜ່ອນຄາຍຄວາມຄຽດ ແລະ ຄົນເຈັບຄວນກິນອາຫານທີ່ຍ່ອຍງ່າຍ, ອາຫານອ່ອນໆ ຖ້າຢູ່ໃນໄລຍະເວລາປິ່ນປົວຄວນງົດອາຫານທີ່ກ່າວມາກ່ອນໜ້ານີ໊ ຖ້າອາການ​ດີ​ຂຶ້ນ​ແລ້ວ​ຈຶ່ງ​ຄ່ອຍໆ ​ກັບ​ມາ​ກິນ​ອາຫານ​ທີ່​ໃກ້​ຄຽງ​ປົກກະຕິ.

ສິ່ງທີ່ຄວນລະວັງພະຍາດໃນກະເພາະອາຫານແມ່ນອາການຊໍ້າເຮື້ອ ຖ້າບາດແຜເຊົາດີແລ້ວກໍ່ອາດຈະກັບມາເປັນອີກຄັ້ງໄດ້ ຖ້າ​​ວ່າ​ທ່ານ​ບໍ່​ປະຕິບັດໃຫ້ຖືກ​ຕ້ອງ​ ຫຼື ບໍ່ສາມາດທຳລາຍເຊື້ອແບັດທີເຣຍໃນກະເພາະອາຫານໃຫ້ຫມົດໄປ.

ຢາສຳລັບປົວກະເພາະ: ຢາຫຼຸດກົດ (Antacids), ຢາເພີ່ມຄວາມຕ້ານທານຫຸ້ມກະເພາະອາຫານ (Sucralfate), ຢາຢຸດການໄຫຼຂອງກົດ (Antisecretory Drugs), ຢາແກ້ອາການເຈັບທ້ອງ ເປັນຕົ້ນແມ່ນ (Simethicone), (Air-X), (Disflatyl), ສະໝຸນໄພ (Carminative) ແລະ ຢາແກ້ອາການຕິດເຊື້ອ ແມ່ນ: Hy.pyroli, (Omeprazole), (Amoxicillin), (Metronidazole) ແລະ (Clarithromycin).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments